ໜ້າຫຼັກ Muan.la - ສາລະບັນເທີງ Muan Awards 2024 ສະຫຼອງຜົນງານຄຣີເອເຕີລາວ 15 ລາງວັນ
Muan.la - ສາລະບັນເທີງUpdate

Muan Awards 2024 ສະຫຼອງຜົນງານຄຣີເອເຕີລາວ 15 ລາງວັນ

The Muan Awards 2024 by Muan was a groundbreaking celebration of Laos' vibrant creative industry, recognizing exceptional content creators and digital artists. With 15 award categories, the event honored the talent shaping the country’s entertainment landscape. Hosted at the Holiday Inn & Suites Vientiane, the night brought together visionaries from marketing, entertainment, and digital platforms. More than just an awards ceremony, the Muan Awards represents the power of creativity, inspiring future generations to innovate and excel in digital storytelling.

ແບ່ງປັນ

ມ່ວນ Muan ຈັດງານ ມ່ວນອາວອດສ໌ 2024 – Crowne Plaza and Holiday Inn & Suites presents Muan Awards 2024 ງານມອບລາງວັນພຽງໜຶ່ງດຽວໃນລາວ ທີ່ຈັດຂຶ້ນເພື່ອສະເຫຼີມສະຫຼອງຜົນງານ ຈາກບັນດາ Creators ນັກສ້າງສັນອອນໄລນ໌ ທີ່ມີຄຸນນະພາບ ແລະ ໂດດເດັ່ນ ຄັ້ງທຳອິດໄດ້ຮັບການຕອບຮັບຢ່າງອົບອຸ່ນ ຈາກບຸກຄົນໃນແວດວົງຄວາມຄິດສ້າງສັນທົ່ວປະເທດລາວ.

ງານດັ່ງກ່າວຈັດຂຶ້ນເມື່ອວັນທີ 12 ພະຈິກ 2024 ທີ່ ໂຮງແຮມຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ໂດຍມີຜູ້ເຂົ້າຮ່ວມງານຫຼາຍຈາກຫຼາກຫຼາຍພາກສ່ວນ ທັງຄອນເທັນຄຣີເອເຕີ, ບຸກຄົນໃນແວດວົງບັນເທີງ ທັງເບື້ອງໜ້າ ແລະ ເບື້ອງຫຼັງ, ທຸລະກິດຕ່າງໆ, ທາເລັນເອເຈນຊີ, ມາເກັດຕິງ ເອເຈນຊີ, ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ສື່ມວນຊົນ ຫຼາຍກວ່າ 400 ຊີວິດ.

ມ່ວນອາວອດສ໌ 2024 ເປັນການສານຕໍ່ເຈດຈຳນົງ ໃນການສົ່ງເສີມວົງການແຫ່ງຄວາມຄິດສ້າງສັນ

ເພື່ອເປັນກຳລັງໃຈ ຊົມເຊີຍຜົນງານຂອງບັນດາຄຣີເອເຕີໃນລາວ ບໍ່ແມ່ນພຽງແຕ່ເປັນການມອບລາງວັນພຽງຢ່າງດຽວ ແຕ່ຍັງຢາກສ້າງແຮງບັນດານໃຈ, ສົ່ງເສີມ ແລະ ຍົກລະດັບ ການສ້າງສັນຜົນງານຄອນເທັ້ນທາງອອນໄລນ໌ໃຫ້ດີຂຶ້ນເລື້ອຍໆ ແລະ ຍິ່ງໄປກວ່ານັ້ນກໍຄື ສົ່ງເສີມເສດຖະກິດສ້າງສັນ (creative economy) ຂອງຄົນລາວໃຫ້ເຕີບໃຫຍ່.

Johnny Sayasane, the CEO of Muan, Co-Founder & Chief Creative Officer of BIZGITAL Company Limited & LOCA is presenting the history of Muan since 2016 before revealing the new Branding in 2024.

