ໜ້າຫຼັກ Muan.la - ສາລະບັນເທີງ The Interview ຈິມມີ້ ໜຸ່ມນ້ອຍຂວັນໃຈຊາວຕິກຕັອກ ສູ່ພະເອກເອັມວີຂອງ ຕີ໋ ອຸດາໄລ
The Interview

ຈິມມີ້ ໜຸ່ມນ້ອຍຂວັນໃຈຊາວຕິກຕັອກ ສູ່ພະເອກເອັມວີຂອງ ຕີ໋ ອຸດາໄລ

ແບ່ງປັນ

ຜົນງານເພງຫຼ້າສຸດຂອງ ຕີ໋ ອຸດາໄລ ທີ່ຫາກໍປ່ອຍອອກມາເມື່ອບໍ່ດົນມານີ້, ນອກຈາກເພງເອງທີ່ເປັນລາຍເຊັນຂອງສິລະປິນຊື່ດັງຜູ້ນີ້ ກໍຍັງມີນັກສະແດງໄວລຸ້ນທີ່ເປັນທີ່ຮູ້ຈັກຈາກການເປັນກະແສໃນຕິກຕັອກ ນັ້ນກໍຄື ຈິມມີ້. ນ້ອງໃໝ່ຄົນນີ້ອາຍຸພຽງ 15 ປີເທົ່ານັ້ນ ແຕ່ດ້ວຍຄວາມມີສະເໜ່ ແລະ ໜ້າຮັກ ຈຶ່ງເຮັດໃຫ້ລາວໄດ້ມີໂອກາດເຂົ້າສູ່ໂລກຂອງການສະແດງ.

ທີມມ່ວນ ກໍບໍ່ລໍຊ້າໄປຊອກໄປຄົ້ນໄປຕາມຫາວ່ານ້ອງແມ່ນໃຜ ເພື່ອໃຫ້ທຸກຄົນໄດ້ຮູ້ຈັກນ້ອງໃຫ້ຫຼາຍຂຶ້ນ.

ຈິມມີ້ ເປັນທີ່ຮູ້ຈັກຈາກການທີ່ລາວໄປຕັດຜົມ ແລ້ວທາງຮ້ານຕັດຜົມໄດ້ໂພສວິດີໂອລົງໃນຕິກຕັອກ ແລະ ອີກໜຶ່ງວິດີໂອແມ່ນເປັນວິດີໂອທີ່ລາວໄດ້ເສີບອາຫານໃຫ້ກັບແຂກຢູ່ທີ່ຮ້ານແຫ່ງໜຶ່ງໃນເຂດສີຫອມ. ດ້ວຍຄວາມໜ້າຮັກ ແລະ ມີສະເໜ່ຂອງລາວ, ຊາວເນັດຈຶ່ງແຫ່ກັນໄປສະແດງຄວາມເຫັນໃນວິດີໂອນັ້ນ ແລະ ສົ່ງຕໍ່ວິດີໂອດັ່ງກ່າວອອກໄປຈົນກາຍເປັນໄວຣັລ.

ຈິມມີ້ ມີຊື່ແທ້ວ່າ ວິທະຫວັດ ທຳມະວົງ ປັດຈຸບັນອາຍຸ 15 ປີ ກຳລັງຮຽນຢູ່ ໂຮງຮຽນມັດທະຍົມສົມບູນເຈົ້າອານຸວົງ.

ສຳລັບບົດບາດພະເອກເອັມວີ ໃນເພງ ຂອບໃຈທີ່ເຄີຍສອນຄຳວ່າຮັກ ຂອງ ຕີ໋ ອຸດາໄລ ນັ້ນ, ນີ້ເປັນຄັ້ງທຳອິດໃນການສະແດງຂອງລາວ ເຊິ່ງບົດບາດທີ່ໄດ້ຮັບຈະເປັນ ຊາຍໜຸ່ມທີ່ມີຮັກຄັ້ງທຳອິດ ໃນໄວເດັກໄຮ້ດຽງສາ ແຕ່ມີເຫດບັງເອີນເຮັດໃຫ້ຕ້ອງແຍກຍ້າຍກັນໄປເຮັດໜ້າທີ່ຂອງຕົນເອງ.

ຈິມມີ້ ບອກວ່າ ຕົນເອງມີລັກສະນະພິເສດ ແລະ ສະເໜ່ ຄື ຄວາມເປັນຕົວຂອງຕົວເອງຫຼາຍ, ເປັນຄົນຂີ້ອາຍ ແລະ ເຂີນເກັ່ງ, ແຕ່ກໍ່ຍັງເປັນຄົນທີ່ເຮັດສິ່ງຕ່າງຢ່າງເຕັມທີ່ ແລະ ມັກຄວາມທ້າທາຍ ໃນການເຮັດສິ່ງໃໝ່ໆ.

ໃນເວລາວ່າງ, ຈິມມີ້ມັກຢູ່ກັບຄອບຄົວ ແລະ ໝູ່ເພື່ອນ. ຄະຕິປະຈຳໃຈ ແລະ ແຮງບັນດານໃຈຂອງລາວແມ່ນ ‘ເຮັດໃຫ້ດີທີ່ສຸດ ແລະ ເປັນໂຕເອງໃຫ້ຫຼາຍທີ່ສຸດ’.

