ລອງອອກໄປຊອກ “ແຮງບັນດານໃຈ” ໃກ້ໆບ້ານທີ່ “ຂອນແກ່ນ” ນຳກັນບໍ່? ![]()
ບາງຄັ້ງຊີວິດທີ່ວຸ່ນວາຍກໍເຮັດໃຫ້ເຮົາຕັນໄດ້… ການອອກໄປປ່ຽນບັນຍາກາດ, ໄປເຫັນສິ່ງໃໝ່ໆ, ໄປຈັບງານ Craft ຫຼື ໄປນັ່ງເສບງານ Art ດີໆ ຈັກບ່ອນ ກໍຄືການສາກແບັດໃຫ້ກັບຄວາມຄິດສ້າງສັນຂອງເຮົາ.
“ຂອນແກ່ນ” ເມືອງທີ່ເຕັມໄປດ້ວຍພະລັງຂອງໄວໜຸ່ມ ແລະ ພື້ນທີ່ສ້າງສັນ ຈະເຮັດໃຫ້ເຮົາກັບມາມີໄຟອີກຄັ້ງ.
ສຳລັບຂອນແກ່ນ, ຖືວ່າເປັນເມືອງໃຫຍ່ທີ່ສຸດຂອງພາກອີສານຂອງໄທ. ນອກຈາກຈະມີສູນການຄ້າໃຫຍ່ໃຫ້ເຮົາເລາະຊັອບປິ້ງແລ້ວ, ຮ້ານອາຫານ, ຄາເຟ່ ແລະ ຮ້ານຄ້າຕ່າງໆກໍມີຫຼາຍໃຫ້ເຮົາເລືອກໄປໄດ້ຕາມໃຈ.
ແຕ່ທີ່ເຮົາຈະພາທຸກຄົນໄປໃນເທື່ອນີ້ ຈະເນັ້ນໄປທີ່ພື້ນທີ່ສ້າງສັນ, ງານສີມື ແລະ ງານອາດ ເພື່ອເຕີມພະລັງຄວາມຄິດສ້າງສັນ ແລະ ສ້າງແຮງບັນດານໃຈໃໝ່ໆໃຫ້ກັບເຮົາ.
ວ່າແລ້ວ ກໍກຽມແພັກກະເປົ໋າໄປກັນເລີຍ… ຢ່າລືມພາສປອດເດີ້!

ການເດີນທາງ
ການເດີນທາງໄປຫາແຮງບັນດານໃຈແມ່ນງ່າຍກວ່າທີ່ຄິດ:
ເຮົາສາມາດຂຶ້ນລົດຢູ່ຄິວລົດຕະຫຼາດເຊົ້າ ນັ່ງຍາວໆຊິວໆ ເບິ່ງວິວສອງຂ້າງທາງໄປ. ມື້ໜຶ່ງມີ 2 ຖ້ຽວຄື 8:15 ໂມງເຊົ້າ ແລະ 14:45 ໂມງ. ແນະນຳໃຫ້ໄປຊື້ປີ້ໄວ້ກ່ອນລົດອອກຈັກ 1 ຊົ່ວໂມງ ເພື່ອຮັບປະກັນວ່າລົດຈະບໍ່ເຕັມ.
ຄ່າປີ້ລົດ: 135,000 ກີບ ຫຼື 180 ບາດ.
ນອກຈາກນັ້ນ ເຮົາກໍຍັງສາມາດເດີນທາງໄດ້ ໂດຍການນັ່ງລົດໄຟຈາກນະຄອນຫຼວງວຽງຈັນເລີຍ ຫຼື ຖ້າມີລົດສ່ວນຕົວ ເອກະສານຄົບ ກໍສາມາດຂ້າມດ່ານໄດ້ເລີຍ. ໃຊ້ເວລາ ບໍ່ເກີນ 3 ຊົ່ວໂມງກໍຮອດຂອນແກ່ນແລ້ວ.

