ໜ້າຫຼັກ Muan.la - ສາລະບັນເທີງ The Interview MVIIZ ພ້ອມເສີບ ແຈກຄວາມຫວານສົດໃສ ໃນເພງ ຫວານ ນຳມາຮ້ອງໃໝ່ໃນສະໄຕລ໌ LPOP
The Interview

MVIIZ ພ້ອມເສີບ ແຈກຄວາມຫວານສົດໃສ ໃນເພງ ຫວານ ນຳມາຮ້ອງໃໝ່ໃນສະໄຕລ໌ LPOP

ພົບກັບຄວາມ ສົດໃສ ຫວານລະມຸນ ຈາກສາວໆ MVIIZ ໃນເພງ ຫວານ

ແບ່ງປັນ

ສາວໆ MVIIZ ມາແຈກຄວາມຫວານສົດໃສ ພ້ອມເສີບຄວາມຫວານໃຫ້ທຸກຄົນໄດ້ສົດຊື່ນກັນໃນໜ້າຮ້ອນນີ້, MVIIZ  ໄດ້ກັບມາພ້ອມເພງໃໝ່ຢ່າງ ເພງ ຫວານ ເພງເກົ່າໃນຕຳນານຂອງວົງ CELLs ນຳມາຮ້ອງໃໝ່ໃນສະໄຕລ໌ທີ່ສົດໃສສົມໄວເຂົ້າກັນໄດ້ດີກັບສາວໆ MVIIZ.

ໃຜທີ່ຖືກສາວໆຕົກ ແລະ ຫຼົງຮັກ, ຫຼົງສະເໜ່ແບບເກີນຕ້ານຈາກສາວໆ ອົດທົນບໍ່ໄດ້ເລີຍທີ່ຕ້ອງຟັງເພງຫວານເວີຊັນ MVIIZວົນໄປ, ມື້ນີ້ມ່ວນເລີຍພາມາຮູ້ຈັກສາວໆ MVIIZ ທັງ 7 ໃຫ້ຫຼາຍຂຶ້ນ.

ສາວໆ MVIIZ ຮູ້ຈັກ “ເພງ ຫວານ” ຂອງວົງ Cells ແລະ ຟັງຄັ້ງທຳອິດຕອນໃດ ໃຫ້ບອກຄວາມຮູ້ສຶກທີ່ຟັງຄັ້ງທຳອິດໄດ້ບໍ?

Yianyi: ພວກເຮົາ MVIIZ ມັກ ແລະ ຮູ້ຈັກເພງຫວານຂອງວົງ CELLs ມາຕັ້ງແຕ່ສະໄໝປະຖົມເລີຍ, ຟັງເພງນີ້ຄັ້ງທຳອິດຮູ້ສຶກມ່ວນ, ຟັງງ່າຍ ແລະ ຕິດຫູຫຼາຍ. ເພງນີ້ຖືວ່າເປັນເພງໃນຕຳນານເລີຍ ເວລາໄປໃສກໍມັກຈະໄດ້ຍິນຄົນເປີດຕະຫຼອດ.

ສະບາຍດີ ຢ້ຽນຢິ MVIIZ ສະໂລແກນ ແມວສົ້ມຕາມທີ່ My Wish ຕັ້ງໃຫ້ເລີຍ ຕຳແໜ່ງ Visual.

IG: ctmyian

ເປັນຫຍັງ MVIIZ ຈຶ່ງເລືອກເພງ “ຫວານ” ນຳມາຮ້ອງໃໝ່ ແລະ ເພງ ຫວານ ໃນເວີຊັນນີ້ຈະມີຍັງແຕກຕ່າງ ແລະ ເຮັດໃຫ້ແຟນໆຮູ້ສຶກຕື່ນເຕັ້ນແດ່?

