ຮູ້ຈັກ ແຈັກກີ້ ທິລະພົງ ຈາກພະນັກງານເສີບ ສູ່ຕົວແທນ Mr. Bear Laos 2026

ແບ່ງປັນ

ຮູ້ຈັກ ແຈັກກີ້ ທິລະພົງ ຈາກພະນັກງານເສີບ ສູ່ຕົວແທນ Mr. Bear Laos 2026

ໂດຍ: Tonmai Phoutthasack Tonmai Phoutthasack
05 March 2026 8

ຖ້າເວົ້າເຖິງຄຳວ່າ “Bear” ຫຼື “ຫຸ່ນໝີ” ຫຼາຍຄົນອາດຈະນຶກເຖິງຮູບຮ່າງທີ່ອວບອີ່ມ ແຕ່ສຳລັບ ແຈັກກີ້ ທິລະພົງ ຈັນທະວົງ ໜຸ່ມໄວ 27 ປີ ຄຳນີ້ໝາຍເຖິງ “ຄວາມອົບອຸ່ນ, ໜ້າຮັກ, ປອດໄພ ແລະ ໂດດເດັ່ນໃນແບບຂອງຕົວເອງ”.

ມື້ນີ້ຈະພາໄປຮູ້ຈັກກັບອະດີດພະນັກງານເສີບຮ້ານອາຫານກາງຄືນ ທີ່ກ້າວຂຶ້ນມາຈັບໄມ ໃສ່ສາຍສະພາຍ ເປັນຕົວແທນປະເທດລາວເທິງເວທີ Mr. Bear 2026 ເພື່ອເປັນກະບອກສຽງໃຫ້ກັບຄວາມເທົ່າທຽມ.

ກ່ອນຈະມາເປັນ Mr. Bear Laos 2026 ຊີວິດກ່ອນໜ້ານີ້ ແຈັກກີ້ກໍເປັນພຽງພະນັກງານເສີບທຳມະດາໆ ຢູ່ຮ້ານອາຫານ Red9199 ໃຊ້ຊີວິດຄືກັບຄົນທົ່ວໄປເລີຍ. ຄວາມຄິດທີ່ຈະເປັນ Mr. Bear ແມ່ນບໍ່ມີໃນຫົວ! ຄວາມຝັນໃນເສັ້ນທາງນີ້ມັນເລືອນລາງຫຼາຍ. ຈົນມື້ໜຶ່ງມີຜູ້ໃຫຍ່ຕິດຕໍ່ມາໃຫ້ລອງປະກວດ… ບອກຕາມຕົງວ່າໃຊ້ເວລາຕັດສິນໃຈດົນເຕີບ ເພາະເຮົາກັງວົນໃນຄວາມສາມາດຂອງຕົວເອງ ແລະ ລຸ້ນອ້າຍປີກ່ອນໆກໍເຮັດຜົນງານໄວ້ດີຫຼາຍ. ແຕ່ແຈັກກີ້ກໍຄິດສະເໝີວ່າ “ຄົນແບບເຮົາກໍສາມາດເຮັດໄດ້ຄືຄົນອື່ນ”.

ພາຍຫຼັງພໍຮູ້ວ່າຕົວເອງໄດ້ເປັນ  Mr. Bear Laos 2026  ກໍສຸດແຕ່ຕື່ນເຕັ້ນ ຈົນວ່ານອນບໍ່ຫຼັບເລີຍ! ພ້ອມກັບກັງວົນໃຈໄປໝົດ, ແຕ່ພໍໄດ້ເຂົ້າໄປໂອ້ລົມ ແລະ ສຶກສາຮູບແບບຂອງເວທີຢ່າງຈິງຈັງ ມັນເຮັດໃຫ້ເຮົາຮູ້ວ່າ ປະສົບການຄັ້ງນີ້ມັນສຳຄັນຫຼາຍໃນການສ້າງສັງຄົມແຫ່ງຄວາມເທົ່າທຽມ ແລະ ແຈັກກີ້ກໍພູມໃຈກັບພາລະກິດຄັ້ງນີ້ຫຼາຍທີ່ສຸດ.

ພໍທຸກຄົນຮູ້ວ່າເຮົາເປັນຕົວແທນປະເທດ ຄົນໃກ້ຕົວບໍ່ວ່າຈະເປັນຄອບຄົວ ຫຼື ໝູ່ເພື່ອນ ແມ່ນດີໃຈ ແລະ ຕື່ນເຕັ້ນກັບແຈັກກີ້ແຮງ! ມີການໃຫ້ກຳລັງໃຈຜ່ານໂຊຊຽວມີເດຍຕ່າງໆຢ່າງຫຼວງຫຼາຍ ເຊິ່ງມັນເຮັດໃຫ້ຄວາມຮູ້ສຶກເຮົາປ່ຽນໄປເລີຍ ຮູ້ສຶກວ່າເຮົາກຳລັງຈະໄດ້ກ້າວອອກໄປເຈິໂລກໃບໃໝ່ທີ່ກວ້າງຂຶ້ນກວ່າເກົ່າ.

