ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ”
Muan Listen - ມ່ວນຊວນຟັງ

MVIIZ ກັບມາແລ້ວ! ປ່ອຍເພງໃໝ່ສຸດຊຶ້ງ “ສຳຄັນຕົວເອງຜິດໄປ”

MVIIZ ກັບມາດ້ວຍເພງໃໝ່ “ສຳຄັນຕົວເອງຜິດໄປ” ທີ່ຖ່າຍທອດຄວາມຮູ້ສຶກຮັກຝ່າຍດຽວ ຜ່ານສຽງເພງ L-POP. ຟັງໄດ້ແລ້ວທຸກແພລດຟອມ!

ແບ່ງປັນ
Getting your Trinity Audio player ready...

ເຈັດສາວ L-POP ນັ້ນກໍຄື MVIIZ (ເອັມວີສ) ໄດ້ກັບມາສ້າງສີສັນໃຫ້ວົງການເພງລາວອີກຄັ້ງ ຫຼັງຈາກທີ່ຫ່າງຫາຍໄປດົນ, ດ້ວຍການປ່ອຍເພງໃໝ່ຫຼ້າສຸດທີ່ມີຊື່ວ່າ “ສຳຄັນຕົວເອງຜິດໄປ”. ເພງນີ້ຖືເປັນເພງທີ 4 ຂອງພວກເຂົາ ເຊິ່ງຄາດວ່າຈະໄດ້ຮັບການຕອບຮັບຢ່າງດີຈາກແຟນເພງ.

ເພງ “ສຳຄັນຕົວເອງຜິດໄປ” ມາພ້ອມກັບເນື້ອຫາທີ່ກິນໃຈ ແລະ ໂດນໃຈຄົນທີ່ເຄີຍມີປະສົບການຮັກໝູ່ພຽງຝ່າຍດຽວ. ດ້ວຍທຳນອງທີ່ຊຶ້ງ, ແຕ່ກໍຍັງຄົງຄວາມເປັນປັອບສົດໃສ, ເພງນີ້ໄດ້ຖ່າຍທອດຄວາມຮູ້ສຶກສັບສົນ ແລະ ເຈັບປວດຈາກການທີ່ເຮົາຄິດໄປເອງວ່າຄວາມສຳພັນນັ້ນສຳຄັນກວ່າຄວາມເປັນໝູ່, ແຕ່ສຸດທ້າຍກໍພົບວ່າເປັນພຽງຄວາມຄິດທີ່ສຳຄັນຕົວເອງຜິດໄປ. ຕອນນີ້ສາມາດຟັງເພງນີ້ໄດ້ແລ້ວໃນທຸກສະຕຣີມມິງແພລດຟອມ.

ນອກຈາກເພງທີ່ປ່ອຍລົງໃນສະຕຣີມມິງແລ້ວ, MVIIZ ຍັງມີແຜນຈະປ່ອຍຜົນງານຕໍ່ເນື່ອງໃຫ້ແຟນເພງໄດ້ຕິດຕາມຢ່າງໃກ້ຊິດ ບໍ່ວ່າຈະເປັນ

  • Visualizer Music Video: ກຳນົດປ່ອຍວັນທີ 30 ກັນຍາ 2025.
  • ຮູບເງົາສັ້ນ “A Little Kindness”: ກຳນົດປ່ອຍວັນທີ 7 ຕຸລາ 2025.
  • Music Video ຕົ້ນສະບັບ: ກຳນົດປ່ອຍວັນທີ 10 ຕຸລາ 2025.

ກ່ອນໜ້ານີ້, MVIIZ ໄດ້ສ້າງຊື່ສຽງມາແລ້ວຈາກ 3 ຜົນງານເພງ ປະກອບດ້ວຍ “Gen Z” ເພງເປີດຕົວທີ່ສະແດງເຖິງເອກະລັກຂອງກຸ່ມ, “Yes or No” ແລະ “ຫວານ”.

ການກັບມາຄັ້ງນີ້ຂອງ MVIIZ ຖືວ່າເປັນການບອກໃຫ້ຮູ້ວ່າພວກເຂົາພ້ອມແລ້ວທີ່ຈະສືບຕໍ່ສ້າງຜົນງານໃນເສັ້ນທາງ L-POP ໃຫ້ມີຄວາມໂດດເດັ່ນຍິ່ງຂຶ້ນ. ແຟນໆ ຢ່າລືມກົດຕິດຕາມ ແລະ ໃຫ້ກຳລັງໃຈພວກເຂົາໃນຜົນງານໃໝ່ໆທີ່ຈະອອກມາໃນໄວໆນີ້.

ຟັງເພງ ສຳຄັນຕົວເອງຜິດ ໄດ້ທີ່:

Spotify

    ຂຽນໂດຍ
    Chanthasone Insixiangmai - Editor-in-Chief

    ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

    ບົດຄວາມທີ່ກ່ຽວຂ້ອງ

    ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

    ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

    ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

    Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

    ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

    ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

    Miracle Music Goes All Out in 2026: Big Plans Announced – New Music, New Artists, Major Concerts All Year Long

    Discover the latest from Miracle Music as they announce exciting plans for...

    ກ່ຽວກັບພວກເຮົາ - About Muan

    ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.