ຣີວິວຈັດເຕັມ! L.I.T Pop Music Festival EP.1: ປາກົດການ Ticket 2 Miracle ທີ່ເຮັດໃຫ້ແຟນ L-POP & T-POP ມ່ວນຈົນເກືອບວູບ!

ຈົບລົງຢ່າງສວຍງາມ ແລະ ສ້າງແຮງສັ່ນສະເທືອນໄປທົ່ວວົງການເພງລາວ-ໄທ ສຳລັບງານ L.I.T Pop Music Festival EP.1 Ticket 2 Miracle ທີ່ຈັດຂຶ້ນເມື່ອວັນທີ 21 ມີນາ 2026 ທີ່ສູນວາງສະແດງ ITECC (Exhibition Hall).
ໃນຖານະທີ່ເຮົາເປັນໜຶ່ງໃນແຟນເພງທີ່ຍອມຕື່ນແຕ່ເຊົ້າມາແຕ່ງໂຕ OOTD ແບບຈັດເຕັມ ແລະ ໄປຍືນລໍຖ້າປະຕູເປີດ, ບອກເລີຍວ່າ ນີ້ຄືມາດຕະຖານໃໝ່ຂອງ Music Festival ໃນລາວ ທີ່ເຮັດໃຫ້ເຮົາປະທັບໃຈຈົນຕ້ອງມາຂຽນເລົ່າສູ່ຟັງແບບລະອຽດ.
First Impression: ການຈັດການທີ່ Professional ແລະ Vibe ທີ່ເຮັດໃຫ້ຮູ້ສຶກວ່ານີ້ແມ່ນບ່ອນຂອງເຮົາ
ສິ່ງທຳອິດທີ່ຕ້ອງຍ້ອງຍໍທີມງານ Miracle Production ເລີຍຄື ຄວາມຕົງຕໍ່ເວລາ. ງານນີ້ເລີ່ມຕັ້ງແຕ່ບ່າຍ 1 ໂມງ ຍາວໄປຮອດ 11 ໂມງກາງຄືນ, ແຕ່ການຈັດສັນຄິວສິລະປິນແມ່ນເຮັດໄດ້ເປະລາຍນາທີ! ບໍ່ມີການປ່ອຍໃຫ້ເວທີວ່າງໃຫ້ແຟນໆ ຕ້ອງຢືນເຫງົາ. ພື້ນທີ່ພາຍໃນ Hall ຖືກແບ່ງໂຊນຢ່າງເປັນລະບົບ, ມີຈຸດບໍລິການເຄື່ອງດື່ມຈາກສະປອນເຊີຫຼາກຫຼາຍຈຸດ ເຮັດໃຫ້ເຮົາສາມາດໄປເຕີມຄວາມສົດຊື່ນໄດ້ຕະຫຼອດເວລາໂດຍບໍ່ຕ້ອງຕໍ່ແຖວດົນ.

ທີ່ສຳຄັນແມ່ນ Vibe ຂອງຄົນຮ່ວມງານ ທີ່ທຸກຄົນແຕ່ງໂຕມາແບບ “ສູ້ຕາຍ”! ບໍ່ວ່າຈະເປັນສາຍ Y2K, Streetwear ຫຼື ຊຸດຕາມສີປະຈຳວົງສິລະປິນ ບອກເລີຍວ່າເບິ່ງໄປທາງໃດກໍມີແຕ່ຄວາມສົດໃສ, ຄວາມເທ້, ຄວາມເລີດ ແລະ ເຖິງວ່າອາກາດຂ້າງນອກຈະຮ້ອນເອົ້າຈົນປອດໄໝ້, ແຕ່ພາຍໃນ Hall ກໍພະຍາຍາມສູ້ຊີວິດສຸດໆ. ເຖິງຈະມີບາງຊ່ວງທີ່ຄົນແໜ້ນຫຼາຍຈົນຮູ້ສຶກຮ້ອນເປັນໄລຍະ, ໂດຍສະເພາະຊ່ວງສິລະປິນຂຶ້ນສະແດງ, ແຕ່ພະລັງຄວາມມ່ວນ ແລະ ຄວາມຮັກທີ່ມີໃຫ້ສິລະປິນກໍເຮັດໃຫ້ເຮົາລືມເລື່ອງເຫື່ອແຕກໄປຊົ່ວຂະນະ!
Production & Atmosphere: ແສງ ສີ ສຽງ ທີ່ຍົກລະດັບຄວາມຟິນແບບ 10/10
ໃນສ່ວນຂອງ Production, ຕ້ອງຍອມຮັບວ່າທີມງານ ໃສ່ສຸດແບບບໍ່ກັກ. ຈໍ LED ຂະໜາດຍັກທີ່ສາຍພາບສິລະປິນແບບ Full HD ເຮັດໃຫ້ແຟນໆ ທີ່ຢູ່ແຖວຫຼັງກໍຍັງເຫັນຄວາມຫຼໍ່ຄວາມງາມແບບຊັດເຈນ. ການອອກແບບກຣາຟິກໃນແຕ່ລະຊ່ວງຂອງທາງສິລະປິນ ແມ່ນມີຄວາມຄຣີເອທີບສູງ, ເຂົ້າກັບ Mood ຂອງແຕ່ລະເພງໄດ້ດີຫຼາຍ.