ໃນຕອນຕົ້ນຂອງງານ, Muan ໄດ້ມີການນຳສະເໜີກ່ຽວກັບຄວາມເປັນມາຂອງຕົນເອງ ເຊິ່ງເລີ່ມຕົ້ນຈາກການເປັນພື້ນທີ່ສົ່ງຕໍ່ ແລະ ບອກເລົ່າເລື່ອງລາວທີ່ເກີດຂຶ້ນອ້ອມໂຕຂອງເຮົາໃນແຕ່ລະວັນ ຕັ້ງແຕ່ປີ 2016 ກ່ອນທີ່ຈະກາຍມາເປັນຜູ້ສ້າງເນື້ອຫາດ້ານບັນເທີງສະເພາະທາງ ທີ່ໄດ້ຮ່ວມງານກັບຫຼາກຫຼາຍພາກສ່ວນໃນວົງການບັນເທີງຂອງລາວ ບໍ່ວ່າຈະເປັນ ເອເຈນຊີນາງແບບ–ນາຍແບບ, ສິລະປິນ–ນັກຮ້ອງ, ກອງປະກວດນາງງາມ, ສັງກັດດາລາ-ນັກສະແດງ, ຜູ້ສ້າງສັນຜົນງານສິລະປະ ແລະ ນັກສ້າງຮູບເງົາ ເປັນຕົ້ນ. ມາຮອດປັດຈຸບັນ, ສິ່ງທີ່ Muan ເຮັດ ບໍ່ພຽງແຕ່ເປັນການສ້າງເນື້ອຫາເພື່ອໃຫ້ຜູ້ຕິດຕາມໄດ້ເສບເທົ່ານັ້ນ ແຕ່ຍັງເປັນພື້ນທີ່ສົ່ງມອບ ແລະ ຕອບຮັບ “ຄວາມຄິດສ້າງສັນ” ເຊິ່ງເຮັດໃຫ້ບຸກຄົນທີ່ເຮັດວຽກໃນແວດວົງນີ້ ເປັນທີ່ຮູ້ຈັກ ແລະ ຕໍ່ຍອດໃນສາຍອາຊີບນີ້ໄດ້.

Muan new branding logo featuring Lao wording ມ່ວນ to enter the new era after 2016.

ໂລໂກ້ໃໝ່ ແບຣນດ໌ໃໝ່ຂອງ ມ່ວນ

“ເຊື່ອໃນພະລັງຂອງຄວາມຄິດສ້າງສັນ ທີ່ສາມາດຈຸດປະກາຍໃຫ້ເກີດນະວັດຕະກຳ ແລະ ປ່ຽນຄວາມເພີ້ຝັນ ໃຫ້ເກີດເປັນຮູບປະທຳທີ່ຈັບຕ້ອງໄດ້ຈິງ”

ເພື່ອເປັນໄປຕາມທິດທາງໃໝ່ຂອງມ່ວນ, ພາຍໃນງານຍັງມີການເປີດໂຕໂລໂກ້ໃໝ່ ເຊິ່ງຈະເປັນໜ້າຕາສຳລັບແບຣນດ໌ໃໝ່ຂອງ ມ່ວນ. ທ່ານ ມັງກອນເພັດ ໄຊຍະສານ CEO ຂອງ ມ່ວນ ກ່າວວ່າ “ພວກເຮົາໄດ້ແຮງບັນດານໃຈ ຈາກຄຳວ່າ ມ່ວນ ເຊິ່ງເປັນຄຳລາວ ທີ່ສື່ເຖິງພະລັງບວກ ຄວາມເປັນມິດ ຮອຍຍິ້ມຂອງຄົນລາວ ຜະສົມຜະສານກັບຄວາມເປັນເຕັກໂນໂລຊີ ການອອກແບບທີ່ທັນສະໄໝໂດຍນຳໃຊ້ເລຂາຄະນິດເປັນແຮງບັນດານໃຈ.”

Johnny Sayasane, the CEO of Muan, Co-Founder & Chief Creative Officer of BIZGITAL Company Limited & LOCA.

ມ່ວນ ເປັນຫຼາຍກວ່າ ເພຈອອນໄລນ໌ ທີ່ມອບຄວາມມ່ວນຊື່ນ ແຕ່ຍັງຕ້ອງການທີ່ຢາກຈະເປັນແພລດຟອມແຫ່ງຄວາມຄິດສ້າງສັນ ທີ່ໃຫ້ແຮງບັນດານໃຈ, ສົ່ງເສີມ ແລະ ຍົກລະດັບແວດວົງຄຣີເອທີບດິຈິຕອລໄປພ້ອມກັນ.