5 ພິກັດ “Inspiration Hub” ໃນຂອນແກ່ນ ທີ່ຕ້ອງໄປເຕີມແຮງບັນດານໃຈ ແລະ ເຕີມພະລັງ
1. Columbo craft village
ບ່ອນນີ້ບໍ່ແມ່ນແຕ່ບ່ອນທ່ຽວ ແຕ່ມັນຄື “Community” ຂອງຄົນມີໄຟ. ບັນຍາກາດໃນພື້ນທີ່ນ້ອຍໆທີ່ຕັ້ງຢູ່ທ່າມກາງຕົ້ນໄມ້ໃຫຍ່ທີ່ຮົ່ມເຢັນ ແລະ ເຕັມໄປດ້ວຍສະຕູດິໂອສິລະປະ, ເຮົາຈະໄດ້ເຫັນຂະບວນການເຮັດຜົນງານ Handmade, ໄດ້ລົມກັບສິລະປິນ ແລະ ຖ້າໂຊກດີກໍໄດ້ລອງເຮັດ Workshop ປັ້ນດິນ ຫຼື ແຕ້ມຮູບນຳ. ພະລັງງານບວກຈາກບ່ອນນີ້ຈະເຮັດໃຫ້ເຮົາຢາກກັບມາສ້າງສັນຜົນງານຂອງໂຕເອງທັນທີ!

ສິ່ງທີ່ເຈົ້າຈະໄດ້ພົບ ແລະ ໄດ້ແຮງບັນດານໃຈກັບບ້ານ:
▶ Workshop ບຳບັດຈິດໃຈ: ບ່ອນນີ້ມີກິດຈະກຳໃຫ້ເລືອກເຮັດຫຼາຍແຮງ ເຊັ່ນ:
• ງານປັ້ນດິນ (Ceramics): ລອງປັ້ນຈອກ ຫຼື ຈານ ໃນແບບຂອງໂຕເອງ.
• ງານຜ້າ ແລະ ສີຍ້ອມທຳມະຊາດ: ຮຽນຮູ້ການຍ້ອມຄາມ ຫຼື ງານປັກຜ້າແບບເຮັດດ້ວຍມື.
• ງານໄມ້ ແລະ ງານໜັງ: ສຳລັບສາຍລຸຍທີ່ມັກຄວາມທົນທານ ແລະ ຄລາສສິກ.
• ງານແຕ້ມຮູບ: ປ່ອຍອາລົມໄປກັບສີສັນເທິງຜ້າໃບ.
• ງານ Handmade ທີ່ “ມີຊິ້ນດຽວໃນໂລກ”: ຢູ່ຕາມຮ້ານນ້ອຍໆໃນພື້ນທີ່ ຈະມີຜົນງານຂອງສິລະປິນວາງຂາຍ ບໍ່ວ່າຈະເປັນ ເສື້ອຜ້າທີ່ຕັດຫຍິບເອງ, ເຄື່ອງປະດັບ, ໂປສກາດ, ໄປຮອດຂອງຕົກແຕ່ງເຮືອນ. ທຸກຊິ້ນຄືງານຄຣາຟແທ້ໆ ທີ່ຫາຊື້ຢູ່ຫ້າງສັບພະສິນຄ້າບໍ່ໄດ້.
▶ Slow Coffee & Home Kitchen: ບໍ່ຕ້ອງຢ້ານຫິວ! ໃນນີ້ບ້ານມີຮ້ານກາເຟນ້ອຍໆ ທີ່ຊົງດ້ວຍຄວາມໃສ່ໃຈ ແລະ ຮ້ານອາຫານແບບ Home cook ທີ່ໃຫ້ຄວາມຮູ້ສຶກຄືມາກິນເຂົ້າບ້ານໝູ່. ບັນຍາກາດແມ່ນຊິວຈົນຢາກຢຸດເວລາໄວ້.
▶ Community ຂອງຄົນມີໄອເດຍ: ສິ່ງທີ່ດີທີ່ສຸດແມ່ນເຈົ້າຈະໄດ້ເຫັນ “ວິຖີຊີວິດ” ຂອງຄົນເຮັດວຽກສິລະປະແທ້ໆ. ເຂົາເຈົ້າພ້ອມທີ່ຈະແລກປ່ຽນຄວາມຄິດ ແລະ ເລົ່າເລື່ອງລາວເບື້ອງຫຼັງຜົນງານໃຫ້ເຮົາຟັງ ເຊິ່ງນີ້ແຫຼະຄື “ແຮງບັນດານໃຈ” ທີ່ແທ້ຈິງ.