ລະບົບສຽງໂດຍລວມແມ່ນແໜ້ນຕຶບ ຈົນຮູ້ສຶກເຖິງແຮງເບສທີ່ສະເທືອນຮອດຫົວໃຈ. ເຖິງວ່າຈະມີບາງຊ່ວງທີ່ໄມ ຫຼື ຈໍມີບັນຫາເຕັກນິກເລັກໆ ນ້ອຍໆ (ເຊິ່ງເປັນເລື່ອງປົກກະຕິຂອງງານ Festival ສົດ), ແຕ່ທີມງານແກ້ໄຂສະເພາະໜ້າໄດ້ໄວຫຼາຍ ຈົນບໍ່ເຮັດໃຫ້ອັດຖະລົດໃນການເບິ່ງເສຍໄປ.
ອີກຢ່າງ ທີ່ເຮັດໃຫ້ເຮົາປະທັບໃຈທີ່ສຸດແມ່ນການຈັດສັນໂຊນອາຫານດ້ານນອກທີ່ໃຫ້ເຮົາໄດ້ອອກໄປເຕີມພະລັງ ແລ້ວກັບເຂົ້າມາມ່ວນຕໍ່ໄດ້ແບບບໍ່ມີຮອຍຕໍ່.
Line-up ທີ່ເປັນທີ່ສຸດຂອງການ Collab ລະຫວ່າງຊາດ: L-POP & T-POP
ງານນີ້ຄືເວທີທີ່ພິສູດວ່າ L-POP ບ້ານເຮົາກໍແຂງແຮງຫຼາຍ! ເຮົາໄດ້ເຫັນສັກກະຍະພາບຂອງສິລະປິນລາວທີ່ຂຶ້ນສະແດງຕັ້ງແຕ່ຊ່ວງບ່າຍ ບໍ່ວ່າຈະເປັນ Naemz x Zixna, Bellez, Veiled Musician Laos, Pingko, Atian, Swagwazz x Huen Crew, NUTDAO, JUST”, Imel, Gomen., Deymi ໄປຈົນຮອດຊ່ວງແລງເຊັ່ນ Clozer, MVIIZ, Soney, PET PMM ແລະ DJ NAMNAM. ທຸກຄົນຂົນເພງຮິດມາໂຊແບບບໍ່ກັກພະລັງ ເຮັດໃຫ້ເຮົາຮູ້ສຶກພູມໃຈໃນສິລະປິນບ້ານເຮົາແທ້ໆ.




ຕັດພາບມາທີ່ຝັ່ງ T-POP ທີ່ເຮັດໃຫ້ Hall ແຕກຄືເກົ່າ! ນຳໂດຍ 4EVE ທີ່ມາພ້ອມກິ່ນອາຍຄວາມເປັນ Girl Group ຕົວແມ່ ຮ້ອງເຕັ້ນແບບລືມຕາຍ ໂດຍສະເພາະຊ່ວງເພງ HOT 2 HOT ທີ່ແຟນເຕັ້ນ ແລະ ຮ້ອງນຳຈົນເມື່ອຍ ແລະ ATLAS ທີ່ມາພ້ອມ Performance ທີ່ແຂງແຮງ ແລະ ຄວາມງານດີ ອອກແສງ ຈົນແຟນໆກຣີດຈົນຄໍແຫ້ງ. ລວມເຖິງຄວາມມ່ວນຈາກ Jack Fanchan ແລະ JMNK ທີ່ມາເຕີມເຕັມສີສັນໃຫ້ງານນີ້ສົມບູນແບບ. ມັນເປັນຄວາມຮູ້ສຶກທີ່ດີຫຼາຍທີ່ໄດ້ເຫັນແຟນເພງຊ່ວຍກັນຮ້ອງເພງຂອງທັງສອງຊາດໄດ້ແບບເປະ.



