ໜ້າຫຼັກ Muan.la - ສາລະບັນເທີງ Muan Suan Pai (Explore) - ມ່ວນຊວນໄປ ລວມງານແລ່ນຕົ້ນປີ 2026 ຊວນທຸກຄົນຢຸດແລ່ນຕາມສິ່ງທີ່ເປັນໄປບໍ່ໄດ້ ແລ້ວມາແລ່ນເພື່ອໂຕເອງ
Muan Suan Pai (Explore) - ມ່ວນຊວນໄປ

ລວມງານແລ່ນຕົ້ນປີ 2026 ຊວນທຸກຄົນຢຸດແລ່ນຕາມສິ່ງທີ່ເປັນໄປບໍ່ໄດ້ ແລ້ວມາແລ່ນເພື່ອໂຕເອງ

Reset ຫົວໃຈ ກັບ 4 ງານແລ່ນຕົ້ນປີ 2026 ຢູ່ລາວ. ບໍ່ວ່າຈະແລ່ນກາງຄືນ ຫຼື Trail ກໍມີຄົບ! ຫັນມາແລ່ນເພື່ອໂຕເອງ ແລະ ສ້າງໂຕເອງທີ່ດີກວ່າເກົ່າໄປພ້ອມກັນ

ແບ່ງປັນ

ເຄີຍບໍ່? ທີ່ພະຍາຍາມແລ່ນນຳໃຜບາງຄົນຈົນເມື່ອຍ… ແຕ່ເຂົາກໍບໍ່ເຄີຍຫັນມາເບິ່ງເລີຍຈັກໜ້ອຍ.

ຕົ້ນປີ 2026 ນີ້, ມ່ວນຊວນທຸກຄົນມາ Reset ຫົວໃຈໃໝ່ ດ້ວຍການຫັນມາ “ແລ່ນເພື່ອໂຕເອງ” ລອງເບິ່ງດີກວ່າບໍ? ເພາະເຮົາຈະໄດ້ບໍ່ຕ້ອງແລ່ນຕາມໃຜ, ບໍ່ຕ້ອງແຂ່ງກັບໃຜ, ແລ່ນຕາມຈັງຫວະຫົວໃຈ ແລະ ຄວາມໄຫວຂອງເຮົາເອງກໍພໍ.

ສະນັ້ນ ເຮົາຈຶ່ງຮວບຮວມເອົາ 4 ງານແລ່ນຕົ້ນປີ 2026 ທີ່ຈະພາທຸກຄົນໄປພົບກັບໂຕເອງໃນເວີຊັນທີ່ຟິດ ແລະ ມີຄວາມສຸກກວ່າເກົ່າ. ມີງານໃດແດ່ນັ້ນ ເລືອກໄດ້ຕາມຄວາມມັກ ແລະ ຄວາມໄຫວຂອງແຕ່ລະຄົນເລີຍເດີ.

1. Synesis Vientiane Half Marathon

Reset ຫົວໃຈ ກັບ 4 ງານແລ່ນຕົ້ນປີ 2026 ຢູ່ລາວ. ບໍ່ວ່າຈະແລ່ນກາງຄືນ ຫຼື Trail ກໍມີຄົບ! ຫັນມາແລ່ນເພື່ອໂຕເອງ ແລະ ສ້າງໂຕເອງທີ່ດີກວ່າເກົ່າໄປພ້ອມກັນ

ແລ່ນປົດປ່ອຍຄວາມເສົ້າ ເອົາຄວາມມ່ວນເຂົ້າສູ້ ກັບງານແລ່ນກາງຄືນ ເອົາໃຈຄົນຕື່ນເຊົ້າບໍ່ໄຫວ. ແລ່ນແລ້ວເພິ່ນຍັງມີຄອນເສີດມ່ວນໆໃຫ້ປ່ອຍຈອຍຕອນທ້າຍນຳອີກ. ອ່ານຂໍ້ມູນເພີ່ມເຕີມໄດ້ທີ່ Synesis Vientiane Half Marathon ຊິນເນສິສ ວຽງຈັນ ແລ່ນເພື່ອສຸຂະພາບ

📅 28 ກຸມພາ 2026 | 📍 ວຽງຈັນ (Night Run)