ຂໍ້ມູນການເດີນທາງ ແລະ ເວລາເປີດ-ປິດ:
ສະຖານທີ່: ຕັ້ງຢູ່ໃກ້ໆກັບ ມະຫາວິທະຍາໄລຂອນແກ່ນ (KKU)
ເວລາເປີດ: ປົກກະຕິເປີດ 09:00 – 18:00 (ແຕ່ແນະນຳໃຫ້ເຊັກໃນເຟສບຸກເພຈຂອງເພິ່ນກ່ອນ ເພາະບາງສະຕູດິໂອອາດຈະປິດວັນອັງຄານ ຫຼື ວັນພຸດ).
ຄຳແນະນຳ: ຖ້າຢາກເຮັດ Workshop, ແນະນຳໃຫ້ທັກໄປຈອງກ່ອນລ່ວງໜ້າ ເພາະເພິ່ນຮັບຈຳນວນຈຳກັດ ເພື່ອຄວາມເປັນສ່ວນຕົວ ແລະ ໃຫ້ເຮົາໄດ້ດື່ມດ່ຳກັບງານສິລະປະໄດ້ເຕັມທີ່.
✨ Muan Insight: ບ່ອນນີ້ເໝາະຫຼາຍສຳລັບໃຜທີ່ຮູ້ສຶກ “Burnout” ຫຼື ສະໝອງຕັນ. ການໄດ້ເຫັນສິ່ງທີ່ສ້າງຂຶ້ນຈາກມື, ໄດ້ກິ່ນດິນເຜົາ, ໄດ້ເຫັນສີຍ້ອມຈາກທຳມະຊາດ ມັນຈະຊ່ວຍ Reset ຄວາມຄິດເຮົາໃຫ້ກັບມາສົດໃສອີກຄັ້ງ.
2. Art and Culture University Museum
ຖ້າເຈົ້າກຳລັງຊອກຫາບ່ອນທີ່ “ຮາກເຫງົ້າ” ມາພົບກັບ “ຄວາມທັນສະໄໝ”, ຫໍສິລະປະວັດທະນະທຳ ມະຫາວິທະຍາໄລຂອນແກ່ນ (Art and Culture University Museum) ຫຼື ທີ່ຄົນແຖວນັ້ນເອີ້ນກັນຕິດປາກວ່າ “ຫໍສິນ ມຂ” ຄືຂຸມຊັບທາງປັນຍາ ແລະ ແຮງບັນດານໃຈທີ່ດີທີ່ສຸດແຫ່ງໜຶ່ງໃນພາກອີສານ.
ບ່ອນນີ້ບໍ່ແມ່ນພິພິທະພັນທີ່ໜ້າເບື່ອ, ແຕ່ເປັນພື້ນທີ່ “ປ່ອຍຂອງ” ຂອງສິລະປິນທັງຮຸ່ນເກົ່າ ແລະ ຮຸ່ນໃໝ່.

ນອກຈາກນັ້ນ, ຫໍສິນ ມຂ ຍັງເປັນພື້ນທີ່ສະແດງງານສິລປ໌ທີ່ບໍ່ເຄີຍຢຸດນິ້ງ ເພາະມີນິທັດສະການໝູນວຽນຕະຫຼອດປີ ພ້ອມທັງມີການວາງສະແດງກ່ຽວກັບປະຫວັດສາດ ແລະ ວິຖີຊີວິດຄົນອີສານ-ລາວ ທີ່ຖືກນຳສະເໜີໃນຮູບແບບທີ່ໜ້າສົນໃຈ ເຮັດໃຫ້ເຮົາເຂົ້າໃຈເຖິງ “DNA” ຂອງງານສິລະປະພື້ນຖິ່ນໄດ້ເລິກເຊິ່ງຂຶ້ນ.
ຫໍສິນແຫ່ງນີ້ຕັ້ງຢູ່ແຄມ ບຶງສີຖານ, ເຊິ່ງເປັນແຫຼ່ງລວມກິດຈະກຳ Creative ຂອງມະຫາວິທະຍາໄລ ນຳອີກ ເຊັ່ນ:
▶ Creative Vibe: ບໍລິເວນອ້ອມຮອບຈະມີງານປະຕິມາກຳກາງແຈ້ງວາງສະແດງຢູ່ຕາມສວນ.
▶ Golden Hour: ຕອນແລງແສງຕາເວັນຈະຕົກຟາກບຶງສີຖານ ພໍດີກັບຕົວອາຄານຫໍສິນ, ບອກເລີຍວ່າເປັນຈຸດຖ່າຍຮູບທີ່ “Classic” ທີ່ສຸດ ແລະ ໃຫ້ຄວາມຮູ້ສຶກສະຫງົບ ຈົນໄອເດຍໃໝ່ໆ ອາດຈະຜຸດຂຶ້ນມາແບບບໍ່ຮູ້ໂຕ.
