ເຂັມຈິຣາຕ້ອງລອດ (เขมจิราต้องรอด khemjira the series) ແມ່ນນິຍາຍທີ່ເຄີຍສ້າງປາກົດການທີ່ມີຍອດຜູ້ອ່ານຫຼາຍເຖິງ 10 ລ້ານຄັ້ງໃນແອັບອ່ານນິຍາຍອອນລາຍ ແລະ ຕິດອັນດັບ Best Seller ໄດ້ຖືກນໍາມາສ້າງເປັນຊີຣີສ໌ໃຫ້ແຟນໆໄດ້ຮັບຊົມ ຫຼັງຈາກການລໍຄອຍອັນຍາວນານ ແລະ ໃຊ້ເວລາຫຼາຍປີໃນການກະກຽມ, ບອກໄດ້ເລີຍວ່າຊີຣີສ໌ເລື່ອງນີ້ຄຸ້ມຄ່າກັບການລໍຖ້າຂອງທຸກຄົນແນ່ນອນ.
ເລື່ອງລາວກ່ຽວໂຍງກັບຄວາມຮັກ, ຄວາມແຄ້ນ ແລະ ໄສຍະສາດ
ຊີຣີສ໌ໄດ້ເລົ່າເລື່ອງລາວຂອງ ເຂັມຈິຣາ ຊາຍໜຸ່ມຜູ້ທີ່ຖືກຄໍາສາບແຊ່ງ ແລະ ຖືກຕາມລ່າຈາກ ຜີລໍາພຶງ ວິນຍານແຄ້ນທີ່ຕາມອາຄາດມາຫຼາຍກວ່າ 400 ປີ, ການໃຊ້ຊີວິດຂອງເຂັມຈິຣາແມ່ນເຕັມໄປດ້ວຍອັນຕະລາຍ ລາວຕ້ອງຕໍ່ສູ້ເພື່ອເອົາຊີວິດລອດຈາກການຫຼອກຫຼອນຂອງວິນຍານແຄ້ນ.
ເຂັມຈິຣາ ໂຊກດີໄດ້ ພໍ່ຄູພະຣັນ (พ่อครูภรัณ) ເຂົ້າມາຊ່ວຍເຫຼືອໃນການຕໍ່ສູ້, ການຈອງເວນຂອງ ຜີຮ້າຍລຳພຶງ. ລາວແມ່ນ ພໍ່ຄູໝໍຜີ ທີ່ເປັນອີກຕົວລະຄອນທີ່ສຳຄັນໃນເລື່ອງນີ້, ເປັນຜູ້ທີ່ມີຄວາມຮູ້ເລິກເຊິ່ງດ້ານໄສຍະສາດ ແລະ ເປັນທີ່ຮັກຂອງຄົນໃນໝູ່ບ້ານຈົນໃຜໆກໍສັດທາໃນຄວາມສາມາດ.
ໃນສ່ວນຂອງໂປຣດັກຊັນແມ່ນຍິ່ງໃຫຍ່ສົມການລໍຄອຍ ທັງ CG ແລະ ສະຖານທີ່ຖ່າຍທຳ, ບ້ານ ພໍ່ຄູພະຣັນ ກໍແມ່ນທາງຜູ້ສ້າງໄດ້ເຮັດຂຶ້ນມາເອງເພື່ອບັນຍາກາດທີ່ສົມຈິງ ເພາະຍ້ອນຫາສະຖານທີ່ບໍ່ຖືກໃຈ ແລະ ບໍ່ກົງຄອນເຊັບ (Concept) ທີ່ວາງໄວ້ ເຊິ່ງສິ່ງທີ່ຕ້ອງການແມ່ນໃຫ້ຖອດແບບມາຈາກນິຍາຍເລີຍ ຕ້ອງສົມຈິງເກັບທຸກລາຍລະອຽດ.
ຄວາມຮູ້ສຶກທີ່ໄດ້ເບິ່ງ
ໃນທຸກໆຕອນຂອງຊີຣີສ໌ ທຸກຄົນຈະໄດ້ລຸ້ນລະທຶກໄປກັບການປະເຊີນໜ້າກັບຜີທຸກຮູບແບບຂອງ ເຂັມຈິຣາ ມີສິ່ງທີ່ເຮັດໃຫ້ຕື່ນຕາຕື່ນໃຈຕະຫຼອດເວລາ, ລາວຕ້ອງປະເຊີນໜ້າກັບເຫດການຕ່າງໆທີ່ກ່ຽວຂ້ອງກັບຄວາມຮັກ, ຄວາມແຄ້ນ ແລະ ໄສຍະສາດອັນເລິກລັບ.
ເລື່ອງລາວຈະຄ່ອຍໆເຜີຍປົມຕ່າງໆຈາກອະດີດທີ່ເຊື່ອມໂຍງກັບ ຜີລໍາພຶງ, ເຮັດໃຫ້ທຸກສິ່ງທີ່ເກີດຂຶ້ນມີຄວາມໝາຍ ແລະ ໜ້າຕິດຕາມ. ນອກຈາກນີ້, ຕົວລະຄອນ ພໍ່ຄູພະຣັນ ກໍໄດ້ກາຍເປັນສະເປັກໃໝ່ຂອງສາວໆໄປແລ້ວ (ມ່ວນ ເຫັນຫຼາຍຄົນຈົ່ມຢາກໃຫ້ພໍ່ໝໍສົ່ງລົງໝໍນຳອີກ ຮາຮາ).
ສາມາດຕິດຕາມ “ເຂັມຈິຣາຕ້ອງລອດ” ໄດ້ທາງ ຊ່ອງ One31 ທຸກວັນເສົາ ເວລາ 21:30 ໂມງ ແລະ ສໍາລັບສະບັບ UNCUT ເວລາ 22:30 ໂມງ ທາງ iQIYI.