ໜ້າຫຼັກ Muan.la - ສາລະບັນເທີງ Update Muan (ມ່ວນ) ເປີດໂຕໂລໂກ້ໃໝ່ ກ້າວສູ່ປີ 2025 ດ້ວຍແນວທາງທີ່ຍົກລະດັບຄວາມຄິດສ້າງສັນຂອງຄົນລາວ
Update

Muan (ມ່ວນ) ເປີດໂຕໂລໂກ້ໃໝ່ ກ້າວສູ່ປີ 2025 ດ້ວຍແນວທາງທີ່ຍົກລະດັບຄວາມຄິດສ້າງສັນຂອງຄົນລາວ

ແບ່ງປັນ

ໃນງານ Muan Awards 2024 ເຊິ່ງເປັນໜຶ່ງກິດຈະກຳສຳຄັນປະຈຳປີຂອງ Muan ໄດ້ມີການເປີດຕົວໂລໂກ້ໃໝ່ ທີ່ສະທ້ອນເຖິງພະລັງບວກ, ຄວາມທັນສະໄໝ ແລະ ຄວາມເປັນເອກະລັກຂອງຄົນລາວ ໂດຍໄດ້ຮັບແຮງບັນດານໃຈຈາກຄຳວ່າ “ມ່ວນ” ເຊິ່ງໃນພາສາລາວ ສື່ເຖິງຄວາມມ່ວນຊື່ນ, ຄວາມເປັນມິດ ແລະ ຮອຍຍິ້ມຂອງຄົນລາວ ອອກແບບດ້ວຍສະໄຕລ໌ເລຂາຄະນິດທີ່ເຊື່ອມໂຍງເອກະລັກທ້ອງຖິ່ນ ເຂົ້າກັບເຕັກໂນໂລຊີດິຈິຕອລ ເພື່ອໃຫ້ໂລໂກ້ໃໝ່ນີ້ ສື່ເຖິງຄວາມກ້າວໜ້າ ແລະ ມຸມມອງໃໝ່ທີ່ Muan ຕ້ອງການນຳສະເໜີ.

ຫຼັງຈາກນີ້ Muan ຈະເປັນຫຼາຍກວ່າເພຈ Facebook ທີ່ສົ່ງມອບຄວາມມ່ວນຊື່ນ ແຕ່ຈະກ້າວສູ່ການເປັນ ແພລດຟອມແຫ່ງຄວາມຄິດສ້າງສັນ ທີ່ມອບແຮງບັນດານໃຈ, ສົ່ງເສີມ ແລະ ຍົກລະດັບແວດວົງຄຣີເອທີຟດິຈິຕອລຂອງລາວ ພາຍໃຕ້ແນວຄິດ “muan.space ພື້ນທີ່ແຫ່ງຄວາມຄິດສ້າງສັນຂອງທຸກຄົນ” ເຊິ່ງທຸກຄອນເທັນໃນພື້ນທີ່ຕ່າງໆຂອງ Muan ລ້ວນແລ້ວແຕ່ຖືກຄິດ ແລະ ສ້າງສັນອອກມາໂດຍທີມງານທີ່ເຕັມໄປດ້ວຍ passion ເຊິ່ງເຂົ້າໃຈເລິກເຊິ່ງເຖິງຄວາມສົນໃຈ ແລະ ພຶດຕິກຳຂອງຜູ້ຕິດຕາມຢ່າງແທ້ຈິງ.

✨ ແນວທາງຂອງ Muan ໃນປີ 2025

ເພື່ອສ້າງພື້ນທີ່ໃຫ້ກັບທຸກຄົນໃນການນຳສະເໜີ ແລະ ເປີດຮັບໄອເດຍໃໝ່ໆ ຈາກຄົນຮຸ່ນໃໝ່ໃນລາວ, ຄອນເທັນຂອງເຮົາຈະມີຄວາມຫຼາກຫຼາຍ ແລະ ແບ່ງອອກເປັນໝວດໝູ່ທີ່ກົງກັບຄວາມສົນໃຈສະເພາະດ້ານຂອງຜູ້ຕິດຕາມ ເຊັ່ນ:

???? Muan (Original): ພື້ນທີ່ສົ່ງມອບຄອນເທັນສ້າງສັນຫຼັກ ທີ່ສ້າງແຮງບັນດານໃຈໃຫ້ກັບຜູ້ຊົມທຸກກຸ່ມ