🏁 5 KM, 12 KM, 21 KM

2. Vang Vieng Half Plus Marathon

ແລ່ນສູດອາກາດບໍລິສຸດ ໃຫ້ປອດໄດ້ພັກຜ່ອນ ກັບງານແລ່ນຮັບເດືອນມີນາຢູ່ວັງວຽງ. ບໍ່ຕ້ອງຮີບຟ້າວ… ແລ່ນຊິວໆເບິ່ງວິວພູຜາປ່າໄມ້. ໃຫ້ທຳມະຊາດບຳບັດຫົວໃຈທີ່ເມື່ອຍລ້າ ກັບມາສົດໃສອີກຄັ້ງ. ເບິ່ງຂໍ້ມູນໄດ້ທາງ Vang Vieng Half Plus Marathon

📅 1 ມີນາ 2026 | 📍 ວັງວຽງ

🏁 5 KM, 10 KM, 21 KM

ອ່ານຕື່ມ:  ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025

3. Vientiane International Half Marathon

ແລ່ນທ້າທາຍໂຕເອງ ສ້າງສະຖິຕິໃໝ່ໃຫ້ຊີວິດ. ງານນີ້ແມ່ນເພື່ອຄົນທີ່ຢາກ “ເອົາຊະນະໃຈໂຕເອງ”. ບໍ່ໄດ້ແລ່ນເພື່ອໃຫ້ໃຜຍ້ອງ ແຕ່ແລ່ນເພື່ອພິສູດວ່າເຮົາກໍເກັ່ງ ແລະ ເຮັດໄດ້! ເບິ່ງຂໍ້ມູນເພີ່ມເຕີມໄດ້ທາງ Vientiane International Half Marathon

📅 8 ມີນາ 2026 | 📍 ວຽງຈັນ

🏁 10 KM, 21 KM

4. V Trail (Vang Vieng Trail)

ລຸຍປ່າຝ່າດົງ ຊອກຫາຄວາມເຂັ້ມແຂງໃນໂຕເອງ. ທີ່ສຸດຂອງການຢູ່ກັບໂຕເອງ ໃນເສັ້ນທາງທີ່ທ້າທາຍ ທີ່ຈະເຮັດໃຫ້ເຮົາໄດ້ຍິນສຽງລົມຫາຍໃຈ ແລະ ສຽງຫົວໃຈໂຕເອງຊັດເຈນທີ່ສຸດ. ໃຜຢາກກ້າວຂ້າມຂີດຈຳກັດ ຕ້ອງມາງານແລ່ນນີ້ເລີຍ. ເບິ່ງຂໍ້ມູນເພີ່ມເຕີມໄດ້ທີ່ V Trail

📅 15 ມີນາ 2026 | 📍 ວັງວຽງ

🏁 10 KM, 18 KM, 30 KM, 50 KM

ຢ່າລືມເດີທຸກຄົນ… ການແລ່ນທີ່ດີທີ່ສຸດ ຄືການແລ່ນທີ່ມີ “ຄວາມສຸກ”. ບໍ່ຈຳເປັນຕ້ອງແລ່ນໃຫ້ໄວເທົ່າໃຜ ພະຍາຍາມແລ່ນໃຫ້ສະໝໍ່າສະເໝີໃນແບບຂອງເຮົາກໍພໍ. ເພາະຈຸດໝາຍປາຍທາງທີ່ແທ້ຈິງ ບໍ່ແມ່ນແຕ່ເສັ້ນໄຊ ແຕ່ແມ່ນ “ສຸຂະພາບ ແລະ ຫົວໃຈ” ທີ່ແຂງແຮງຂຶ້ນຂອງເຮົາເອງ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ລວມ 12 ສະຖານທີ່ງານວາງສະແດງສິລະປະ Lao Art Week 2025

Lao Art Week 2025 ຈະປ່ຽນນະຄອນຫຼວງວຽງຈັນ ໃຫ້ເປັນເວທີສິລະປະທີ່ມີຊີວິດ ພາຍໃຕ້ແນວຄິດ "MOTION ຫຼື ການເຄື່ອນໄຫວ" ໂດຍການນຳສະເໜີສິລະປະລາວ, ປະເພນີດັ້ງເດີມ,...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.