Pinky: ທີ່ພວກເຮົາ MVIIZ ເລືອກນຳເອົາເພງຫວານມາ Remake ຄືນໃໝ່ ເພາະເຮົາຄິດວ່າເພງນີ້ເປັນເພງທີ່ໂຄດໜ້າຮັກ ແລະ ເຂົ້າກັບຄອນເຊັບ, ເຂົ້າກັບໄວພວກເຮົາ MVIIZ ແຮງ ສື່ໃຫ້ເຫັນເຖິງຄວາມໜ້າຮັກ ແລະ ຄວາມສົດໃສ ພ້ອມທັງສື່ໃຫ້ເຫັນເຖິງເອກະລັກຂອງພວກເຮົາແຕ່ລະຄົນນຳ.

ອ່ານຕື່ມ:  ເບຶ້ອງຫຼັງຄວາມສຳເລັດດ້ວຍຄວາມຝັນ ຢາກໄປແຂ່ງເຕັ້ນຢູ່ຕ່າງປະເທດ ຂອງນັກກິລາປະເພດເຕັ້ນ BBOY "Ka-G"

ການນຳເອົາເພງຫວານມາ Remake ໃໝ່ແມ່ນເຮົາໄດ້ມີການເພີ່ມຄວາມເປັນ MVIIZ ເຂົ້າໄປໃນເພງ ແລະ ເພີ່ມຄວາມສົດໃສ, ຕື່ນເຕັ້ນໃນຮູບແບບໄວລຸ້ນ Gen Z ເຂົ້າໄປນຳ. ເພີ່ມຄວາມມ່ວນມັນໜ້າດຶງດູດຂອງເພງເຂົ້າໄປອີກ (ແຕ່ທຸກຄົນຢ່າລືມໄປຟັງ Original Music ຂອງອ້າຍສັກ ວົງ CELLs ນຳເນີ້ ~ ໄດ້ອີກຄວາມຮູ້ສຶກໜຶ່ງທີ່ໂຄດດີ ມີຄວາມ Classic ຫວານໆ).

Helloo ~ ພິງກີ້ MVIIZ ນ້າາ ສະໂລແກນແມ່ນບໍ່ມີຕາຍໂຕເດີ້ຈຸ້ບໆ ຕຳແໜ່ງ Rap / Sub Vocal.

IG: porppink

ການນຳເພງ ຫວານ ຂອງວົງ CELLs ມາຮ້ອງໃໝ່ນີ້ ມີຄວາມໝາຍພິເສດແນວໃດຕໍ່ MVIIZ  ຫຼື ຕໍ່ວົງການ L-POP ເຮົາ?

Sobai: ສຳລັບເພງ ຫວານ ຂອງວົງ CELLs ທີ່ພວກເຮົາ MVIIZ ໄດ້ນຳມາຮ້ອງໃໝ່ນີ້, ບອກເລີຍວ່າມີຄວາມໝາຍຕໍ່ພວກເຮົາຫຼາຍ ເນື່ອງຈາກເພງ ຫວານ ເປັນເພງທີ່ຖືໄດ້ວ່າ Popular ສຸດໆ ເຂົ້າກັບທຸກຍຸກທຸກສະໄໝ ແລະ ເຊື່ອວ່າໃຜໆກໍຕ້ອງເຄີຍຟັງເພງນີ້ມາກ່ອນ.

ການໄດ້ນຳມາເຮັດໃໝ່ນີ້ ພວກເຮົາ MVIIZ ກໍຮູ້ສຶກເປັນກຽດ, ດີໃຈ ແລະ ພູມໃຈທີ່ສຸດເລີຍ ທີ່ໄດ້ນຳເພງທີ່ຖືວ່າເປັນຕຳນານມາຮ້ອງ Remake ເປັນເວີຊັນຂອງພວກເຮົາ.

ສະບາຍດີ ໂຊໃບ MVIIZ ເດີ້ ເປັນເອື້ອຍສຸດ ແລະ Leader ຂອງວົງ.

