ເປີດໂຕ MONII ສາວນ້ອຍມະຫັດສະຈັນຈາກປາກເຊ ກຽມແຈ້ງເກີດເປັນສິລະປິນໃໝ່

ແບ່ງປັນ

ເປີດໂຕ MONII ສາວນ້ອຍມະຫັດສະຈັນຈາກປາກເຊ ກຽມແຈ້ງເກີດເປັນສິລະປິນໃໝ່

01 April 2026 8

Highlights

  • ເປີດໂຕ MONII (ມອນນີ້) ສາວນ້ອຍມະຫັດສະຈັນຈາກປາກເຊ ທີ່ມາພ້ອມຄວາມສາມາດທັງການຮ້ອງ ແລະ ແຣັບແບບຈັດເຕັມ.
  • ຈາກໄວຣັລສູ່ສິລະປິນມືອາຊີບທີ່ໃຜເຫັນໜ້າກໍຕ້ອງຮ້ອງອໍ ເພາະເຄີຍສ້າງປາກົດການຄວາມຮ້ອນແຮງມາແລ້ວຫຼາຍຄັ້ງ.
  • ກຽມແຈ້ງເກີດຢ່າງເປັນທາງການກັບຄ້າຍ A-Modeling And Advertising ຜູ້ຢູ່ເບື້ອງຫຼັງຄວາມສຳເລັດຂອງສິລະປິນລະດັບແຖວໜ້າຄື JENNY BELLA.


ນາທີນີ້ຕ້ອງຫຼີກທາງໃຫ້ຄວາມຮ້ອນແຮງຂອງ MONII (ມອນນີ້) ສາວນ້ອຍທີ່ມີຂອງດີ ແລະ ຄວາມສາມາດເຕັມໂຕ ເຊິ່ງລາວແມ່ນສາວລາວໃຕ້ ຈາກເມືອງປາກເຊ ແຂວງຈຳປາສັກ ນັ້ນເອງ. ມ່ວນອັບເດດ ຂໍບອກເລີຍວ່າລາວບໍ່ໄດ້ມາຫຼິ້ນໆ ເພາະ ມອນນີ້ ກຳລັງຈະໄດ້ເດບິວ (Debut) ໃນຖານະນັກຮ້ອງ ແລະ ແຣັບເປີສາວໜ້າໃໝ່ຈາກຄ້າຍ A-Modeling And Advertising.

ຫຼາຍຄົນອາດຈະຄຸ້ນໜ້າຄຸ້ນຕາກັນດີ ເພາະລາວເຄີຍສ້າງປາກົດການເປັນກະແສໂດ່ງດັງໃນໂລກອອນລາຍມາແລ້ວຫຼາຍຄັ້ງ ແລະ ຖ້າ ມອນນີ້ ໄດ້ເຜີຍໂສມໜ້າມາຮັບຮອງວ່າທຸກຄົນຕ້ອງຮ້ອງ ອໍ~ ເພາະເຄີຍເຫັນຜ່ານຕາ ແລະ ຍອມຮັບໃນຄວາມສາມາດທີ່ເກີນອາຍຸຂອງລາວຢ່າງແນ່ນອນ.

ເພາະ ມອນນີ້ ນັ້ນມີສະເໜ່ ແລະ ທັກສະການ ຮ້ອງ-ແຣັບ ທີ່ເປັນເອກະລັກ ຈຶ່ງບໍ່ແປກໃຈເລີຍທີ່ລາວຈະໄດ້ຮັບໂອກາດຄັ້ງໃຫຍ່ໃນການເປີດໂຕເປັນສິລະປິນພາຍໃຕ້ສັງກັດ A-Modeling And Advertising ໃນໄວໆນີ້.

ໃນສ່ວນຕົ້ນສັງກັດຄື A-Modeling And Advertising ແມ່ນຜູ້ຢູ່ເບື້ອງຫຼັງ ແລະ ປັ້ນສິລະປິນນ້ຳດີທີ່ມີຄວາມສາມາດຄື JENNY BELLA ແລະ ສິລະປິນຄຸນນະພາບທີ່ມີຊື່ສຽງອີກຫຼາຍຄົນມາກ່ອນ. ນີ້ຈຶ່ງເປັນສິ່ງທີ່ສາມາດຢືນຢັນໄດ້ເລີຍວ່າ ມອນນີ້ ຄືເພັດເມັດງາມທີ່ກຳລັງຈະໄດ້ຮັບການເຈຍລະໄນໃຫ້ສ່ອງແສງກວ່າເກົ່າ.

ອ່ານຕື່ມ:  DEKSAVAN ປ່ອຍເພງຮັກສຸດຫວານ "PILL ແມ່ນເຈົ້າ" ພ້ອມເທຄວາມສົດໃສໃຫ້ຄົນຟັງ

ຕິດຕາມ ແລະ ລໍຖ້າເບິ່ງນຳກັນວ່າ ສາວນ້ອຍມະຫັດສະຈັນຈາກປາກເຊຄົນນີ້ ຈະມາວາດລວດລາຍ ແລະ ສ້າງຄວາມຕື່ນເຕັ້ນໃຫ້ກັບວົງການເພງລາວເຮົາໃນຮູບແບບໃດແດ່.

ສາມາດຕິດຕາມ MONII (ມອນນີ້) ໄດ້ທີ່ຊ່ອງທາງ:

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.