ໜ້າຫຼັກ Muan.la - ສາລະບັນເທີງ The Interview ຮູ້ຈັກກັນໃຫ້ຫຼາຍຂຶ້ນ “ຈອນນີ້ ພວງສຸວັນ” ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌
The Interview

ຮູ້ຈັກກັນໃຫ້ຫຼາຍຂຶ້ນ “ຈອນນີ້ ພວງສຸວັນ” ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌

ແບ່ງປັນ
Getting your Trinity Audio player ready...

ຫຼັງຈາກຕິດຕາມ ສຸກໃຈ It’s Okay the series ແລະ ໄດ້ພົບຕົວລະຄອນໜຶ່ງທີ່ມັກຈະຢູ່ໃນທຸກຊ່ວງເວລາກັບຕົວລະຄອນຫຼັກຄົນອື່ນໆໃນເລື່ອງ, ຖືວ່າເປັນຕົວລະຄອນທີ່ມີບົດບາດທີ່ສຳຄັນ ແລະ ບໍ່ເວົ້າເຖິງແມ່ນບໍໄດ້ເລີຍກັບ “ໂນ້ ບາຣິສຕ້າໜຸ່ມຈາກເມືອງຫຼວງພະບາງ”. ທີ່ຈະມີອາຫານທີ່ມັກກິນທີ່ສຸດຄືເຂົ້າປຽກເສັ້ນ.

ໂນ້ ຜູ້ບ່າວໃຈດີມັກຊ່ວຍເຫຼືອຄົນອື່ນ, ດ້ວຍຄວາມຈິດໃຈດີເປັນຫ່ວງເປັນໄຍທຸກຄົນ, ຈຶ່ງເຮັດໃຫ້ ໂນ້ ເປັນທີ່ຮັກແພງຫຼາຍໃນເລື່ອງ ສຸກໃຈ It’s Okay the Series.

ມື້ນີ້ມ່ວນເລີຍນຳເລື່ອງລາວຂອງນັກສະແດງຄົນນີ້ມາໃຫ້ທຸກຄົນໄດ້ມາຮູ້ຈັກກັນຫຼາຍຂຶ້ນທັງການສະແດງໃນເລື່ອງ ແລະ ມຸມມອງໃໝ່ໆທີ່ຫຼາຍຄົນຍັງບໍ່ຮູ້ກ່ຽວກັບລາວທັງຄວາມໜ້າຮັກສົດໃສ ແລະ ຄວາມຂີ້ຫຼິ້ນເປັນທຳມະຊາດທີ່ໃຜຮູ້ຈັກຕ້ອງຫຼົງຮັກກັນແນ່ນອນ. ຫຼັງຈາກນີ້ຈະເປັນລາວເປັນຜູ້ເລົ່າເລື່ອງເດີທຸກຄົນ ????

ສະບາຍດີ ຈ່ອນນີ້ ພອນປະເສີດ ພວງສຸວັນ (Johnny Phuangsouvanh) ເດີ, ຈາກ First modeling ຕອນນີ້ອາຍຸ 23 ປີແລ້ວ, ໃຫຍ່ຈະເປັນບ່າວຂຶ້ນອີກລະເດະ! ປັດຈຸບັນໄດ້ມາເຮັດວຽກປະຈຳຢູ່ Bangkok ຫຼື Thailand ແລະ ຮັບງານວົງການບັນເທີງໄປພ້ອມກັນ.

ໃນຊີຣີສ໌ ສຸກໃຈ ຈ່ອນນີ້ ຮັບບົດເປັນ ໂນ້ ຜູ້ບ່າວບາຣີສຕ້າຫຼວງພະບາງ ໜຸ່ມທີ່ມີຄວາມສົດໃສໃຈດີໃນຕົວ ແລະ ມັກຊ່ວຍເຫຼືອຜູ້ອື່ນເຖິງວ່າເຂົາຈະບໍ່ຕ້ອງການກໍຕາມ. ໃນບົດບາດຂອງ ໂນ້ ຕົວລະຄອນນີ້ຄິດວ່າເຂົ້າກັບຄາແລັກເຕີໄດ້ດີ, ເພາະວ່າເປັນຄົນຂີ້ຫຼິ້ນຄືກັນ ແລະ ມັກຈະຊ່ວຍເຫຼືອຄົນອ້ອມຂ້າງໄປເລື້ອຍໆ.

