ອານິຕ້າ ຢາການາກິ ຮັບບົດບາດການສະແດງໃໝ່ໃນຊີຣີສ໌ໄທເລື່ອງ ສາຍລັບລົດແຫ່

ແບ່ງປັນ

ອານິຕ້າ ຢາການາກິ ຮັບບົດບາດການສະແດງໃໝ່ໃນຊີຣີສ໌ໄທເລື່ອງ ສາຍລັບລົດແຫ່

29 January 2026 250

ອານິຕ້າ ຢາການາກິ ນັກສະແດງ-ນາງແບບສາວ ຈາກຄ້າຍ Firstmodelinglao ຮ່ວມສະແດງຊີຣີສ໌ອີສານແນວສືບສວນສວນ “ສາຍລັບລົດແຫ່ (สายลับรถแห่)” ຂອງຊ່ອງ TrueVision ແລະ ກຳລັງຈະສາຍໃຫ້ເບິ່ງກັນໃນໄວໆນີ້.

ຜົນງານທີ່ຜ່ານມາ

ປະສົບຜົນສຳເລັດໄປອີກໜຶ່ງກ້າວສຳລັບ ອານິຕ້າ ຢາການາກິ ທີ່ໄດ້ພັດທະນາທາງດ້ານການສະແດງ ຈົນໄດ້ຂ້າມຝັ່ງໄປສະແດງຊີຣີສ໌ຢູ່ປະເທດໄທ. ອານິຕ້າ  ຖືວ່າເປັນນັກສະແດງສາວທີ່ມີຜົນງານຫຼາກຫຼາຍບໍ່ວ່າຈະເປັນງານພຣີເຊັນເຕີ, ການສະແດງໃນວິດີໂອເພງ, ຊີຣີສ໌ ແລະ ຍັງສະແດງເປັນນາງເອກໜັງລາວ “ແສງອາລຸນທີ່ປາຍຂອບຟ້າ” ອີກດ້ວຍ.

ຊີຣີສ໌ໄທເລື່ອງ ສາຍລັບລົດແຫ່

ເອົາເປັນວ່າ ມ່ວນ ຈະຂໍກັບມາທີ່ຜົນງານເລື່ອງຫຼ້າສຸດຂອງລາວກັນກ່ອນ. ອານິຕ້າ ຮັບບົດເປັນຄຸນໜູ ນ້ຳຕານ ຢູ່ໃນຊີຣີສ໌ເລື່ອງ ສາຍລັບລົດແຫ່ (สายลับรถแห่) ໂດຍທີ່ເລື່ອງໄດ້ເລົ່າເຖິງໝູ່ບ້ານ ແສນສຸກ ທີ່ມີເລື່ອງໜ້າສົງໄສ ຈົນເຮັດໃຫ້ມີກຸ່ມຕຳຫຼວດໃໝ່ໄຟແຮງ ຈະເຂົ້າໄປສືບຂໍ້ມູນຢູ່ໝູ່ບ້ານແຫ່ງນີ້ ແລະ ແຜນປະຕິບັດການລົດແຫ່ກໍເກີດຂຶ້ນ.

ຊີຣີສ໌ເລື່ອງນີ້ເປັນທີ່ໜ້າຈັບຕາເບິ່ງ ເພາະມີການນຳເອົາວັດທະນະທຳ “ລົດແຫ່” ທີ່ເປັນເອກະລັກຂອງທ້ອງຖິ່ນມາປະສົມປະສານກັບແນວສືບສວນ ເຮັດໃຫ້ເປັນຜົນງານທີ່ແຟນໆທັງໃນລາວ ແລະ ໄທ ລໍຖ້າເບິ່ງນຳກັນ.

ຍັງບໍ່ໝົດແຕ່ພຽງເທົ່ານີ້, ເຮົາຍັງຈະໄດ້ເຫັນບົດບາດການສະແດງໃໝ່ໆຂອງ ອານິຕ້າ ຢາການາກິ ເປັນແນວໃດແດ່ ພວກເຮົາມາລໍຖ້າຕິດຕາມນຳກັນເດີທຸກຄົນ.

ອ່ານຕື່ມ:  Eastin Hotel Vientiane ຮ່ວມກັບ Go2Green ສົ່ງເສີມໄວໜຸ່ມຮັກສາສິ່ງແວດລ້ອມ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.