IG: p_.zsobxii_

ອ່ານຕື່ມ:  ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ

ໃຫ້ເລົ່າບັນຍາກາດການຮ່ວມງານກັບທີມງານຜູ້ຜະລິດໃນເພງນີ້ເປັນແນວໃດ ແລະ ມີສິ່ງທ້າທາຍຫຍັງແດ່ບໍ?

Kimwui: ບັນຍາກາດໃນການຖ່າຍທຳແມ່ນມີແຕ່ຄວາມມ່ວນຊື່ນ ເພາະເພງນີ້ຕ້ອງສົດໃສເລີຍເຮັດໃຫ້ບໍ່ມີຄວາມເຄັ່ງຄຽດ ແຕ່ກະມີອຸປະສັກເລື່ອງສຸຂະພາບຂອງພວກເຮົາ, ເພາະອາກາດປ່ຽນແປງ ຫຼາຍໆຄົນໃນວົງສຸຂະພາບບໍ່ 100% ລວມທັງກິມວຸຍທີ່ອາການໜັກສຸດ ແຕ່ MV ເພງນີ້ພວກເຮົາທຸກຄົນກໍເຮັດເຕັມທີ່ ຫວານເກີນ 100% ແນ່ນອນ????

ສະບາຍດີ ກິມວຸຍ MVIIZ ເດີ້ ສະໂລແກນ ສາວນ້ອຍຮ້ອຍລ້ານ ຕຳແໜ່ງ Center, Main Vocals.

IG: kimv.uiii

ເພງ ຫວານ ແມ່ນໄດ້ຖືກປ່ອຍໃນວັນທີ 28 ກຸມພາ 2025 ນີ້, ເປັນຫຍັງຈຶ່ງປ່ອຍເພງໃໝ່ໃນຊ່ວງນີ້ ມີເຫດຜົນຫຍັງພິເສດບໍ?

Namthip: ປ່ອຍວັນທີ 28 ເດືອນກຸມພາ ຍ້ອນວ່າເດືອນ ກຸມພາ ເປັນເດືອນແຫ່ງຄວາມຮັກພໍດີ ແລ້ວມັນກົງກັບ Concept ເພງຫວານຂອງພວກເຮົາ ທີ່ຈິງພວກເຮົາມີແຜນວ່າຈະປ່ອຍໃນວັນທີ14 ກົງກັບວັນວາເລນທາຍພໍດີ (ວັນແຫ່ງຄວາມຮັກ), ແຕ່ເນື່ອງຈາກພວກເຮົາຢາກເຮັດເອັມວີໃຫ້ມັນດີທີ່ສຸດ ກໍເລີຍເອົາວັນທີ 28 ເຊິ່ງກາຖືວ່າເປັນເລກງາມ ແລະ ສົ່ງທ້າຍເດືອນແບບຫວານໆ.

ສະບາຍດີ ນ້ຳທິບ MVIIZ  ສະໂລແກນ ຈິວແຕ່ແຈ໋ວ ຕຳແໜ່ງ Main Dance.

IG: wxw.namthip

ທຳນອງ, ເນື້ອເພງ ຫຼື ຊີນໃດໃນເອັມວີເພງ ໃນສະບັບຂອງ MVIIZ ມີສ່ວນໃດທີ່ມັກທີ່ສຸດ ແລະ ຍ້ອນຫຍັງ?

Naya: ນາຍາມັກເນື້ອເພງ ແລະ ທຳນອງທຸກທ່ອນເລີຍ, ເພາະເວລາຟັງກໍຕິດຫູ ຕັ້ງແຕ່ຄັ້ງທຳອິດທີ່ໄດ້ຟັງ ແລະ ນາຍາໃຫ້ MVP ຊີນທຸກຄົນ ໂດຍສະເພາະເອື້ອຍກິມວຸຍ ສະປີລິດດີ ເອັນເນີ້ຈີ້ດີສຸດໆ ໜ້າຮັກເວີ້ໆ ບໍ່ເບິ່ງບໍ່ໄດ້ແລ້ວທຸກຄົນ✨????