ຊີຣສ໌ ສຸກໃຈ ເປັນເລື່ອງທີ່ຄົບລົດຊາດແຮງ, ບໍ່ວ່າຈະເປັນເລື່ອງບັນຫາສຸຂະພາບຈິດທີ່ຕ້ອງການຄວາມເຂົ້າໃຈ ແລະ ຕ້ອງການຄວາມຊ່ວຍເຫຼືອ. ຄວາມກົດດັນໃນເລື່ອງຄອບຄົວ, ຄວາມຜິດຫວັງທີ່ຝັງໃຈ ແລະ ທຸກຢ່າງທີ່ເວົ້າມານີ້ ມັນເຮັດໃຫ້ຮູ້ວ່າຖ້າເຮົາເໝື່ອຍມັນກໍບໍ່ເປັນຫຍັງທີ່ຈະຮ້ອງໄຫ້.

ມີສາກໜຶ່ງທີ່ເຮັດໃຫ້ປະທັບໃຈ ແລະ ເຮັດໃຫ້ນ້ຳຕາຊືມອອກມາເລີຍກໍຄື ຊີນຕອນຈົບໃນ Ep ສຸດທ້າຍ, ທີ່ທຸກຕົວລະຄອນຫຼັກທຸກຕອນໄດ້ມາຮ່ວມກັນນັ່ງຟັງເພງທີ່ ດາ ຮັບບົດໂດຍ ນັດດາວ ທີ່ໄດ້ຮ້ອງເພງປະກອບຊີຣີສ໌ ສຸກໃຈ, ມັນເປັນຫຍັງທີ່ຊຶ້ງໃຈແຮງ, ເພາະວ່າພວກເຮົາໄດ້ຢູ່ຮ່ວມກັນໃນເວລາຖ່າຍທຳທີ່ດົນເປັນເດືອນ ແລະ ຮູ້ສຶກວ່າຫຼັງຈາກຈົບເລື່ອງນີ້ໄປຕ້ອງຄິດຮອດທຸກຄົນແນ່ນອນ. ບໍ່ວ່າຈະນັກສະແດງທັງໝົດ ແລະ ທີມງານທຸກຄົນທີ່ເຕັມທີ່ໃນທຸກໆມື້ທີ່ຢູ່ກອງຖ່າຍຮ່ວມກັນ.

ອ່ານຕື່ມ:  ເບຶ້ອງຫຼັງຄວາມສຳເລັດດ້ວຍຄວາມຝັນ ຢາກໄປແຂ່ງເຕັ້ນຢູ່ຕ່າງປະເທດ ຂອງນັກກິລາປະເພດເຕັ້ນ BBOY "Ka-G"

ນັກສະແດງສ່ວນໃຫຍ່ມັກມີບັນຫາທີ່ມັກເຈິເວລາເຂົ້າເຖິງຕົວລະຄອນ, ແລ້ວອອກຖອດອອກຈາກບົດບາດບໍ່ໄດ້. ສ່ວນຫຼາຍຈ່ອນນີ້ຈະເລືອກໃຊ້ວິທີເຮັດສະມາທິກັບຕົວເອງເວລາອອກຈາກບົດສະແດງ ແລະ ຕ້ອງໃຊ້ເວລາຢູ່ກັບຕົວເອງ, ໃຊ້ລົມຫາຍໃຈເຂົ້າອອກເພື່ອຈັບຈຸດໂຟກັສໃຫ້ໄດ້ວ່າຕອນນີ້ເຮົາກຳລັງເຮັດຫຍັງຢູ່. ເພາະວ່າເວລາເຮົາເປັນນັກສະແດງເລື່ອງສະມາທິແມ່ນສຳຄັນ, ຍາມເຂົ້າເຖິງບົດກໍຕ້ອງຢູ່ກັບບົດບາດນັ້ນ ແລະ ຍາມອອກຈາກບົດກໍຕ້ອງກັບຄືນມາເປັນຕົວເອງໃຫ້ໄດ້.

ວິທີເຮັດສະມາທິຂອງຈ່ອນນີ້ແມ່ນຕ້ອງຢູ່ກັບລົມຫາຍໃຈເຂົ້າອອກຕົວເອງປະມານ 5-10 ນາທີ, ກໍສາມາດຊ່ວຍໃຫ້ເຮົາມີສະຕິຫຼາຍຂື້ນ.