ອ່ານຕື່ມ:  Muan (ມ່ວນ) ເປີດໂຕໂລໂກ້ໃໝ່ ກ້າວສູ່ປີ 2025 ດ້ວຍແນວທາງທີ່ຍົກລະດັບຄວາມຄິດສ້າງສັນຂອງຄົນລາວ

ມ່ວນອາວອດສ໌ 2024 ຕໍ່ຍອດຄວາມຄິດສ້າງສັນ ລວມພະລັງບຸກຄະລາກອນແວດວົງຄຣີເອທີບດິຈິຕອລ ແລະ ພັນທະມິດດ້ານທຸລະກິດ ເພື່ອກ້າວໄປຂ້າງໜ້າພ້ອມກັນ

ທີມສ້າງເນື້ອຫາປະເພດວິດີໂອໃນຕິກຕັອກດີເດັ່ນແຫ່ງປີ (Best Team VDO Content Creator TikTok of the Year ໄດ້ແກ່ Gamegadan ເກມກະດານ

ງານນີ້ບໍ່ແມ່ນພຽງແຕ່ການມອບລາງວັນພຽງຢ່າງດຽວ ແຕ່ຍັງເປັນການລວມໂຕກັນຂອງຜູ້ທີ່ເຮັດວຽກໃນແວດວົງຄວາມຄິດສ້າງສັນຈາກທົ່ວປະເທດລາວ ເພື່ອມາພົບປະແລກປ່ຽນທຳຄວາມຮູ້ຈັກກັນໃຫ້ຫຼາຍຂຶ້ນ.

“ການໝູນໃຊ້ Content Creator ພາຍໃນປະເທດ ນອກຈາກຈະເປັນການກະຈາຍລາຍໄດ້ ເມັດເງິນທາງເສດຖະກິດ ແລະ ການຕະຫຼາດ ສູ່ຄົນລາວນັກສ້າງສັນນຳກັນແລ້ວ ຍັງຊ່ວຍຫຼຸດການເພິ່ງພາ, ການໃຊ້ຈ່າຍທີ່ເປັນເງິນຕາ ຈາກການຊື້ໂຄສະນາໃນລະບົບແພລດຟອມຂອງຕ່າງປະເທດອີກດ້ວຍ”

ທ່ານ ມັງກອນເພັດ ກ່າວ.

ມ່ວນອາວອດສ໌ 2024 ບໍ່ແມ່ນການເຮັດວຽກແຕ່ພຽງຝ່າຍດຽວຂອງ ມ່ວນ ແຕ່ຍັງເປັນການຮ່ວມມືກັນ ກັບພາກສ່ວນທຸລະກິດອີກຫຼາຍສ່ວນ ທີ່ເຫັນເຖິງຄວາມສຳຄັນຂອງຄວາມຄິດສ້າງສັນ.

ໜຶ່ງໃນນັ້ນກໍຄືພາກສ່ວນຂອງສະຖານທີ່ຈັດງານ ເຊິ່ງ ທ່ານ ສິຣິສັກ ວິລະເດດ ຜູ້ອຳນວຍການຝ່າຍຂາຍ ແລະ ການຕະຫຼາດ ກຸ່ມໂຮງແຮມຄຣາວພລາຊ່າ ວຽງຈັນ ແລະ ຮໍລິເດ ອິນ ແອນ ສຫວີທສ໌ ວຽງຈັນ ກ່າວວ່າ ງານມ່ວນອາວອດສ໌ ໃນຄັ້ງນີ້ ຈັດຂຶ້ນທີ່ Vientiane Convention Center ເຊິ່ງເປັນ hall ໃໝ່ ແລະ ຍັງເປີດໂຮງແຮມນ້ອງໃໝ່ຊື່ວ່າ Holiday Inn & Suites Vientiane ໂຮງແຮມມາດຕະຖານລະດັບ 5 ດາວທີ່ມີສິ່ງອຳນວຍຄວາມສະດວກຄົບວົງຈອນທັງຫ້ອງພັກ, ຮ້ານອາຫານ, ຫ້ອງປະຊຸມ, ຫ້າງສັບພະສິນຄ້າ ແລະ ສູນອອກກຳລັງກາຍ ສຳລັບນັກເດີນທາງ. ນີ້ຈຶ່ງເຮັດໃຫ້ໂຮງແຮມແຫ່ງນີ້ກາຍເປັນໂຮງແຮມລະດັບ 5 ດາວທີ່ໃຫຍ່ທີ່ສຸດໃນນະຄອນຫຼວງວຽງຈັນ ແລະ ເມື່ອລວມກັບ Crowne Plaza Vientiane ເຊິ່ງຢູ່ໃນກຸ່ມດຽວກັນຂອງ IHG Laos, ຈຶ່ງຖືວ່າເປັນໂຮງແຮມລະດັບ 5 ດາວທີ່ໃຫຍ່ທີ່ສຸດໃນລາວ.