ໃນຊ່ວງກຽມຕົວແບບນີ້ ຄວາມກົດດັນທີ່ສຸດຄືການທີ່ເຮົາໄປປະກວດໂດຍມີຄຳວ່າ “ລາວ” ຕໍ່ທ້າຍ. ມັນມີຄວາມຢ້ານຢູ່ເລິກໆວ່າ ຖ້າເຮົາສ້າງຜົນງານອອກມາບໍ່ດີເດ? ເພາະຜູ້ເຂົ້າປະກວດປະເທດອື່ນໆກໍເປັນຕາຢ້ານ ແລະ ກຽມຕົວມາໜັກຄືກັນ. ອຸປະສັກດຽວໃນຕອນນີ້ຄື ຕ້ອງເລັ່ງຝຶກຝົນຕົນເອງໃນທຸກໆດ້ານໃຫ້ພ້ອມທີ່ສຸດ ເພື່ອສູ້ເສິກຄັ້ງນີ້.

ການເບິ່ງແຍງຕົວເອງ ສຳລັບກຸ່ມ Plus size ສຳລັບແຈັກກີ້ ສິ່ງທຳອິດເລີຍຄື “ຈົ່ງມີຄວາມສຸກກັບຕົວເອງໃຫ້ຫຼາຍຂຶ້ນ”. ເຮົາສາມາດກິນອາຫານ ແລະ ດື່ມນໍ້າໃຫ້ພຽງພໍ ບໍ່ຈຳເປັນຕ້ອງອົດອາຫານເລີຍ! ແຕ່… ຢ່າລືມອອກກຳລັງກາຍຢ່າງສະໝໍ່າສະເໝີ ເພາະປັດໄຈສຳຄັນຂອງການອອກກຳລັງກາຍສຳລັບເຮົາ ບໍ່ແມ່ນແຄ່ເລື່ອງຮູບຮ່າງ ແຕ່ມັນຊ່ວຍໃຫ້ຮ່າງກາຍສົດຊື່ນ ແລະ ມີ Energy ພ້ອມລຸຍຢູ່ຕະຫຼອດເວລາ.

ແຜນໃນອະນາຄົດແມ່ນ ແຈັກກີ້ຢາກເປັນຄົນໜຶ່ງທີ່ມີສ່ວນຮ່ວມໃນການສ້າງຜົນງານດີໆໃຫ້ກັບປະເທດລາວ ເຖິງຈະເປັນພຽງສິ່ງນ້ອຍໆກໍດີໃຈຫຼາຍແລ້ວ. ຄວາມຕັ້ງໃຈຄື ຈະນຳເອົາປະສົບການທັງໝົດທີ່ໄດ້ ໄປສ້າງສັນໂປຣເຈັກຕ່າງໆຮ່ວມກັບອົງກອນ Mr. Bear ເພື່ອສົ່ງເສີມໃຫ້ໜຸ່ມສາວຫຸ່ນໝີ ຫຼື Plus size ທຸກຄົນ ມີຄວາມໝັ້ນໃຈ, ພູມໃຈທີ່ຈະເປັນຕົວເອງ ແລະ ເຮັດໃຫ້ສັງຄົມຍອມຮັບໃນຄວາມແຕກຕ່າງ ເພື່ອຂັບເຄື່ອນສິ່ງດີໆໄປພ້ອມກັນ.

“ແຈັກກີ້ອອກມາແລ້ວ ແລະ ສິ່ງທີ່ແຈັກກີ້ໄດ້ເຫັນມັນດີຫຼາຍ… ແຈັກກີ້ຖ້າທຸກຄົນຢູ່ເດີ້ ອອກມາຮ່ວມກັນສ້າງສັງຄົມແບບໃໝ່ ສັງຄົມທີ່ມີແຕ່ສີສັນ ແລະ ຄວາມມ່ວນຊື່ນໄປນຳກັນ!”

ແຈັກກີ້ ທິລະພົງ

ໃນທີ່ສຸດແລ້ວ ຄວາມສຳເລັດອາດບໍ່ໄດ້ວັດກັນທີ່ຮູບຮ່າງຕາມມາດຕະຖານຂອງໃຜ ແຕ່ມັນວັດກັນທີ່ຄວາມກ້າຫານທີ່ຈະລຸກຂຶ້ນມາເຮັດໃນສິ່ງທີ່ຮັກ.

ຮ່ວມສົ່ງກຳລັງໃຈໃຫ້ ແຈັກກີ້ ໃນການເດີນທາງເທິງເວທີ Mr. Bear 2026 ໄດ້ຕາມຊ່ອງທາງລຸ່ມນີ້:

Facebook: Jackky Chanthavong

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.