ນໍ້າເງິນ ລາດວົງໄຊ ໝາຍເລກ 21 ຈາກເດັກນ້ອຍຂີ້ອາຍ ສູ່ເວທີນາງສັງຂານວັງວຽງ 2026

ແບ່ງປັນ

ນໍ້າເງິນ ລາດວົງໄຊ ໝາຍເລກ 21 ຈາກເດັກນ້ອຍຂີ້ອາຍ ສູ່ເວທີນາງສັງຂານວັງວຽງ 2026

ໂດຍ: Tonmai Phoutthasack Tonmai Phoutthasack
03 April 2026 23

ທຸກຄົນນນນ! ມື້ນີ້ ມ່ວນຂໍພາທຸກຄົນມາຮູ້ຈັກກັບສາວນ້ອຍໜ້າຮັກ ໄວ 17 ປີ ຈາກ ບ້ານເມືອງຊອງ ເມືອງວັງວຽງ ແຂວງວຽງຈັນ .ນ້ອງຊື່ ນໍ້າເງິນ ລາດວົງໄຊ ຫຼື ທີ່ຫຼາຍຄົນຈະໄດ້ເຫັນນ້ອງໃນຖານະຜູ້ເຂົ້າປະກວດ ໝາຍເລກ 21 ບົນເວທີນາງສັງຂານ ວັງວຽງ ປະຈຳປີ 2026 ນີ້ເອງ

ຫຼາຍຄົນອາດຈະເຫັນຮອຍຍິ້ມຫວານໆຂອງນ້ອງ ແຕ່ຮູ້ບໍ່ວ່າເບື້ອງຫຼັງການຕັດສິນໃຈລົງປະກວດເທື່ອນີ້ ມັນຄືກ້າວທີ່ຍິ່ງໃຫຍ່ສຳລັບເດັກນ້ອຍຄົນໜຶ່ງເລີຍ. ຄວາມຝັນຂອງນໍ້າເງິນອາດຈະເບິ່ງຄືລຽບງ່າຍແຕ່ເຕັມໄປດ້ວຍຄວາມໝາຍ ນັ້ນກໍຄືການ “ເຮັດໃຫ້ພໍ່ແມ່ພູມໃຈ”.

ນ້ອງບອກວ່າ ການມາປະກວດຄັ້ງນີ້ ແມ່ນການຕັດສິນໃຈທ້າທາຍຕົນເອງ ກ້າທີ່ຈະກ້າວອອກຈາກ Safe Zone ເພື່ອພິສູດໃຫ້ທຸກຄົນເຫັນເຖິງຄວາມກ້າຫານ ແລະ ຄວາມສາມາດທີ່ຢູ່ທາງໃນ. ຈາກເດັກນ້ອຍຄົນໜຶ່ງ ສູ່ມື້ນີ້ທີ່ພ້ອມຈະສະແດງຄວາມໝັ້ນໃຈບົນເວທີອັນຊົງກຽດຂອງຊາວວັງວຽງ. ເວົ້າແທ້ ພຽງແຕ່ເຫັນຄວາມຕັ້ງໃຈຂອງນ້ອງ ກໍໄດ້ໃຈໄປເຕັມໆແລ້ວ! 🥰

ໃຜທີ່ມັກໃນຄວາມເປັນກັນເອງ, ຄວາມໜ້າຮັກສະໃສ ແລະ ຢາກສະໜັບສະໜູນຄວາມກ້າຫານຂອງນ້ອງ ຢ່າລືມມາເປັນກຳລັງໃຈໃຫ້ນ້ອງນໍ້າເງິນແດ່ເດີ້. ສຽງເຊຍຂອງທຸກຄົນ ຄືພະລັງອັນຍິ່ງໃຫຍ່ທີ່ຈະຊ່ວຍສົ່ງໃຫ້ນ້ອງໄປຮອດຝັນ!

✨ ຈື່ໄວ້ເດີ້

ໝາຍເລກ: 21

ຊື່: ນາງ ນໍ້າເງິນ ລາດວົງໄຊ

ເວທີ: ນາງສັງຂານ ບ້ານເມືອງຊອງ ເມືອງວັງວຽງ ປີ 2026

📲 ສາມາດເຂົ້າໄປຕິດຕາມ ແລະ ໃຫ້ກຳລັງໃຈນ້ອງໂດຍກົງໄດ້ທີ່

ອ່ານຕື່ມ:  Zamio P ທ້າທາຍແນວເພງໃໝ່ສົ່ງເພງ ບາດແຜ (After U) ອະທິບາຍຄວາມຮັກສຸດຊ້ຳທີ່ເຮັດໃຫ້ເຈັບເລິກ

Facebook: Namngern lardvongxai

ຝາກລູກຫຼານຊາວວັງວຽງຄົນນີ້ໄວ້ໃນອ້ອມອົກອ້ອມໃຈແດ່ເດີ້ທຸກຄົນ! 💖✨

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.