ຖ້າເລືອກບົດບາດຕໍ່ໄປໃນອະນາຄົດທີ່ຈີກຈາກຄາແລັກເຕີຕົວເອງສຸດໆ, ທີ່ຈ່ອນນີ້ຢາກຫຼິ້ນແມ່ນບົດບາດທີ່ມີຄວາມທ້າທາຍຄວາມສາມາດເຮົາຢ່າງເຊັ່ນ: ຮັບບົດເປັນຜູ້ປ່ວຍສຸຂະພາບຈິດ ຫຼື ຮັບບົດເລື່ອງຫຼອນ ແລະ ຈ່ອນນີ່ເຊື່ອວ່າຕົວເອງຈະເຮັດມັນອອກມາໄດ້ດີຢ່າງແນ່ນອນ.

ສຸດທ້າຍຝາກທຸກຄົນຕິດຕາມ ຊີຣີສ໌ ສຸກໃຈ ເປັນຊີຣີສ໌ນ້ຳດີຂອງລາວອີກເລື່ອງໜຶ່ງຂອງເຮົາແນ່ເດີ້ ສຸກໃຈ it’s okay the series ທີ່ນັກສະແດງທຸກຄົນ ແລະ ທີມງານຕັ້ງໃຈຖ່າຍທອດມັນອອກມາໃຫ້ທຸກຄົນໄດ້ອິນໄປນຳກັນ ສວນຈ່ອນນີ່ເອງກໍກຳລັງພັດທະນາຕົວເອງໃຫ້ເປັນນັກສະແດງທີ່ດີຂື້ນຕໍ່ໄປເລື້ອຍໆພາຍໃນອານາຄົດກໍຈະມີຜົນງານນ້ຳດີມາຝາກແນ່ນອນ ຂອບໃຈ????✨????????

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

Meet Dias Paragon: The Journey to Finding His Way in Laos

From the wide-open steppes of Kazakhstan to the vibrant streets of Vientiane,...

ເປ່ເລ້ ວັນປະເສີດ ຈາກຄົນທຳມະດາສູ່ Trainer ອອກກຳລັງກາຍທີ່ເປັນແຮງບັນດານໃຈໃນການປັ້ນຫຸ່ນໃຫ້ຄົນທຸກໄວ

ດ້ວຍຄວາມຮັກໃນການອອກກຳລັງກາຍ ສູ່ການສ້າງ Pele Fitness Club ເພື່ອສົ່ງຕໍ່ແຮງບັນດານໃຈໃຫ້ທຸກຄົນຫັນມາຮັກສາສຸຂະພາບ.

Dr. Isolate ນັກຮ້ອງທີ່ສ້າງໂຕຕົນນີ້ຂຶ້ນມາ ເພື່ອໄຖ່ບາບຈາກຄວາມຜິດພາດໃນອະດີດ

ຮູ້ຈັກ Dr. Isolate ຜ່ານຜົນງານເພງທີ່ສ້າງຂຶ້ນ ເພື່ອຕ້ອງການລົບລ້າງຄວາມຜິດໃນໃຈທີ່ໄດ້ເຮັດພາດໄປໃນອະດີດທີ່ລາວຍັງຈື່ມັນໄດ້ດີ ແລະ ຈຸດປະສົງຫຼັກຂອງລາວໃນການສ້າງ Dr.Isolate ແມ່ນຕ້ອງການສ້າງລາຍໄດ້ເພື່ອນຳໄປເຮັດການກຸສົນ

ຊັນເດ້ ທິນນະກອນ ເດັກຂີ້ອາຍໃນມື້ນ້ັນ ສູ່ Mister Teen Laos 2025 ໃນມື້ນີ້

ກ້າທີ່ຈະສະແດງອອກ, ຢ່າຢ້ານທີ່ຈະສູ້ ເພາະເຮົາຈະບໍ່ຮູ້ເລີຍວ່າເຮົາເກັ່ງສ່ຳໃດ ຖ້າບໍ່ລອງເຮັດເບິ່ງກ່ອນ ນີ້ຄືຄຳເວົ້າຂອງ ຊັນເດ້ ທິນນະກອນ ຄຳວົງສາ, ໜຸ່ມນ້ອຍອາຍຸ 18 ປີ, ເຈົ້າຂອງມົງກຸດ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.