|
Getting your Trinity Audio player ready...
|
ມີໃຜເຄີຍຜ່ານຕາເຫັນໜຸ່ມຄົນນີ້ບໍ່? ຊ່ວງນີ້ທີມມ່ວນເອງໄດ້ຜ່ານຕາໄປເຫັນໜຸ່ມຄົນນີ້ທີ່ ດູດີ ຫຼໍ່ ເທ່ ມີສະເໜ່ ມີມາດ ມີຊົງ ຕາມສະໄຕລ໌ນາຍແບບ ຈົນໄດ້ຕິດຕາມ ແລະ ສອບຖາມຈຶ່ງໄດ້ຮູ້ລາວຫາກໍຈະເຂົ້າວົງການນາຍແບບ. ແນ່ນອນບໍ່ພາດທີ່ທາງທີມມ່ວນ ຈະພາໝູ່ໆທຸກຄົນໄປຮູ້ຈັກກັບລາວ ທີ່ໃຜເຫັນກໍຕ້ອງຫຼົງສະເໜ່ທັນທີ.
“ສິ່ງນີ້ເເລະທີ່ເຮັດໃຫ້ນ້ອງຢາກ Challenge ໂຕເອງ… ເພື່ອຈະພິສູດວ່າເຮົາສາມາດເປັນນາຍເເບບໄດ້ຄືກັນ.”
ປະໂຫຍກນີ້ຄົງສະແດງເຖິງຄວາມມຸ່ງໝັ້ນຂອງ ຄິງຄ໋ອງ – ລັດທະກອນ ແສງສີລາທອງ ໄດ້ດີທີ່ສຸດ. ນາຍແບບໜຸ່ມຄົນນີ້ບໍ່ພຽງແຕ່ເປັນນາຍແບບເທົ່ານັ້ນ, ແຕ່ຍັງມີອີກບົດບາດຄື ພະນັກງານລັດຖະກອນ. ການກ້າວເຂົ້າມາໃນວົງການແຟຊັນຄືການທ້າທາຍຄັ້ງໃຫຍ່ ເພາະລາວເປັນຄົນຂີ້ອາຍ ແລະ ບໍ່ກ້າສະແດງອອກ. ມື້ນີ້ ມ່ວນ ຈະພາໄປເຈາະເລິກເຖິງເຫດຜົນທີ່ເຮັດໃຫ້ລາວຕັດສິນໃຈຜັກດັນຕົນເອງໃຫ້ໄປໄດ້ໄກເທົ່າທີ່ຈະເຮັດໄດ້.

ຄິງຄ໋ອງບອກວ່າເວລາວ່າງຈາກການເປັນການເຮັດວຽກ, ຄິງຄ໋ອງ ມັກຮັກໃນການດູແລຕົນເອງຄືການ ໄປຟິດເນສ ແລະ ເຂົ້າຢິມ ທຸກຄັ້ງທີ່ມີເວລາ.
ແລະ ເມື່ອໃຫ້ລອງປຽບທຽບຕົວເອງກັບສັດ, ລາວຕອບວ່າຄື ແມວ: “ເພາະເປັນຄົນທີ່ຮັກຕົວເອງ, ຮັກອິດສະຫລະ ແລະ ຕາມໃຈຕົວເອງ. ແຕ່ບາງເທື່ອອາດເບິ່ງຄືຍິ່ງ, ຕອນອາລົມດີຈະຂີ້ອ້ອນ ແລະ ພິຖີພິຖັນ.”
ຄວາມຮັກອິດສະຫຼະ ແລະ ການເປັນໂຕເອງສູງນີ້ເອງ ທີ່ເຮັດໃຫ້ບາງຄັ້ງຄົນບໍ່ສະໜິດອາດຄິດວ່າລາວເປັນຄົນບໍ່ຈິງຈັງ.

