ໜ້າຫຼັກ Gadzila ລວມ 5 ເລື່ອງທີ່ຄວນຮູ້ ກຽມຕົວເຮັດບັດປະຈຳຕົວແບບໃໝ່ ຕຸລາ 2025 ນີ້
Gadzila

ລວມ 5 ເລື່ອງທີ່ຄວນຮູ້ ກຽມຕົວເຮັດບັດປະຈຳຕົວແບບໃໝ່ ຕຸລາ 2025 ນີ້

ກຽມຕົວເຮັດບັດປະຈຳຕົວແບບໃໝ່ ຕຸລາ 2025 ນີ້! ຮູ້ຈັກຈຸດເດັ່ນຂອງບັດມີ Chip ແລະ QR Code, ອາຍຸການນຳໃຊ້ໃໝ່, ສະຖານທີ່ເຮັດບັດ ແລະ ເອກະສານທີ່ຕ້ອງກະກຽມ.

ແບ່ງປັນ
Getting your Trinity Audio player ready...

ພ້ອມແລ້ວບໍ່? ເດືອນຕຸລາ (10) 2025 ນີ້ ເຮົາຈະສາມາດເຮັດບັດປະຈຳຕົວແບບໃໝ່ໄດ້ແລ້ວ ເຊິ່ງເປັນບັດແບບອັບເກຣດມີຟີເຈີໃໝ່ເພີ່ມເຂົ້າມາເພື່ອຄວາມປອດໄພ ບໍ່ວ່າຈະເປັນຊິບ ແລະ QR Code.

ມີຫຍັງແດ່ທີ່ເຮົາຄວນຮູ້ ເພື່ອກຽມຕົວໄປເຮັດບັດປະຈຳຕົວແບບໃໝ່ນີ້? ນ້ອງກັອດຈິສະຫຼຸບມາໃຫ້ທຸກຄົນແລ້ວ.

ບັດແບບໃໝ່ມີຫຍັງດີ?

ສຳລັບບັດແບບໃໝ່ນີ້ ໄດ້ຍົກເຄື່ອງການອອກແບບໃໝ່ ໂດຍມີຂະໜາດທີ່ກະທັດຮັດ, ນໍ້າໜັກເບົາ, ສີສັນສວຍງາມ, ບໍ່ປ່ຽນສີເມື່ອໃຊ້ໄປດົນ ແລະ ຍັງມີ QR Code ແລະ Chip ໃນຕົວ.

ອາຍຸການນຳໃຊ້ບັດ

ອາຍຸການນຳໃຊ້ບັດໄດ້ມີການອັບເດດໃໝ່ ຈາກເມື່ອກ່ອນທີ່ເຮົາຕ້ອງໄດ້ຕໍ່ອາຍຸບັດໃໝ່ໃນທຸກໆ 5 ປີໃຫ້ກາຍເປັນໄລຍະທີ່ຕອບໂຈດ ແລະ ເໝາະສົມຫຼາຍຂຶ້ນເຊັ່ນ:

  • ຕັ້ງແຕ່ເກີດຈົນຮອດ 6 ປີ ແລະ 6 ປີ ຫາ 15 ປີ
  • ຜູ້ມີອາຍຸ 15 ປີ – 20 ປີ: ອາຍຸນຳໃຊ້ບັດ 5 ປີ ແລະ ຜູ້ມີອາຍຸ 20 ປີຂຶ້ນໄປ ອາຍຸນຳໃຊ້ບັດ 10 ປີ
  • ຜູ້ມີອາຍຸ 60 ປີຂຶ້ນໄປ: ບັດບໍ່ມີວັນໝົດອາຍຸ

ສາມາດໄປເຮັດບັດປະຈຳຕົວຢູ່ໃສໄດ້ແດ່?

ບັດປະຈຳຕົວແບບໃໝ່ນີ້ຈະແຕກຕ່າງຈາກບັດປະຈຳຕົວແບບເກົ່າ ເນື່ອງຈາກເຮົາຈະສາມາດໄປເຮັດຢູ່ໃສກໍໄດ້ ອີງຕາມທີ່ເຮົາສະດວກ ໂດຍບໍ່ຂຶ້ນກັບວ່າສຳມະໂນຄົວຂອງເຮົາຂຶ້ນກັບເມືອງໃດ ແຂວງໃດ. ເຮົາສາມາດເດີນທາງໄປເຮັດບັດປະຈຳຕົວແບບໃໝ່ນີ້ໄດ້ຕາມສະຖານທີ່ຕໍ່ໄປນີ້:

  • ຂັ້ນສູນກາງ: ສາມາດໄປເຮັດໄດ້ທີ່ ກົມຄຸ້ມຄອງພົນລະເມືອງ, ກະຊວງປ້ອງກັນຄວາມສະຫງົບ (ປກສ) ທີ່ ນະຄອນຫຼວງວຽງຈັນ
  • ຂັ້ນແຂວງ/ນະຄອນຫຼວງ: ສາມາດໄປເຮັດໄດ້ທີ່ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ຫຼື ນະຄອນຫຼວງ
  • ຂັ້ນເມືອງ/ນະຄອນ: ສາມາດໄປເຮັດໄດ້ທີ່ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ ຫຼື ນະຄອນ

ເອກະສາທີ່ຕ້ອງກະກຽມໄປນຳເພື່ອໄປເຮັດບັດປະຈຳຕົວແບບໃໝ່

ຜູ້ທີ່ຈະເຮັດບັດປະຈຳຕົວແບບໃໝ່ຕ້ອງຖື ປຶ້ມສຳມະໂນຄົວທີ່ຕົວເອງມີໜ້າ, ບັດປະຈຳຕົວແບບເກົ່າ ຫຼື ໜັງສືຜ່ານແດນ (passport) ໄປນຳ ເພື່ອເປັນຫຼັກຖານຢັ້ງຢືນປະກອບການອອກບັດປະຈຳຕົວໃໝ່.

ຄ່າບໍລິການອອກບັດປະຈຳຕົວແບບໃໝ່

ອີງຕາມແຈ້ງການຈາກທາງການ, ຜູ້ທີ່ເຮັດບັດປະຈຳຕົວແບບໃໝ່ຈະຕ້ອງໄດ້ຈ່າຍຄ່າບໍລິການອອກບັດຈຳນວນ 30,000 ກີບ ເຊິ່ງຄ່າບໍລິການນີ້ແມ່ນມີຜົນຮອດວັນທີ 31 ທັນວາ 2026.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.