📍 ຂໍ້ມູນການເດີນທາງ:
ສະຖານທີ່: ຕັ້ງຢູ່ບໍລິເວນປະຕູທາງເຂົ້າ ຝັ່ງບຶງສີຖານ ມະຫາວິທະຍາໄລຂອນແກ່ນ (KKU).
ເວລາເປີດ: 09:00 – 17:00 ໂມງ (ເປີດທຸກວັນ).
ຄ່າເຂົ້າຊົມ: ຟຣີ! (Free Entry).
Tip: ຖ້າໄປຊ່ວງທີ່ມີງານ “ສີຖານ KKU Festival” (ຊ່ວງບຸນອອກພັນສາ), ບໍລິເວນນີ້ຈະກາຍເປັນເມືອງແຫ່ງແສງສີ ແລະ ສິລະປະພື້ນເມືອງທີ່ຍິ່ງໃຫຍ່ທີ່ສຸດ!
✨ Muan Insight: ການມາຫໍສິນ ມຂ ຈະເຮັດໃຫ້ເຮົາເຫັນວ່າ “ສິລະປະບໍ່ໄດ້ຢູ່ໄກໂຕ” ແລະ ວັດທະນະທຳລາວ-ອີສານຂອງເຮົາ ມີພະລັງໃນການຂັບເຄື່ອນຄວາມຄິດສ້າງສັນໄດ້ຢ່າງບໍ່ມີຂີດຈຳກັດ.
3. The Wall Khonkaen Family Space
Street Art ທີ່ນີ້ຈະບອກເຈົ້າວ່າ “ກຳແພງກໍຄືຜ້າໃບ”. ບັນຍາກາດທີ່ເປີດກວ້າງ ແລະ ງານສິລະປະຕາມຝາ ຈະຊ່ວຍທະລາຍຂອບຄວາມຄິດເດີມໆຂອງເຮົາອອກໄປ. ເປັນບ່ອນທີ່ເໝາະແກ່ການມາຍ່າງປ່ອຍອາລົມ ແລະ ຊອກຫາມຸມມອງໃໝ່ໆ ຜ່ານເລນກ້ອງຖ່າຍຮູບ.
ຖ້າເຈົ້າກຳລັງຊອກຫາບ່ອນທີ່ “ຄວາມເກົ່າ” ແລະ “ຄວາມອາທ໌” ມາບັນຈົບກັນໄດ້ຢ່າງລົງໂຕ, The Wall Khon Kaen Family Space ຄືຈຸດເຊັກອິນທີ່ເຈົ້າຈະພາດບໍ່ໄດ້! ບ່ອນນີ້ປຽບເມືອນ Hidden Gem ໃຈກາງເມືອງຂອນແກ່ນ ທີ່ປ່ຽນຕຶກແຖວເກົ່າໆ ແລະ ຮ່ອມທາງຍ່າງທີ່ເຄີຍງຽບເຫງົາ ໃຫ້ກາຍເປັນພື້ນທີ່ແຫ່ງຄວາມຄິດສ້າງສັນ.
ຈຸດເດັ່ນທີ່ສຸດຂອງທີ່ນີ້ຄື ງານ Street Art ຕາມຝາຕຶກ. ເພິ່ນໄດ້ເຊີນສິລະປິນຫຼາຍທ່ານມາແຕ້ມຮູບແນວ Graffiti ແລະ Murals ທີ່ບອກເລົ່າເລື່ອງລາວທີ່ແຕກຕ່າງກັນ.

ເຖິງຊື່ຈະບອກວ່າ Family Space ແຕ່ Vibe ຂອງທີ່ນີ້ແມ່ນມີຄວາມ Indie ແລະ Modern ຫຼາຍ ເຊັ່ນ:
• Unique Eateries: ດ້ານໃນມີຮ້ານອາຫານນ້ອຍໆ ທີ່ຕົກແຕ່ງແບບມີສະໄຕລ໌ (Industrial Loft), ມີທັງຮ້ານອາຫານຍີ່ປຸ່ນ, ຮ້ານກາເຟ ແລະ ຮ້ານເຂົ້າໜົມ
• Creative Atmosphere: ບັນຍາກາດທີ່ນີ້ແມ່ນເໝາະແກ່ການມານັ່ງປ່ອຍອາລົມ ຫຼື ນັ່ງລົມກັນເພື່ອຫາໄອເດຍໃໝ່ໆ. ຄວາມງຽບສະຫງົບທີ່ຊ້ອນໂຕຢູ່ໃນຄວາມວຸ່ນວາຍຂອງຕົວເມືອງ ເຮັດໃຫ້ເຮົາມີສະມາທິຫຼາຍຂຶ້ນ.
