Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ແບ່ງປັນ

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

05 January 2026 96

ປົກກະຕິເວລາເຮົາໂພສ Facebook ແລ້ວນຳລິງຄ໌ເວັບໄຊຕ່າງໆມາແປະໃສ່ໂພສ ເພື່ອໃຫ້ຄົນກົດໄປເບິ່ງຂໍ້ມູນຕ່າງໆທີ່ເຮົາຢາກເອົາມາແບ່ງປັນ ແຕ່ກ່ອນນັ້ນແມ່ນບໍ່ເປັນຫຍັງ ແຕ່ຕໍ່ໄປນີ້ Facebook ເພິ່ນຈະ “ຈຳກັດ” ບໍ່ໃຫ້ເຮັດແບບນັ້ນໄດ້ແລ້ວເດີທຸກຄົນ.

ນີ້ຖືວ່າເປັນສັນຍານເຕືອນຄັ້ງໃຫຍ່ເລີຍ ສຳລັບເຈົ້າຂອງເພຈ ຫຼື ສາຍແປະລິ້ງ (Affiliate) ໃນ Facebook ເພາະຕັ້ງແຕ່ໃນຊ່ວງທ້າຍປີ 2025-ປັດຈຸບັນ, ມີລາຍງານຢືນຢັນຈາກ Meta ວ່າ ພວກເຂົາກຳລັງທົດສອບການຈຳກັດການໂພສລິ້ງຈາກພາຍນອກແພລັດຟອມຢ່າງຈິງຈັງ ເພື່ອບີບໃຫ້ຜູ້ໃຊ້ງານຫັນໄປສະໝັກບໍລິການ Meta Verified (ເຄື່ອງໝາຍຕິກສີຟ້າຫຼັງຊື່) ຫຼາຍຂຶ້ນ.

ສາຍຟຣີຢ່າງ ກັອດຈິ ກໍຮູ້ສຶກເສົ້າເລີຍ ເພາະຢູ່ລາວເຮົາເອງກໍຖືວ່າ “ໜີບໍ່ພົ້ນ” ຄືກັນ. ຕໍ່ໄປຖ້າເຮົາບໍ່ຈ່າຍເງິນລາຍເດືອນໃຫ້ Facebook (Meta Verified) ເຮົາຈະຖືກຈຳກັດ ແລະ ຖືກປິດກັ້ນການເບິ່ງເຫັນ (Reach) ເລີຍ. ມື້ນີ້ ກັອດຈິ ກໍຈະມາສະຫຼຸບປະເດັນສຳຄັນທີ່ “ສາຍແປະລິ້ງ” ຕ້ອງຮູ້ ແລະ ກຽມຮັບມືກັນ.

ສຳລັບສາຍຟຣີຈະໂພສລິ້ງໄດ້ໜ້ອຍລົງ

ໃຜທີ່ເປັນສາຍຟຣີອາດຈະສາມາດແປະ 2 ຄັ້ງຕໍ່ເດືອນເທົ່ານັ້ນ ໂດຍທີ່ Facebook ເລີ່ມທົດສອບຈຳກັດຈຳນວນໂພສທີ່ມີລິ້ງໄປຍັງເວັບໄຊພາຍນອກເຊັ່ນ: ເວັບຂ່າວ, YouTube ຫຼື Blog ຖ້າໂພສເກີນນັ້ນຈະຖືກປິດກັ້ນການເບິ່ງເຫັນ ເຮັດໃຫ້ບໍ່ມີຄົນເຫັນໂພສເຮົາເລີຍ.

ຢາກໂພສໄດ້ຫຼາຍຕ້ອງ “ຈ່າຍເງິນ”

Facebook ຢາກໃຫ້ເຮົາສະໝັກບໍລິການ Meta Verified ຖ້າເຮົາຈ່າຍເງິນລາຍເດືອນ ຈຶ່ງຈະສາມາດໂພສລິງຄ໌ໄດ້ຫຼາຍ ແລະ ເປັນປົກກະຕິຄືເກົ່າ.

ອ່ານຕື່ມ:  ຮູ້ຈັກ 10 ເຄັດລັບໃຊ້ງານ iPhone ໃຫ້ປອດໄພ ປ້ອງກັນມິດສາຊີບ ແລະ ຮັກສາຂໍ້ມູນສ່ວນຕົວ

ຍ້ອນຫຍັງ Facebook ຈຶ່ງເຮັດແບບນີ້?

ເພາະ Facebook ບໍ່ຢາກໃຫ້ຜູ້ໃຊ້ກົດອອກໄປແພລັດຟອມອື່ນ ແລະ ຢາກໃຫ້ຫຼິ້ນຢູ່ໃນ Facebook ດົນໆ ຖ້າເຮົາຈະພາຄົນອອກໄປນອກແອັບ (ໂດຍການກົດລິ້ງອອກໄປ) Meta ກໍຈະເກັບຄ່າທຳນຽມນັ້ນເອງ.

ວິທີຮັບມືໃນການແປະລິງຄ໌ (ແບບງ່າຍໆ ບໍ່ຕ້ອງເສຍເງິນ)

  • ຢ່າແປະລິ້ງໃນໂພສ: ໃຫ້ໂພສຮູບງາມໆ ຫຼື ຂຽນຂໍ້ຄວາມກ່ອນ ໂດຍຂຽນບອກໃນໂພສວ່າ “ສົນໃຈເບິ່ງລິ້ງຢູ່ຄອມເມັ້ນເດີ” ຈາກນັ້ນໃຫ້ຄົນໄປກົດເຂົ້າລິ້ງຢູ່ກ້ອງຄອມເມັ້ນແທນ ເພາະ Facebook ຍັງບໍ່ທັນໄດ້ຫ້າມໃນຈຸດນີ້ເທື່ອ.
  • ເຮັດວິດີໂອສັ້ນ Reels: ກ່ອນວິດີໂອຈະຈົບໃຫ້ Hook ບອກຄົນເບິ່ງທຸກຄັ້ງວ່າສາມາດເບິ່ງຕໍ່ໄດ້ທີ່ລິ້ງກ້ອງຄອມເມັ້ນ ເພາະ Reels ໃນ Facebook ມັກຈະດັນວິດີໂອໃຫ້ຄົນເຫັນຫຼາຍກວ່າໂພສທີ່ມີແຕ່ລິ້ງ.

ທີ່ມາsocialmediatoday.com

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.