ຄິງຄ໋ອງ ໄດ້ຕັດສິນໃຈເລືອກເຂົ້າມາວົງການນາຍແບບກໍຍ້ອນຢາກ ຜັກດັນຕົນເອງໃຫ້ໄປໄດ້ໄກເທົ່າທີ່ຈະເຮັດໄດ້ ແລະ ເພື່ອຈະໄດ້ມີໂອກາດດີໆເຂົ້າມາໃນຊີວິດ. ລາວເປີດໃຈວ່າ ການເຂົ້າມາວົງການນີ້ແມ່ນ ທ້າທາຍແຮງ ເພາະເປັນຄົນທີ່ຂີ້ອາຍ ແລະ ບໍ່ກ້າສະແດງອອກ.
ແຕ່ສິ່ງນີ້ເອງຄືກຳແພງທີ່ລາວຢາກຂ້າມຜ່ານໃຫ້ໄດ້ ເພື່ອພິສູດວ່າຕົນເອງກໍສາມາດເປັນນາຍແບບໄດ້ຄືກັນ.
ເຖິງແມ່ນວ່າຈະມີຜົນງານການຖ່າຍແບບ ແລະ ເດີນແບບມາແລ້ວເລັກນ້ອຍ, ແຕ່ລາວຮູ້ສຶກວ່າຕົນເອງຍັງໃໝ່ຫຼາຍໃນວົງການນີ້ ແລະ ຍັງມີອີກຫຼາຍຢ່າງທີ່ຕ້ອງພັດທະນາຂຶ້ນໄປ.
ລາວຍອມຮັບວ່າໃນການຖ່າຍແບບຄັ້ງທຳອິດ, ບັນຫາຫຼັກຄື ຄວາມຕື່ນເຕັ້ນ ແລະ ການສະແດງສີໜ້າແວວຕາ. ເຖິງວ່າຈະເຮັດໄດ້ບໍ່ດີເທົ່າທີ່ຄວນໃນເທື່ອທຳອິດ, ແຕ່ລາວກໍພະຍາຍາມ ເກັບກ່ຽວປະສົບການທີ່ໄດ້ຮັບມາແຕ່ລະງານ ເພື່ອປັບປຸງໃຫ້ດີກວ່າເກົ່າ.
ສິ່ງທີ່ໜ້າສົນໃຈຄືໂມເມັນທີ່ມີຄົນມາທັກເອີ້ນລາວວ່ານາຍແບບ, ລາວກັບຍັງບໍ່ຮູ້ສຶກວ່າຕົນເອງເປັນນາຍແບບແບບເຕັມໂຕເທື່ອ ເພາະຍັງມີບາງຢ່າງທີ່ຍັງບໍ່ກ້າໂຊອອກມາ.
ຢາກລອງໄປປະກວດຊາຍງາມບໍ່?
ຄິງຄອງ: ມີຫຼາຍຄົນບອກວ່ານ້ອງຄວນໄປປະກວດເວທີຊາຍງາມ ແຕ່ສຳຫຼັບໃນຕອນນີ້ ນ້ອງຍັງບໍ່ມີຄວາມຄິດນັ້ນເທື່ອ ເພາະການປະກວດມັນໄກຈາກຕົວຕົນຂອງນ້ອງຫຼາຍ. ເວົ້າເລື່ອງຫຸ່ນແດ່, ຍັງເລື່ອງຄວາມສາມາດພິເສດອີກ, ທັງທັດສະນະຄະຕິ, ວິໄສທັດຕ່າງໆ. ເເຕ່ຖ້າຫາກວ່າມື້ໜຶ່ງທີ່ຕົວນ້ອງເອງມີຄວາມພ້ອມທີ່ຫຼາຍກວ່ານີ້ໃນອະນາຄົດກໍອາດຈະເປັນໄປໄດ້.
ສຳລັບອະນາຄົດ, ຄິງຄ໋ອງ ໄດ້ວາງແຜນທີ່ຈະພັດທະນາໃນດ້ານການສະແດງ. ລາວເປີດເຜີຍວ່າ: “ຢາກໄປໃນທາງການສະແດງ ຖ່າຍ MV.”

ມີຫຍັງຢາກຝາກບໍ່?
ຄິງຄອງ: ຜູ້ໃດສົນໃຈຢາກຕິດຕໍ່ ຫຼື ມີວຽກກໍສາມາດຕິດຕໍ່ໄດ້ເດີ້
ສ່ວນໝູ່ເພື່ອນທີ່ເຂົ້າມາເຫັນ ກໍຝາກກົດໄລຄ໌ ກົດເເຊຣ໌ໃຫ້ກັນເເນ່ ບໍ່ເເມ່ນແຕ່ຊິເຍີ້ຍ ຫຼືເເຊວຢ່າງດຽວ ຮ່າຮ່າຮ່າ ຢອກໆ. ເອົາເປັນວ່າຢາກຝາກໃຫ້ແຟນໆເພຈມ່ວນຝາກຕິດຕາມ ແລະ ເປັນກຳລັງໃຈໃຫ້ກັນແນ່ເດີ້ ເທື່ອທີ່ຈະບໍ່ພາດຜົນງານໃນວົງການຂອງຄິງຄ໋ອງເດີ້