• Inclusive Space: ຕາມຊື່ “Family Space”, ບ່ອນນີ້ຖືກອອກແບບມາໃຫ້ຄົນທຸກໄວມາໃຊ້ຊີວິດຮ່ວມກັນໄດ້:
ເຈົ້າຈະໄດ້ເຫັນໄວລຸ້ນມາຖ່າຍຮູບ, ເຫັນຄອບຄົວພາເດັກນ້ອຍມາຍ່າງເລາະພັກຜ່ອນກິນເຂົ້າ ແລະ ເຫັນສິລະປິນມານັ່ງເຮັດວຽກ. ການໄດ້ເຫັນຄວາມຫຼາກຫຼາຍຂອງຜູ້ຄົນໃນພື້ນທີ່ດຽວກັນ ແມ່ນແຮງບັນດານໃຈຊັ້ນດີໃນການເຂົ້າໃຈ “ວິຖີຊີວິດຄົນເມືອງ”.
📍 ຂໍ້ມູນການເດີນທາງ:
ສະຖານທີ່: ຕັ້ງຢູ່ໃກ້ໆກັບ ໂຮງແຮມ Pullman Khon Kaen ແລະ ວິທະຍາໄລອາຊີວະສຶກສາຂອນແກ່ນ (ໃຈກາງເມືອງເລີຍ!).
ເວລາເປີດ: ປົກກະຕິຮ້ານຕ່າງໆ ຈະເລີ່ມເປີດແຕ່ 11:00 – 22:00 ໂມງ (ແຕ່ຖ້າຢາກໄປຖ່າຍຮູບ Street Art ແບບບໍ່ມີຄົນ ກໍໄປຊ່ວງເຊົ້າໆ ໄດ້ເລີຍ).
✨ Muan Insight: The Wall ຄືຕົວຢ່າງຂອງການ “ຟື້ນຟູເມືອງດ້ວຍສິລະປະ. ຖ້າໃຜກຳລັງເຮັດໂປຣເຈັກກ່ຽວກັບການອອກແບບພື້ນທີ່ ຫຼື ການຕະຫຼາດ, ການມາຍ່າງເລາະທີ່ນີ້ຈະເຮັດໃຫ້ເຮົາເຫັນວ່າ “ພະລັງຂອງສິລະປະ” ແລະ ຄວາມຄິດສ້າງສັນ ສາມາດສ້າງມູນຄ່າໃຫ້ກັບພື້ນທີ່ເກົ່າໆ ໄດ້ມະຫາສານສ່ຳໃດ.
4. Bueng Thung Sang Health Garden
ບາງຄັ້ງແຮງບັນດານໃຈກໍມາຈາກ “ຄວາມສະຫງົບ”. ການໄປຍ່າງໃນສວນຂະໜາດໃຫຍ່ ເບິ່ງການຈັດວາງສີສັນຂອງທຳມະຊາດທີ່ບຶງທຸ່ງສ້າງ ຈະຊ່ວຍໃຫ້ສະໝອງເຮົາປອດໂປ່ງ ພ້ອມຮັບໄອເດຍໃໝ່ໆ ທີ່ກຳລັງຈະຜຸດຂຶ້ນມາ.
ເຮົາແນະນຳໃຫ້ໄປຍ່າງຮັບອາກາດສົດຕອນເຊົ້າ ຫຼື ອອກກຳລັງກາຍຕອນແລງກໍໄດ້ ເພາະຢູ່ທີ່ເພິ່ນຈັດສັນພື້ນທີ່ເພື່ອການຍ່າງ, ແລ່ນ ຫຼື ປັ່ນລົດຖີບ ຢ່າງເປັນສັດເປັນສ່ວນ.

📍 ຂໍ້ມູນຄວນຮູ້:
ສະຖານທີ່: ຕັ້ງຢູ່ທາງທິດເໜືອຂອງຕົວເມືອງຂອນແກ່ນ (ເດີນທາງດ້ວຍ Grab/Bolt ຈາກຕົວເມືອງພຽງແຕ່ 10-15 ນາທີ).
