Highlights
- LNGSHOT ບອຍກຣຸບນ້ອງໃໝ່ຈາກຄ່າຍ MORE VISION ທີ່ເນັ້ນເອກະລັກແນວເພງ Hip-Hop ແລະ R&B ພວກເຂົາພ້ອມທ້າທາຍທຸກອຸປະສັກ ເພື່ອຄວ້າຄວາມສຳເລັດມາດ້ວຍມືໂຕເອງ.
- ເປີດໂຕເດບິວດ້ວຍ EP SHOT CALLERS ແລະ ເພງຫຼັກ Moonwalkin’ ທີ່ເຮັດໃຫ້ຕິດຫູຈົນສາມາດຄວ້າລາງວັນ Billboard Korea’s Rookie of the Month ປະຈຳເດືອນກຸມພາ 2026.
- ການລວມຕົວຂອງຕົວທັອບທີ່ມີຄາແຣັກເຕີຊັດເຈນ ທັງຫົວໜ້າວົງອະດີດເດັກຝຶກ KOZ, ແຣັບເປີສາຍປະກວດ, ເມນແດນຊ໌ແຟຊັ່ນນິດສະຕ້າ ແລະ ນ້ອງຫຼ້າລູກຊອດ ເົກາຫຼີ – ຝຣັ່ງ.
Muan Scoop ຈະພາທຸກຄົນໄປຮູ້ຈັກສິລະປິນກຸ່ມນ້ອງໃໝ່ໃນວົງການ K-POP ທີ່ມີເອກະລັກ ແລະ ໜ້າສົນໃຈຄືວົງ LNGSHOT (ອ່ານວ່າ Long-Shot ຫຼື ລອງຊັອດ) ທີ່ກຳລັງເປັນທີ່ຈັບຕາເບິ່ງໃນປີ 2026 ນີ້.
ພວກເຂົາແມ່ນເດັກປັ້ນຈາກຄ້າຍ MORE VISION ຂອງ Jay Park ໂຕພໍ່ທີ່ຫຼາຍຄົນຂອງຮູ້ຈັກກັນດີ ເພາະລາວມີຄວາມສາມາດທີ່ຫຼາຍລົ້ນບໍ່ວ່າຈະເປັນນັກຮ້ອງ ແລະ ແຣັບເປີ.
LNGSHOT ປະກາດເດບິວ (Debut) ຢ່າງເປັນທາງການໃນ ວັນທີ 13 ມັງກອນ 2026 ດ້ວຍ EP ‘SHOT CALLERS’ (ແມ່ນ Debut EP ຫຼື ອະລາບ້ຳເດບິວທີ່ປະກອບມີ 5 ເພງ) ແລະ ເພງທີ່ເຮັດໃຫ້ເປັນທີ່ຮູ້ຈັກກໍແມ່ນເພງເດບິວຫຼັກຂອງວົງຄືເພງ Moonwalkin’.
ວົງ LNGSHOT ປະກອບດ້ວຍສະມາຊິກ 4 ຄົນທີ່ມີສະເໜ່ທີ່ບໍ່ຄືໃຜ ແລະ ທັກສະທີ່ໂດດເດັ່ນທີ່ແຕກຕ່າງກັນຄື: Ohyul (ໂອຍູລ), Ryul (ຣະຍູລ), Woojin (ອູຈິນ) ແລະ Louis (ຫຼຸຍສ໌).
ຈຸດເລີ່ມຕົ້ນຂອງວົງ LNGSHOT
ວົງ LNGSHOT ເກີດຈາກຈຸດປະສົງທີ່ Jay Park ຢາກລວມກຸ່ມເດັກຝຶກທີ່ມີທັດສະນະຄະຕິຄືກັນກັບລາວບໍ່ວ່າຈະເປັນຄວາມຕັ້ງໃຈ, ແນວເພງ ແລະ Jay Park ໄດ້ເລືອກຊື່ວົງເພາະຢາກອະທິບາຍຄວາມໝາຍຂອງ LNGSHOT ວ່າເຖິງຈະມີໂອກາດສຳເລັດໜ້ອຍແຕ່ກໍເລືອກຊື່ນີ້ ເພື່ອສະທ້ອນໃຫ້ເຫັນເຖິງແນວຄິດຂອງວົງວ່າ ຕໍ່ໃຫ້ເສັ້ນທາງຈະຍາກເທົ່າໃດ ກໍພ້ອມທ້າທາຍທຸກອຸປະສັກ ແລະ ຄວ້າໂອກາດນັ້ນມາດ້ວຍໂຕເອງ.