ທ່ານ ສິຣິສັກ ວິລະເດດ ກ່າວ ສໍາລັບງານ Muan Awards

ທ່ານ ສິຣິສັກ ວິລະເດດ ກ່າວຕື່ມອີກວ່າ ສໍາລັບງານ Muan Awards ໃນຄັ້ງນີ້ ຕົນເອງຢູ່ໃນວົງການໂຮງແຮມມາຫຼາຍກວ່າ 10 ປີ, ເຫັນວ່າແວດວົງ content creator ຂອງລາວມີການເຕີບໂຕແບບໄວວາ ແລະ ກ້າວກະໂດດ ນັ້ນຈຶ່ງເປັນ ເຫດຜົນທີ່ເຮົາສະໜັບສະໜຸນງານໃນຄັ້ງນີ້ ເພື່ອເຮັດໃຫ້ທຸກຄົນເຫັນວ່າ ແວດວົງນີ້ຂອງເຮົາມີການຂະຫຍາຍຕົວແນວໃດ ແລະ ສິ່ງສໍາຄັນເລີຍກໍຄື ເພື່ອເຮັດໃຫ້ພວກເຂົານັ້ນສາມາດຜະລິດຜົນງານດີໆມາສູ່ສັງຄົມໄດ້ນໍາ.

ນັກສະແດງຊີຣີອອນໄລນ໌ດີເດັ່ນແຫ່ງປີ (Best Online Series Actor/Actress of the Year) ໄດ້ແກ່ ຊານົນ ມະນີຜົນ Sanonh Maniphonh, ປິຍະມາດ ພູນປະເສີດ Barbie Piyamarth Phounpaseuth ແລະ ອາທິດ ສີລາວົງ Athit Sylavong ຈາກ The Key Series

ຊ່ວງເວລາແຫ່ງການຊົມເຊີຍ ແລະ ສະເຫຼີມສະຫຼອງຄວາມຄິດສ້າງສັນ ກັບຜູ້ໄດ້ຮັບລາງວັນທັງ 15 ສາຂາ

ໃນປີນີ້ ມີການມອບລາງວັນເຖິງ 15 ສາຂາ ເຊິ່ງລາຍຊື່ຂອງຜູ້ທີ່ໄດ້ຮັບລາງວັນປະກອບດ້ວຍ:

  1. ທີມສ້າງເນື້ອຫາປະເພດວິດີໂອໃນເຟສບຸກດີເດັ່ນປະຈຳປີ (Best Team Video Content Creator Facebook of the Year) ໄດ້ແກ່ ReeRiew ຫລີລຽວ ທ່ຽວລາວ
  2. ທີມສ້າງເນື້ອຫາປະເພດວິດີໂອໃນຕິກຕັອກດີເດັ່ນແຫ່ງປີ (Best Team VDO Content Creator TikTok of the Year ໄດ້ແກ່ Gamegadan ເກມກະດານ
  3. ນັກສ້າງເນື້ອຫາສາຍອາຫານດີເດັ່ນແຫ່ງປີ (Best Food Content Creator of the Year) ໄດ້ແກ່ Jipnoii ພາເລາະ
  4. ນັກສ້າງເນື້ອຫາສາຍໄລຟ໌ສະໄຕລ໌ດີເດັ່ນປະຈຳປີ (Best Lifestyle Creator of the Year) ໄດ້ແກ່ Porpouy review ປໍປຸ້ຍຣີວິວ
  5. ນັກສ້າງເນື້ອຫາສາຍທ່ອງທ່ຽວດີເດັ່ນ (Best Travel Content Creator of the Year) ໄດ້ແກ່ ທ່ຽວກັບຊາຍ – Saiyøfficial
  6. ນັກສ້າງເນື້ອຫາສາຍໃຫ້ແຮງບັນດານໃຈດີເດັ່ນແຫ່ງປີ (Best Inspirational Content Creator of the Year) ໄດ້ແກ່ Phatalk
  7. ນັກສ້າງເນື້ອຫາສາຍໃຫ້ຄວາມຮູ້ດີເດັ່ນແຫ່ງປີ (Best Educational Content Creator of the Year) ໄດ້ແກ່ BobbyEnglish (Bobbi Kawaii)
  8. ນັກສ້າງເນື້ອຫາສາຍທັດສະນະສິລປ໌ດີເດັ່ນ (Best Visual Art Content Creator of the Year) ໄດ້ແກ່ KK-Qty
  9. ຊີຣີອອນໄລນ໌ດີເດັ່ນແຫ່ງປີ (Best Online Series of the Year) ໄດ້ແກ່ The Key Series
  10. ນັກສະແດງຊີຣີອອນໄລນ໌ດີເດັ່ນແຫ່ງປີ (Best Online Series Actor/Actress of the Year) ໄດ້ແກ່ ຊານົນ ມະນີຜົນ Sanonh Maniphonh, ປິຍະມາດ ພູນປະເສີດ Barbie Piyamarth Phounpaseuth ແລະ ອາທິດ ສີລາວົງ Athit Sylavong ຈາກ The Key Series
  11. ນາງແບບ/ນາຍແບບທີ່ມີຜົນງານອອນໄລນ໌ດີເດັ່ນແຫ່ງປີ (Best Online Presence Models of the Year) ໄດ້ແກ່ ຊານົນ ມະນີຜົນ, ປອນ ນົບພະເລດ Pone Nophaleth ແລະ ໄພມະນີ ລາດສະບັນເທົາ Papao Phaimany Lathsabanthao.
  12. ເອັມວີແຫ່ງປີຈາກຜົນໂຫວດໃນເພຈມ່ວນ (Muan’s Popular Song of the Year)
  13. ເອັມວີແຫ່ງປີຈາກຜົນໂຫວດໃນເພຈມ່ວນ (Muan’s Popular Music Video of the Year)
  14. ສິລະປິນໜ້າໃໝ່ແຫ່ງປີຈາກຜົນໂຫວດໃນເພຈມ່ວນ (Muan’s Breakthrough Artist of the Year) ໄດ້ແກ່ M.VIIZ
  15. ສິລະປິນແຫ່ງປີຈາກຜົນໂຫວດໃນເພຈມ່ວນ (Muan’s Popular Artist of the Year) ໄດ້ແກ່ STS73
ອ່ານຕື່ມ:  ວາເລັນໄທນ໌ນີ້ຈະເປັນແນວໃດ? ຖ້າຟັງເພງ ຄືນຂອງເຮົາ ຈາກ ຕ່າຍ ອາກາດ ໃນວັນທີ 14 ກຸມພາ 2025

