Highlights
- ບົດເພງທີ່ໄດ້ຖ່າຍທອດຄວາມຮັກທີ່ບໍລິສຸດ, ຈິງໃຈ ແລະ ໝັ້ນຄົງ ຜ່ານເນື້ອຮ້ອງທີ່ນຸ່ມນວນ ເຊິ່ງເນັ້ນຢ້ຳເຖິງການເປັນ “ໜຶ່ງດຽວໃນດວງໃຈ” ທີ່ພ້ອມຈະປົກປ້ອງ ແລະ ຢູ່ຄຽງຂ້າງຕະຫຼອດໄປ.
- ການປະສົມປະສານຄວາມງາມຂອງສາວຫຼວງພະບາງ ເຂົ້າກັບມົນສະເໜ່ຂອງທຳມະຊາດ ແລະ ສະຖາປັດຕະຍາກຳວັດວາອາຮາມໄດ້ຢ່າງລົງຕົວເຮັດໃຫ້ MV ນີ້ເປັນຄືກັບການພາໄປທ່ຽວຊົມເມືອງເກົ່າທີ່ເຕັມໄປດ້ວຍວັດທະນະທຳ.
- ບັນຍາກາດດີໆທີ່ຊວນໃຫ້ຕາມຮອຍ ແລະ ເປັນການກັບມາທີ່ຄົງເອກະລັກຂອງ AiiLA ໃນການສ້າງສັນຜົນງານທີ່ເຕັມໄປດ້ວຍຄວາມພາກພູມໃຈໃນບ້ານເກີດ ສ້າງຄວາມປະທັບໃຈຈົນຢາກຈະໄປສຳຜັດບັນຍາກາດແທ້ໆ ທີ່ຫຼວງພະບາງ.
Magic Luang Prabang ໂດຍ AiiLA ແມ່ນເພງທີ່ໄດ້ຖ່າຍທອດຄວາມຮູ້ສຶກຄວາມຮັກອັນເລິກເຊິ່ງຂອງຊາຍຄົນໜຶ່ງທີ່ມີຕໍ່ສາວຫຼວງພະບາງ. ບົດເພງນີ້ໄດ້ເລົ່າເຖິງຄວາມຊື່ສັດ ແລະ ຄວາມຜູກພັນທີ່ໝັ້ນຄົງ ເພື່ອເນັ້ນຢ້ຳວ່າຜູ້ຍິງຄົນນີ້ເປັນຄົນດຽວໃນໃຈທີ່ລາວຈະຄອຍເຝົ້າເບິ່ງ ແລະ ປົກປ້ອງຕະຫຼອດໄປ.
ໃນ MV ຍັງຖ່າຍທອດພາບບັນຍາກາດໃຫ້ເຮົາໄດ້ເຫັນເຖິງມົນສະເໜ່ທຳມະຊາດທີ່ສວຍງາມຂອງເມືອງຫຼວງພະບາງ ແລະ ສະຖາປັດຕະຍາກຳຂອງວັດວາອາຮາມອັນເປັນເອກະລັກຂອງເມືອງມໍລະດົກໂລກ.
ການກັບມາເທື່ອນີ້ໃນເພງ Magic Luang Prabang ຂອງ AiiLA ຍັງຄົງເອກະລັກເກົ່າຄື ການເລົ່າເຖິງຄວາມງາມທີ່ໜ້າຫຼົງໃຫຼຂອງສາວລາວ, ຄວາມພູມໃຈໃນບ້ານເກີດເມືອງນອນ ແລະ ການໃຊ້ພາສາທີ່ນຸ່ມນວນ.
ພຽງໄດ້ເຝົ້າມອງຮັກເທົ່ານີ້ ກໍດີຕໍ່ໃຈ
ເພງໄດ້ບັນຍາຍດ້ວຍເນື້ອຮ້ອງທີ່ສວຍງາມທີ່ສື່ເຖິງອາລົມທີ່ສາມາດຍອມສະລະໄດ້ທຸກຢ່າງ ແລະ ສະເໜ່ທີ່ໜ້າຫຼົງໄຫຼຂອງເມືອງຫຼວງພະບາງໄປພ້ອມກັນ ແລະ ລວມເຖິງຊີວິດເພື່ອຄວາມຮັກໂດຍຕັ້ງຄວາມຫວັງວ່າ ຄວາມສຳພັນທີ່ດີນີ້ຈະຄົງຢູ່ນິລັນດອນບໍ່ວ່າຈະເກີດຫຍັງຂຶ້ນກໍຕາມ.
ເພງ Magic Luang Prabang ບໍ່ແມ່ນພຽງແຕ່ເພງຮັກທຳມະດາທົ່ວໄປ ແຕ່ເປັນການປະສົມປະສານລະຫວ່າງຄວາມຮັກ ແລະ ຄວາມຫຼົງໃຫຼໃນວັດທະນະທຳເຂົ້າກັນໄດ້ຢ່າງກົມກືນ ແລະ ຊວນໃຫ້ປະທັບໃຈ.
ທັງບົດເພງ ແລະ ພາບປະກອບທີ່ມີສວຍງາມເຮັດໃຫ້ພໍຟັງແລ້ວ ຢາກໄປສຳຜັດທ່ຽວຊົມເມືອງເກົ່າຫຼວງພະບາງເພື່ອຕາມຮອຍເພງນີ້ຂອງ AiiLA ເລີຍ ແລະ ມ່ວນຊວນຟັງ ຂໍຍົກໃຫ້ເປັນເພງທີ່ມີຄວາມ Green Flag ສຸດໆ ເພາະເພງນີ້ມີແຕ່ຄວາມຫວັງດີ ແລະ ຈິງໃຈທີ່ມີຕໍ່ກັນ.