ພາບ: lngshot__official
ຜົນງານກ່ອນເດບິວຂອງ LNGSHOT
ພວກເຂົາໄດ້ປ່ອຍ 4SHOBOIZ MIXTAPE ທີ່ສະມາຊິກຮວມກັນແຕ່ງເພງ ແລະ ຍັງໄດ້ຂຶ້ນສະແດງເທິງເວທີໃຫຍ່ຂອງເກົາຫຼີໃຕ້ຄື Melon Music Awards 2025.
ຫຼັງຈາກນັ້ນຍັງໄດ້ປ່ອຍ pre-release ອອກມາໃຫ້ໄດ້ຟັງກ່ອນຄືເພງ Saucin‘ ທີ່ໄດ້ສະແດງໂຕຕົນຂອງພວກເຂົາໄດ້ຊັດເຈນ ແລະ ເພງ Saucin’ ຈຶ່ງເປັນຈຸດເລີ່ມຕົ້ນໃນສ້າງຖານແຟນເພງຂອງວົງ ກ່ອນທີ່ຈະຕິດຕາມໄປຮູ້ຈັກພວກເຂົາໃນຖານະສິລະປິນກຸ່ມ.
ການເດບິວຂອງ LNGSHOT
ພວກເຂົາໄດ້ປ່ອຍເພງເດບິວ Title Track ຫຼື ຫຼັກ ທີ່ມີຊື່ວ່າ Moonwalkin’ ທີ່ຟັງແລ້ວທັງເທ່ ແລະ ຕິດຫູມີສະເໜ່ກິ່ນອາຍ Hip-Hop ແລະ R&B ແບບຕາເວັນຕົກທີ່ໄດ້ແຮງບັນດານໃຈມາຈາກສິລະປິນໃນຕຳນານຄື Michael Jackson ແລະ Beyoncé.
ພໍໄດ້ລອງຟັງຈຶ່ງເຮັດໃຫ້ເຂົ້າໃຈວ່າເປັນຫຍັງ LNGSHOT ຄືເປັນທີ່ຮູ້ຈັກຂະໜາດນັ້ນຕັ້ງແຕ່ປ່ອຍເພງທຳອິດອອກມາ ເພາະພວກເຂົາໄດ້ພິສູດຄວາມສາມາດໃຫ້ພວກເຮົາເຫັນແລ້ວທັງເລື່ອງ ການຮ້ອງ-ເຕັ້ນ ທີ່ມີສັກກະຍະພາບ ເຊິ່ງເພງໃນ EP ‘SHOT CALLERS’ ສະມາຊິກທຸກຄົນກໍໄດ້ຮວມກັນຂຽນທັງ 5 ເພງນັ້ນເອງ.

ພາບ: lngshot__official
ປັດຈຸບັນ, ພວກເຂົາກຳລັງເປັນທີ່ຈັບຕາເບິ່ງຫຼາຍໃນວົງການເພງ K-Pop ຮຸ່ນໃໝ່ ແລະ ເດືອນ ກຸມພາທີ່ຜ່ານມາ, LNGSHOT ຍັງໄດ້ຮັບລາງວັນທີ່ໄດ້ກາລັນຕີຄວາມສາມາດຈາກ Billboard Korea’s Rookie of the Month.
ຮູ້ຈັກກັບສະມາຊິກ LNGSHOT
ສະມາຊິກທັງ 4 ຄົນໃນວົງ LNGSHOT ມີຄວາມໂດດເດັ່ນດ້ວຍຄາແຣັກເຕີທີ່ຊັດເຈນ ແລະ ມີຄວາມເປັນໂຕຂອງໂຕເອງສູງ ທັງຄວາມດິບ, ຄວາມກວນ ແລະ ແນວດົນຕີ R&B ຮິບຮອບ (Hip-hop) ທີ່ເຂົ້າເຖິງງ່າຍ.