ພາຍໃນງານ ຍັງໄດ້ຮັບການສະໜັບສະໜຸນຈາກ Sponsors ຫຼາຍກວ່າ 26 ແບຣນ

ຜູ້ສະໜັບສະໜູນງານຢ່າງເປັນທາງການ ມີເຊັ່ນ:

  • Crowne Plaza Vientiane, Holiday Inn & Suites Vientiane
  • ທະນາຄານຄຳ Lao Bullion Bank
  • ແວ່ນຕາໃຕ້ຟ້າ
  • LOCA
  • FINA
  • FITNE
  • Coca-Cola
  • Heineken
  • Mineral Premium
  • Guru Advertising
  • Katalyst Partners
  • Sokmanee Premium Gifts
  • RAiNMaker
  • Bizgital
  • Saya Brand
  • Startnovation
  • Lao Airlines
  • Fanglao Dance Studio
  • LanXang Shorts
  • AD Studio
  • Vendee
  • 108.jobs
  • LAILAOLAB
  • Laopost
  • The Next Media
  • ໂທລະໂຄ່ງ

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Crown TalkThe Crown Exclusive

ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ຄົ້ນພົບຄວາມຕັ້ງໃຈ, ຄວາມໝັ້ນໃຈ ແລະ ແຮງບັນດານໃຈຂອງ ບັອບບີ້ ຍຸພະລັດ ຈາກ Content Creator ສູ່ຜູ້ເຂົ້າປະກວດ Mister Universe...

Update

Muan (ມ່ວນ) ເປີດໂຕໂລໂກ້ໃໝ່ ກ້າວສູ່ປີ 2025 ດ້ວຍແນວທາງທີ່ຍົກລະດັບຄວາມຄິດສ້າງສັນຂອງຄົນລາວ

ໃນງານ Muan Awards 2024 ເຊິ່ງເປັນໜຶ່ງກິດຈະກຳສຳຄັນປະຈຳປີຂອງ Muan ໄດ້ມີການເປີດຕົວໂລໂກ້ໃໝ່ ທີ່ສະທ້ອນເຖິງພະລັງບວກ, ຄວາມທັນສະໄໝ ແລະ ຄວາມເປັນເອກະລັກຂອງຄົນລາວ ໂດຍໄດ້ຮັບແຮງບັນດານໃຈຈາກຄຳວ່າ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.