ເວລາທີ່ແນະນຳ: ຕອນເຊົ້າມືດ (05:00 – 08:00) ຈະໄດ້ອາກາດສົດຊື່ນຫຼາຍ ແລະ ຕອນແລງ (16:30 – 19:00) ຈະໄດ້ແສງງາມໆ.
ຄ່າເຂົ້າ: ຟຣີ! (ຍົກເວັ້ນບາງງານເທດສະການພິເສດທີ່ອາດຈະມີຄ່າບຳລຸງຮັກສາເລັກໜ້ອຍ)
✨ Muan Insight: ຖ້າເຈົ້າຮູ້ສຶກວ່າຊີວິດ “Art Block” ຫຼື ຕັນໄອເດຍ, ລອງມາຢືນເບິ່ງຄວາມກວ້າງຂອງບຶງທຸ່ງສ້າງ ແລ້ວຫາຍໃຈເຂົ້າເລິກໆ. ບາງທີຄຳຕອບທີ່ເຈົ້າຊອກຫາຢູ່ ອາດຈະຜຸດຂຶ້ນມາທ່າມກາງຄວາມງຽບສະຫງົບຂອງສວນແຫ່ງນີ້ກໍໄດ້.
5. LONG Pizza Thailand
ໃຜວ່າອາຫານບໍ່ແມ່ນສິລະປະ? ການເບິ່ງເພິ່ນເຮັດພິຊຊ່າເຕົາຟືນແບບຄຣາຟ (Craft) ທີ່ລະມຽດລະໄມໃນທຸກຂັ້ນຕອນ ມັນຄືການເສບງານສິລະປະຢ່າງໜຶ່ງ. ລົດຊາດທີ່ກົມກ່ອມ ແລະ ບັນຍາກາດຮ້ານທີ່ “Cozy” ຈະເຮັດໃຫ້ເຮົາຮູ້ສຶກຜ່ອນຄາຍ ແລະ ມີຄວາມສຸກກັບສິ່ງເລັກໆນ້ອຍໆຫຼັງຈາກທີ່ເຮົາເລາະຂອນແກ່ນໝົດມື້ແລ້ວ
ນອກຈາກ ພິດຊ່າ ແລ້ວ, LONG PIZZA THAILAND ຍັງເສີບເມນູອື່ນໆອີກ ບໍ່ວ່າຈະເປັນສະປາເກັດຕີ ຫຼື ສະຫຼັດ ລວມທັງເຄື່ອງດື່ມທີ່ຫຼາກຫຼາຍ (ລັກຊິ່ມວ່າມີເມນູຄັອກເທວເສີບນຳ).

ຈຸດເດັ່ນຂອງຮ້ານນີ້ແມ່ນ ເປັນທຸລະກິດຈາກລາວທີ່ມາເປີດຢູ່ຂອນແກ່ນ ແລະ ໄດ້ຮັບການຕອບຮັບທີ່ດີ ລວມເຖິງການເປັນຮ້ານອາຫານຈາກລາວທີ່ບໍ່ໄດ້ມາຂາຍອາຫານລາວ ແຕ່ຂາຍອາຫານອິຕາລີ ກໍຍິ່ງກາຍເປັນຈຸດທີ່ຖືກກ່າວເຖິງໄປຕື່ມອີກ.
▶ ຄວາມ Craft: ເຮົາາສາມາດເລືອກນັ່ງທີ່ໂຊນເຄົາເຕີ້ ເພື່ອເບິ່ງ Chef ເຮັດພິດຊ່າໄດ້ແບບໃກ້ຊິດ. ການໄດ້ເຫັນຄວາມຕັ້ງໃຈໃນການແຕ່ງໜ້າພິດຊ່າແຕ່ລະຖາດ ຈະເຮັດໃຫ້ເຈົ້າຮູ້ສຶກວ່າ “ອາຫານຄືສິລະປະ” ຢ່າງແທ້ຈິງ.
📍 LONG PIZZA THALAIND ຕັ້ງຢູ່ ຖະໜົນຊວນຊື່ນ ຕຳບົນໃນເມືອງ ອຳເພີເມືອງຂອນແກ່ນ
ເປີດທຸກມື້ ຕັ້ງແຕ່ 12:00 ໂມງ ຫາ 22:00 ໂມງ