ອ່ານຕື່ມ:  “ຖິ້ມອ້າຍສາ” ເຖິງຈະເຈັບສ່ຳໃດກໍດີໃຈທີ່ເຈົ້າໄດ້ໄປພົບຄົນທີ່ດີກວ່າ ເພງແສນເສົ້າຂອງ ມິກໂນ ຈາກຄ້າຍເພງ LINTONG ENTERTAINMENT

ສະບາຍດີ ນາຍາ MVIIZ ເດີ້ ສະໂລແກນ ສາວນ້ອຍຫອຍສັງ ຕຳແໜ່ງ All Rounder

IG: nxnoun_yn

ສຸດທ້າຍມີຫຍັງຢາກຝາກກ່ຽວກັບເພງໃໝ່ນີ້ ແລະ ຜົນງານໃນອະນາຄົດບໍ?

Noun Thida: ສຸດທ້າຍນີ້ພວກເຮົາ MVIIZ ຢາກຈະຝາກຜົນງານເພງຫວານຂອງພວກເຮົາແນ່ເດີ ເພາະວ່າພວກເຮົາກະຕັ້ງໃຈເຮັດອອກມາຢ່າງເຕັມທີ່ເລີຍ ແລະ ຝາກທຸກຄົນຕິດຕາມຜົນງານຕໍ່ໆໄປຂອງພວກເຮົານຳເດີ້ ສະປອຍໜ້ອຍໜຶ່ງວ່າ ເພງ Comeback ຈະມາໃນໄວໆນີ້????????

ສະບາຍດີ ນຸ້ນທິດາ MVIIZ ຫຼື ທິດາ ກະໄດ້ ສະໂລແກນຂອງນຸ້ນຄື ຈະລິດພີ່ກະເທີຍ????ຕຳແໜ່ງແມ່ນ Main Rapper & Face of Group

IG: nxun7hida.kexsai

ສາວໆ MVIIZ ທັງໜ້າຮັກ ແລະ ສົດໃສຂະໜາດນີ້ ທຸກຄົນບໍ່ຄວນພາດໄປຕິດຕາມ ແລະ ຮັບຟັງຜົນງານໄດ້ເລີຍເດີ.

ຕິດຕາມຂ່າວສານອັບເດດຄວາມເຄື່ອນໄຫວຕ່າງໆໄດ້ທີ່:

Facebook: M.VIIZ 

Instagram: m.viiz_official

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ແຣັບຈົນໄຟລຸກ Phoenix Boii ເລົ່າຄວາມເປັນຕົນເອງຜ່ານການແຣັບສຸດເດືອດໃນເພງ WDYS

WDYS (What Did You Say) ບໍ່ພຽງເປັນແຕ່ເພງ ແຕ່ມັນລວມເປັນໜຶ່ງໃນການເລົ່າເລື່ອງໃນຊີວິດຂອງ Phoenix Boii ທີ່ທຸກຄົນຈະໄດ້ເຫັນຜ່ານການສື່ສານໃນບົດເພງ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ເຈົ້າເຄີຍຄິດຮອດໃຜຈົນຈະຂາດໃຈບໍ? “ຂາດໃຈ” ຈາກ Sack Cells ແລະ Sam Intharaphithak

ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ...

ມັນຄືຄວາມຮັກ ຫຼື ເຮົາສຳຄັນໂຕເອງຜິດໄປ? A Little Kindness ຮູບເງົາສັ້ນທີ່ກ້າເລົ່າເລື່ອງຄວາມຮັກຍິງ-ຍິງ ຈາກ MVIIZ

ຮູບເງົາສັ້ນ “A Little Kindness” ຈາກ MVIIZ ສະທ້ອນຄວາມຮັກໄວໃສ ຜ່ານມິດຕະພາບຂອງສອງຕົວລະຄອນຍິງ-ຍິງ ໃນແບບທີ່ບໍ່ເຄີຍມີມາກ່ອນ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.