ໜ້າຫຼັກ Muan Specialty ສວຍງາມ ລ້ຳຄ່າ ມີເລື່ອງລາວ ລາງວັນອອກແບບເຄື່ອງປະດັບຄຳທີ່ດີທີ່ສຸດ ໃນເທດສະການຄຳລາວ 2025
Muan Specialty

ສວຍງາມ ລ້ຳຄ່າ ມີເລື່ອງລາວ ລາງວັນອອກແບບເຄື່ອງປະດັບຄຳທີ່ດີທີ່ສຸດ ໃນເທດສະການຄຳລາວ 2025

ແບ່ງປັນ

ໃນ ເທດສະການຄຳລາວ 2025 ທີ່ຈັດຂຶ້ນໃນລະຫວ່າງວັນທີ 5-7 ກັນຍາ 2025 ທີ່ຜ່ານມາ ໄດ້ສ້າງປະຫວັດສາດໃໝ່ໃຫ້ກັບວົງການຄຳຂອງລາວ ດ້ວຍການປະກວດອອກແບບເຄື່ອງປະດັບຄຳຄັ້ງທຳອິດ ເພື່ອຍົກລະດັບອຸດສາຫະກຳຄຳຂອງລາວໃຫ້ທຽບເທົ່າກັບມາດຕະຖານສາກົນ, ພ້ອມທັງອະນຸລັກເອກະລັກວັດທະນະທຳດັ່ງເດີມ.

ການປະກວດຄັ້ງນີ້ຖືເປັນເວທີສຳຄັນທີ່ເປີດໂອກາດໃຫ້ນັກອອກແບບ ແລະ ຊ່າງຝີມືຄຳລາວໄດ້ສະແດງຄວາມສາມາດ ແລະ ແນວຄິດສ້າງສັນ. ຈຸດປະສົງຫຼັກແມ່ນການປະຍຸກຄວາມທັນສະໄໝເຂົ້າກັບລວດລາຍວັດທະນະທຳລາວ, ເພື່ອຍົກລະດັບການຜະລິດໃຫ້ແຂ່ງຂັນໄດ້ໃນຕະຫຼາດໂລກ, ສ້າງເຄືອຂ່າຍລະຫວ່າງຜູ້ປະກອບການ ແລະ ປູກຝັງຄວາມພາກພູມໃຈໃນມໍລະດົກຂອງຊາດ.

ຜົນງານຜູ້ຊະນະທີ່ເຕັມໄປດ້ວຍເລື່ອງລາວ

ຫຼັງຈາກການແຂ່ງຂັນຂອງຮ້ານຄຳຕ່າງໆ ກໍໄດ້ຜົນອອກມາກໍມີຮ້ານຄຳທີ່ໄດ້ຮັບລາງວັນດັ່ງນີ້:

ລາງວັນທີ 1: “ດອກຈຳປາ” ດອກໄມ້ປະຈຳຊາດລາວ ຈາກ: ຮ້ານຄຳ ສຳລານ – Samlane Jewelry

ແນວຄິດ: ຜົນງານນີ້ໄດ້ນຳເອົາດອກຈຳປາ, ສັນຍາລັກແຫ່ງຄວາມຮຸ່ງເຮືອງ ແລະ ຄວາມພາກພູມໃຈຂອງຊາດ, ມາປະຍຸກເຂົ້າກັບລວດລາຍທ້ອງຖິ່ນແລະສີທອງອັນອົບອຸ່ນ, ເພື່ອສະທ້ອນຄວາມສົມບູນຂອງຊຸມຊົນລາວ.

ລາງວັນທີ 2: “ສະເໜ່ລາຍນາກ” ຕຳນານມໍລະດົກໂລກ ຈາກ: ຮ້ານຄຳພູວົງ Phouvong Jewelry

ແນວຄິດ: ຜົນງານທີ່ໄດ້ຮັບແຮງບັນດານໃຈຈາກລາຍນາກ ເຊິ່ງໄດ້ຂຶ້ນທະບຽນໂດຍ UNESCO, ໄດ້ຖືກນຳມາສ້າງສັນໃຫ້ເປັນເຄື່ອງປະດັບລະດັບໂລກ ໂດຍການຖ່າຍທອດຄວາມເຊື່ອ ແລະ ອັດຕະລັກທາງວັດທະນະທຳທີ່ເປັນເອກະລັກ.

ລາງວັນທີ 3: “ພວງມາໄລດອກຈຳປາລາວ” ຈາກ: ຮ້ານ ບຸນເຕັມວັດຖຸມີຄ່າ – Bountem Gold & Jewelry, since1994

ແນວຄິດ: ການອອກແບບທີ່ສື່ເຖິງຄວາມເຄົາລົບ ແລະ ຄວາມກະຕັນຍູທີ່ສະແດງອອກຜ່ານການມອບພວງມາໄລໃນພິທີກຳຕ່າງໆຂອງລາວ ຖືກນຳມາປະຍຸກໃນຮູບແບບໃໝ່ເພື່ອສະແດງເຖິງຄວາມງາມ ແລະ ສາຍສຳພັນອັນແໜ້ນແຟ້ນໃນຊຸມຊົນ.

ການປະກວດໃນຄັ້ງນີ້ຖືເປັນຈຸດເລີ່ມຕົ້ນທີ່ສຳຄັນໃນການພັດທະນາອຸດສາຫະກຳຄຳຂອງລາວ. ທະນາຄານຄຳລາວ ແລະ ສະມາຄົມຄຳ ແລະ ເຄື່ອງປະດັບລາວ ຈະມີບົດບາດສຳຄັນໃນການສົ່ງເສີມກິດຈະກຳຕ່າງໆ ທີ່ກ່ຽວຂ້ອງກັບຄຳ ໃຫ້ມີການມີສ່ວນຮ່ວມຂອງຊຸມຊົນຫຼາຍຂຶ້ນ ເພື່ອສ້າງການເຕີບໂຕທີ່ຍືນຍົງ ແລະ ຂັບເຄື່ອນອຸດສາຫະກຳຄຳຂອງປະເທດໃຫ້ໝັ້ນຄົງໃນອະນາຄົດ.

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.