“ສິ່ງທີ່ທ້າທາຍຂອງຈິມມີ້ແມ່ນຄວາມແປກໃໝ່ ແລະ ເປັນສິ່ງທີ່ບໍ່ເຄີຍເຮັດມາກ່ອນ, ເພາະຈິມມີ້ເປັນຄົນຂີ້ອາຍ. ກໍຈະມີເຂີນໆກ້ອງແດ່ ແລະ ບາງທີກໍເຂີນຄົນທີ່ແນມມາຫຼາຍ. ແຕ່ຈິມມີ້ໄດ້ເຮັດວຽກບ້ານ ແລະ ກຽມໂຕໂດຍການເປັນຕົວຂອງຕົວເອງ, ຜົນງານກໍຈະອອກມາດີ,” ຈິມມີ້ ກ່າວ.

ອ່ານຕື່ມ:  ຮູ້ຈັກກັນໃຫ້ຫຼາຍຂຶ້ນ "ຈອນນີ້ ພວງສຸວັນ" ກັບບົດ ໂນ້ ບ່າວບາຣິສຕ້າຫຼວງພະບາງໃນ ສຸກໃຈ ຊີຣີສ໌

ຈິມມີ້ຍັງໄດ້ບອກອີກວ່າ ຕົນເອງຈະມີຜົນງານມາໃຫ້ທຸກຄົນໄດ້ເບິ່ງ ແລະ ຕິດຕາມກັນອີກຢ່າງແນ່ນອນ. ເຮົາຂໍຝາກຜົນງານເອັມວີເພງທຳອິດທີ່ ຈິມມີ້ ສະແດງໄວ້ແດ່ເດີ. ສາມາດຕິດຕາມຜົນງານອື່ນໆຂອງລາວໄດ້ໃນໄວໆນີ້.

ໂດຍ: ທີມບັນນາທິການ Muan

ຂຽນໂດຍ
Chanthasone Insixiangmai -

ຄອນເທັນຄຣີເອເຕີຜູ້ມັກເອົາເລື່ອງຕ່າງໆທີ່ພົບມາໃນຊີວິດປະຈຳວັນມາເລົ່າຕໍ່ໃນຮູບແບບທີ່ເຂົ້າໃຈງ່າຍ. ມັກການຂຽນ, ການຖ່າຍຮູບ ແລະ Pop Culture

ບົດຄວາມທີ່ກ່ຽວຂ້ອງ
The Interview

“ຮອຍຍິ້ມຂອງເຈົ້າມັນຫວານໄປ” ເພງທີ່ປ່ຽນຊີວິດຂອງ ZiXNA ໃຫ້ກາຍເປັນທີ່ຮູ້ຈັກ

ZiXNA ນັກຮ້ອງ-Rapper ຜູ້ມີຄວາມສາມາດ ແລະ ຄວາມຝັນໃນການສ້າງຜົນງານດົນຕີທີ່ສະທ້ອນອາລົມ ແລະ ຄວາມຮູ້ສຶກຂອງຄົນຮຸ່ນໃໝ່ທີ່ກຳລັງໄດ້ຮັບຄວາມນິຍົມໃນ TikTok ຢ່າງຕໍ່ເນື່ອງ.

The Interview

ອານິສະຣາ ໄຊຍະກອນ: ສ້າງສິ່ງທີ່ຮັກໃຫ້ເປັນຜົນງານຈົບການສຶກສາດ້ວຍ Art Toy Collection NUOL

ຫຼາຍຄົນຄົງຄິດບໍ່ເຖິງວ່າ ອາດທອຍ (Art Toy) ຈະສາມາດກາຍມາເປັນໂຄງການຈົບຊັ້ນທີ່ໜ້າສົນໃຈໄດ້ ແຕ່ ໄອລິນ – ອານິສະຣາ ໄຊຍະກອນ ປັດຈຸບັນ ອາຍຸ...

ສຸດໃຈ MEL01 ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຂອງທຸກເຜົ່າ
Crown Talk

ສຸດໃຈ ຮັບໄຊທອງ ຕົວແທນຊົນເຜົ່າລາວ ທີ່ຢາກໃຫ້ໂລກເຫັນຄວາມງາມຫຼາກຫຼາຍຂອງປະເທດລາວ

ສຸດໃຈ ຮັບໄຊທອງ MEL01 ຕົວແທນຊົນເຜົ່າລາວ ຜູ້ມີຄວາມຝັນຈະເປັນກະບອກສຽງໃຫ້ທຸກຊົນເຜົ່າ ສົ່ງເສີມຄວາມສະເໝີພາບ ແລະສືບສານວັດທະນະທໍາລາວໃຫ້ໂລກໄດ້ເຫັນ.

The Interview

ຍ້ອນຫຍັງການມາຂອງ Clozer ຈຶ່ງປຸກກະແສ Boy Band ລາວຂຶ້ນມາອີກຄັ້ງ ໃນຮອບ 10 ປີ?

Clozer ວົງບອຍແບນກຸ່ມໃໝ່ພາຍໃຕ້ສັງກັດ Miracle Music ເປີດຕົວດ້ວຍເພງ “Fighter” ທີ່ສະແດງເຖິງຄວາມໝັ້ນໃຈ ປຸກກະແສ LPOP ລາວໃນຮອບ 10 ປີ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.