ເມື່ອສອງນັກຮ້ອງໃນຕຳນານຂອງວົງການເພງລາວ, ສັກ ເຊວສ໌ ແລະ ແຊມ ອິນທະລາພິທັກ, ໄດ້ມາປະຊັນພະລັງສຽງກັນໃນບົດເພງໃໝ່ “ຂາດໃຈ”. ເຊິ່ງກໍມາໃນແນວ POP-ROCK ທີ່ເຕັມໄປດ້ວຍເນື້ອຫາ ເສົ້າຊຶ້ງ ກິນໃຈ, ບວກກັບສຽງປະສານທີ່ຊົງພະລັງ, ທີ່ຈະພາໃຫ້ຜູ້ຟັງທຸກຄົນໄດ້ຄິດຮອດຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ ແຕ່ຍັງຄົງງົດງາມແລະຝັງຢູ່ໃນຄວາມຊົງຈຳຕະຫຼອດໄປ ເຫຼືອໄວ້ແຕ່ຄວາມຄິດຮອດຄິດເຖິງແກ່ຜູ້ທີ່ຍັງຢູ່ຕໍ່.

ເນື້ອໃນຂອງເພງນີ້ແມ່ນເວົ້າເຖິງ ການໃຊ້ຊີວິດໃນປັດຈຸບັນ ຂອງຄົນທີ່ຍັງຄິດຮອດ ຄົນສຳຄັນທີ່ໄດ້ຈາກກັນໄປແລ້ວ, ມັນບໍ່ແມ່ນການຈົມປັກກັບຄວາມທຸກຈົນກ້າວໄປໜ້າບໍ່ໄດ້, ແຕ່ເນັ້ນເຖິງ ຄວາມຄິດຮອດທີ່ຍັງຝັງໃຈ ແລະ ລືມບໍ່ໄດ້, ບໍ່ວ່າການຈາກໄປນັ້ນຈະເປັນການຈາກເປັນ ຫຼື ຈາກຕາຍກໍຕາມ. ເຖິງຢ່າງໃດ, ຄວາມຊົງຈຳ ກ່ຽວກັບຄົນນັ້ນຍັງຄົງ ງົດງາມ ສະເໝີ, ເຖິງແມ່ນວ່າຄວາມຄິດຮອດນັ້ນຈະເຮັດໃຫ້ຮູ້ສຶກຄິດຮອດ “ຈົນຈະຂາດໃຈ” ກໍຕາມ.
ໃຜທີ່ຟັງເພງນີ້ຈົບແລ້ວ ບອກມ່ວນໄດ້ບໍວ່າ ສິ່ງໃດທີ່ຈາກທຸກຄົນໄປແລ້ວ ແຕ່ຍັງຄິດຮອດຫຼາຍທີ່ສຸດ