????Muan Specialty: ພື້ນທີ່ສົ່ງມອບເນື້ອຫາທີ່ເຈາະເລິກ ແລະ ເຂັ້ມຂຸ້ນ ກວມເອົາຫົວຂໍ້ ຄຣີເອທີຟ, ການຕະຫຼາດ, ເທັກເທຣນດ໌, ການພັດທະນາທັກສະ ແລະ ຊີວິດການເຮັດວຽກ ເພື່ອຕອບໂຈດຜູ້ທີ່ສົນໃຈໃນຄວາມກ້ວໜ້າ ແລະ ການຮຽນຮູ້

????Muan – the Crown Exclusive: ພື້ນທີ່ຂອງເນື້ອຫາທີ່ເຈາະເລິກໃນວົງການປະກວດ ແຫຼ່ງລວມຄວາມບັນເທີງແຫ່ງຄວາມງົດງາມ ແລະ ຄວາມສາມາດຂອງຜູ້ເຂົ້າແຂ່ງຂັນ

????KOLAB (ໂຄແລັບ): ແພລດຟອມທີ່ເຊື່ອມຕໍ່ແບຣນ ກັບ ອິນຟລູເອນເຊີ, ຄຣີເອເຕີ ແລະ KOLs ທີ່ຈະຊ່ວຍໃຫ້ແບຣນສາມາດວາງແຜນການຕະຫຼາດໄດ້ຢ່າງມີປະສິດທິພາບ

???? WeVote (ວີໂຫວດ): ແພລດຟອມທີ່ເຮັດໃຫ້ການໂຫວດ ແລະ ການໃຫ້ກຳລັງໃຈຜູ້ເຂົ້າປະກວດ ເປັນເລື່ອງທີ່ງ່າຍ ແລະ ເຂົ້າເຖິງໄດ້ສຳລັບທຸກຄົນ

????tickget.la: ແພລດຟອມສຳລັບການຊື້ບັດເຂົ້າງານອີເວັນ, ຄອນເສີດ ແລະ ກິດຈະກຳຕ່າງໆ ເພື່ອເຊື່ອມຕໍ່ຜູ້ຊົມ–ຜູ້ເຂົ້າຮ່ວມງານເຂົ້າກັບຜູ້ຈັດ ທັງພາຍໃນ ແລະ ຕ່າງປະເທດ.

ອ່ານຕື່ມ:  Muan Awards 2024 ສະຫຼອງຜົນງານຄຣີເອເຕີລາວ 15 ລາງວັນ

✨ ມ່ວນຍັງຄົງມຸ່ງໝັ້ນໃນການພັດທະນາຢ່າງບໍ່ຢຸດຢັ້ງ

Muan ມຸ່ງຫວັງທີ່ຈະເປັນແຮງຂັບເຄື່ອນໃຫ້ກັບວົງການຄຣີເອທີຟດິຈິຕອລໃນລາວ ແລະ ຍັງຄົງສານຕໍ່ຄວາມມຸ່ງໝັ້ນທີ່ຈະເປັນພື່ນທີ່ທີ່ທຸກຄົນສາມາດແບ່ງປັນໄອເດຍ ສະແດງອອກເຖິງຄວາມຄິດສ້າງສັນ ແລະ ເຊື່ອມໂຍງກັນໄດ້ໃນແພລດຟອມຂອງເຮົາ. ປີ 2025 ຈະເປັນອີກໜຶ່ງກ້າວສຳຄັນທີ່ Muan ພ້ອມຈະກ້າວເດີນໄປດ້ວຍຄວາມຕັ້ງໃຈຢ່າງເຕັມທີ່ ເພື່ອສ້າງອະນາຄົດໃໝ່ແຫ່ງຄວາມຄິດສ້າງສັນຂອງຄົນລາວ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
Muan RelationTips

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

ເຈົ້າກຳລັງສູນເສຍຕົວຕົນ? ຖືກປິດບັງຄວາມເປັນຕົວເອງ ຊວນເອົາຊະນະພຶດຕິກຳ Overcoming Eclipsing

Crown TalkThe Crown Exclusive

ບັອບບີ້ ຈາກ Content Creator ສາຍຄວາມຮູ້ສູ່ຜູ້ເຂົ້າປະກວດ Mister Universe Laos 2025

ຄົ້ນພົບຄວາມຕັ້ງໃຈ, ຄວາມໝັ້ນໃຈ ແລະ ແຮງບັນດານໃຈຂອງ ບັອບບີ້ ຍຸພະລັດ ຈາກ Content Creator ສູ່ຜູ້ເຂົ້າປະກວດ Mister Universe...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.