ນາທີນີ້ບໍ່ມີໃຜຢຸດຄວາມປັງໄດ້ ສຳລັບ ລິຊ່າ ລະລິສາ ມະໂນບານ ທີ່ຫຼ້າສຸດປາກົດຕົວເທິງພົມແດງໃນຖານະ Amazing Thailand Ambassador! ແລະທີ່ທຸກຄົນຕ້ອງຕະລຶງກັບຊຸດສີທອງປະຍຸກທີ່ມີຄວາມງົດງາມ, ສົມມົງຕົວແມ່ເບີ 1 ແລະ ທີ່ສຳຄັນຊຸດນີ້ບໍ່ໄດ້ມາຫຼິ້ນໆ ເພາະລິຊ່າໄດ້ຈັບເອົາ “ຄວາມເປັນໄທ” ໄປສັ່ນສະເທືອນວົງການໄຮເອນ (High-end).
ຊຸດທີ່ລິຊ່າສວມໃສ່ແມ່ນຜົນງານ Masterpiece ຈາກແບຣນລະດັບໂລກຢ່າງ Balmain ທີ່ມີການຕັດຫຍິບແບບ Custom-made ເພື່ອລິຊ່າໂດຍສະເພາະ ໂດຍໄດ້ຮັບແຮງບັນດານໃຈການ “ຫົ່ມສະໄບ” ແລະ ສະເໜ່ຂອງຜ້າໄໝໄທສີເຫຼືອງນວນ ພ້ອມງານປັກລວດລາຍ “ດອກບົວສີທອງ” ທີ່ສະທ້ອນເຖິງຄວາມອ່ອນໂຍນ ແລະ ບໍລິສຸດ.
ຕົວຊຸດເປັນແບບເກາະເອິກເຂົ້າຮູບຊົງຫາງປາ ໃຊ້ການຕັດຫຍິບຊັ້ນສູງ (Haute Couture) ທີ່ປະນີດທຸກເຂັມ, ຊ່ວງເອິກ ແລະ ແຂນໃຊ້ຜ້າທໍໄທດັ້ງເດີມ ປະສົມປະສານກັບກະໂປງຜ້າຊາຕິນດັດເຊສ (Duchess Satin) ທີ່ຜ້ານັ້ນຖິ້ມຕົວສວຍງາມ ເພີ່ມລູກຫຼິ້ນດ້ວຍຜ້າຄຸມບ່າ ທີ່ເຮັດໃຫ້ຊຸດນີ້ເບິ່ງສະຫງ່າງາມຄືເຈົ້າຍິງ.
ມີການໄລ່ລະດັບສີ ເຫຼືອງ, ທອງແດງ ແລະ ຄຳ ທີ່ມາຈາກສີສັນຂອງຜ້າໄໝໄທ ໃຫ້ຄວາມຮູ້ສຶກພູມຖານດັ້ງເດີມແຕ່ຍັງມີຄວາມໂມເດີນສະໄໝໃໝ່.

ແລະ ມີການຄາດວ່າໄດ້ຮັບແຮງບັນດານໃຈຈາກຊຸດຂອງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ຫຼື ພະພັນປີຫຼວງ ເຊິ່ງໃນອະດີດ ປີແອ ບັລແມງ (Pierre Balmain) ຄືຜູ້ທີ່ຢູ່ເບື້ອງຫຼັງການຍົກລະດັບຜ້າໄທສູ່ລັນເວໂລກ ເຊິ່ງການອອກແບບຄັ້ງນີ້ກໍອາດຈະເປັນເພື່ອເຄົາລົບຕໍ່ສາຍສຳພັນອັນຍາວນານລະຫວ່າງແບຣນ Balmain ແລະ ປະເທດໄທ.
ຕ້ອງຖືໄດ້ວ່າເປັນການລົງໂຕທີ່ງົດງາມຂອງມໍລະດົກທາງວັດທະນະທຳໄທ ຮ່ວມກັບງານໂອດກູຕູ (Haute Couture) ລະດັບໂລກ ແລະ ຕົວຕົນທີ່ຊົງອິດທິພົນຂອງລິຊ່າ ໄດ້ຢ່າງລົງຕົວທີ່ສຸດ ສົມມົງກັບການເປັນ Amazing Thailand Ambassador.