Surprise ທີ່ເຮັດໃຫ້ຮ້ອງຈົນເກືອບວູບ ແມ່ນ ວິນາທີປະກາດ EP.2 ທີ່ເກີນຄວາມຄາດໝາຍ
ແລະ Moment ທີ່ເຮັດໃຫ້ທຸກຄົນໃນ Hall ຕ້ອງຮ້ອງອອກມາແບບສຸດສຽງ (ແບບທີ່ຜູ້ຂຽນເອງກໍເກືອບວູບຂອງແທ້) ກໍຄືການປະກາດ LINE UP ຂອງ EP.2 ທີ່ຈະມີຂຶ້ນໃນວັນທີ 27 ມິຖຸນາ 2026. ບອກເລີຍວ່າຜູ້ຈັດເສີບແຟນໆແບບຈັດໜັກຫຼາຍ ເພາະລາຍຊື່ທີ່ປ່ອຍອອກມາແມ່ນລະດັບຕົວທັອບທີ່ໄວລຸ້ນ Gen Z ລໍຄອຍ!
- ຝັ່ງລາວ (L-POP): ກຽມພົບກັບຕົວທັອບ ນັ້ນກໍຄື TAIY AKARD, CLOZER ແລະ FIZCHE. ບອກເລີຍວ່າພຽງແຕ່ເຫັນຊື່ຂອງເຂົາເຈົ້າ ກໍຮູ້ແລ້ວວ່າ EP.2 ຈະຕ້ອງມ່ວນແບບຕະໂກນ.
- ຝັ່ງໄທ (T-POP): ມາແບບທະລຸເພດານທັງ Guncharlie, Fellow Fellow ແລະ ທີ່ເຮັດໃຫ້ Hall ສະເທືອນກໍຄືສອງບອຍກຣຸບສຸດຮັອດ DICE ແລະ PROXIE! (ໃນຖານະແຟນຄລັບ, ຕອນນັ້ນຄືມືສັ່ນ, ໃຈເຕັ້ນແຮງ ແລະ ຟ້າວກົດໂທລະສັບບອກໝູ່ໃນ Group Chat ທັນທີວ່າ: “ສສສສສສສສສູ ກຽມເງິນໄວ້ເລີຍຍຍຍ ເຂົາມາແທ້ ເຂົາມາລາວແລ້ວ!!!”)


ບັນທຶກການເຕີບໃຫຍ່ ແລະ ຄຳສັນຍາໃນ EP ຕໍ່ໄປ
ໂດຍລວມແລ້ວ, L.I.T Pop Music Festival EP.1 ບໍ່ໄດ້ເປັນພຽງແຕ່ຄອນເສີດ, ແຕ່ມັນຄື ພື້ນທີ່ທີ່ເຊື່ອມໂຍງດົນຕີ ແລະ ຄວາມຝັນຂອງສິລະປິນລາວໃຫ້ກ້າວໄປໄກກວ່າເກົ່າ ຕາມເຈດຕະນາຂອງ ໂຈໂຈ້ ມິຣາໂຄ້. ເຖິງຈະເປັນຄັ້ງທຳອິດ ແຕ່ກໍເຮັດອອກມາໄດ້ດີເກີນຄາດ ແລະ ສ້າງຄວາມປະທັບໃຈໃຫ້ແຟນເພງຢ່າງຫຼວງຫຼາຍ. ເຫັນສິລະປິນທັງຮ້ອງທັງເຕັ້ນຈົນເຫື່ອແຕກຍ້ອນຄວາມຮ້ອນ ແຕ່ພວກເພິ່ນກໍຍັງຍິ້ມ ແລະ ສົ່ງພະລັງໃຫ້ແຟນໆ ຕະຫຼອດ ມັນຄື Miracle ທີ່ແທ້ຈິງ.
ຕະຫຼອດປີ 2026 ນີ້ ເຮົາຍັງມີນັດມ່ວນກັນອີກເຖິງ 3 ຄັ້ງ. ສະນັ້ນ, ໃຜທີ່ພາດຄັ້ງທຳອິດໄປ ບອກເລີຍວ່າ EP.2 ວັນທີ 27 ມິຖຸນາ ນີ້ ເຈົ້າຈະພາດບໍ່ໄດ້ເດັດຂາດ! ກຽມຮ່າງກາຍໃຫ້ພ້ອມ, ກຽມຊຸດໃຫ້ປັງ ແລ້ວໄປເຈິກັນໃນງານໜ້າ.
ສ່ວນຜູ້ຂຽນນັ້ນ… ຕອນນີ້ຂໍຕົວໄປຊ້ອມເຕັ້ນເພງ Bad Shawty ຂອງ PROXIE ແລະ ຊ້ອມຮ້ອງ Fan Chant ຂອງ DICE ລໍຖ້າກ່ອນເດີ້, ພົບກັນຢູ່ໜ້າຮ້ານ ເອີ້ຍ ໜ້າເວທີແນ່ນອນ!