ພາບ: LNGSHOT
Ohyul (ໂອຢູລ): ແມ່ນອ້າຍໃຫຍ່ ແລະ ເປັນຫົວໜ້າວົງ (Leader), ລາວເກີດວັນທີ 21 ມັງກອນ 2006. ເປັນເດັກຝຶກ (Trainee) ຄົນທຳອິດຂອງຄ່າຍ More Vision ແລະ ເຄີຍເປັນອະດີດເດັກຝຶກ KOZ (ຂອງ Zico) ມາກ່ອນ.
Ohyul ມີຈຸດເດັ່ນທີ່ບຸກຄະລິກມີຄວາມນິ່ງ, ສຸຂຸມ ແລະ ກໍມີຄວາມຮັບຜິດຊອບສູງຫຼາຍ ແຖມຍັງມີຄວາມສາມາດຮອບດ້ານທັງການຫຼິ້ນກີຕ້າ, ແຕ່ງເພງ ແລະ ເຄີຍມີສ່ວນຮວມໃນເບື້ອງຫຼັງຜົນງານຂອງ Jay Park ມາກ່ອນນຳ.

ພາບ: LNGSHOT
Ryul (ຣະຍູລ): ຕຳແໜ່ງແຣັບເປີຫຼັກສາຍເດືອດ (Main Rapper) ແລະ ເຄີຍຜ່ານລາຍການແຂ່ງແຣັບຊື່ດັງຢ່າງ Show Me the Money 11 ແລະ RAP: PUBLIC ມາກ່ອນ. Ryul ເກີດວັນທີ 18 ກັນຍາ 2006, ມີສາຍາໃນວົງວ່າ ເບບີ້ຮິບໂປ (Baby Hippo).
ລາວເປັນສະມາຊິກອີກໜຶ່ງຄົນທີ່ມີຄາແຣັກເຕີຊັດເຈນຫຼາຍ ແລະ ມີສະເໜ່, ລາວເປັນຄົນທີ່ມີຄວາມໝັ້ນໃຈສູງ.

ພາບ: LNGSHOT
Woojin (ອູຈິນ): ເກີດວັນທີ 8 ມີນາ 2008 ເປັນສາຍການສະແດງ (Performance) ສຸດຂີ້ດື້ ແລະ ຮັບຕຳແໜ່ງ Main Dance (ນັກເຕັ້ນຫຼັກ) ຂອງວົງ. ລາວມີທັກສະການເຕັ້ນທີ່ໂດດເດັ່ນ ແລະ ມີສະໄຕລ໌ແຟຊັນທີ່ເປັນເອກະລັກ, ເຄີຍເປັນອະດີດເດັກຝຶກຈາກຄ່າຍ BigHit.
ເວລາ Woojin ເຮັດການສະແດງເທິງເວທີລາວຈະຈິງຈັງ ແລະ ມີພະລັງສູງເປັນພິເສດ, ແຕ່ຕົວຈິງແລ້ວເປັນຄົນທີ່ສົດໃສ ແລະ ຂີ້ຫຼິ້ນ.

ພາບ: LNGSHOT
Louis (ຫຼຸຍສ໌): ນ້ອງຫຼ້າຂອງວົງ ຮັບຕຳແໜ່ງຮ້ອງຫຼັກ (Main Vocal), ເປັນລູກຊອດ ເກົາຫຼີ-ຝຣັ່ງ ທີ່ສາມາດເວົ້າໄດ້ 3 ພາສາ (ຝຣັ່ງ, ເກົາຫຼີ ແລະ ອັງກິດ) ເກີດວັນທີ 1 ພຶດສະພາ 2010 ແລະ ເຄີຍຮ່ວມງານກັບ Jay Park ໃນເພງ Remedy ກ່ອນເດບິວ.
Louis ມີສຽງຮ້ອງທີ່ມ່ວນ ແລະ ໃສຈົນແຟນໆໄດ້ຕັ້ງສາຍາໃຫ້ເປັນ ເບບີ້ ຈັສຕິນ ບີເບີ (Baby Justin Bieber) ໃຜທີ່ສາຍແພ້ທາງຄວາມນຸ່ມນວນ ແລະ ອ່ອນໂຍນແບບລູກນ້ອຍທີ່ມີກິ່ນແປ້ງເດັກ ກໍປັກເມນ Louis ໄດ້ເດີ.
Muan Scoop ລັກໄປຫາຂໍ້ມູນມາ ພ້ອມທັງມີຂ່າວດີມາບອກທຸກຄົນວ່າໄວໆນີ້ 4 ໜຸ່ມ LNGSHOT ກຳລັງຈະມາປະເທດເພື່ອນບ້ານເຮົາ (Thai) ແລະ ມີຄິວຂຶ້ນເວທີ K20 Songkarn Music Festival ໃນວັນທີ 14 ເມສາ ແລະ ຈະມີງານ Fansign ໃນວັນທີ 15 ເມສາ ນີ້.