ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel
Muan Listen - ມ່ວນຊວນຟັງ

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ແບ່ງປັນ
Getting your Trinity Audio player ready...

ຖ້າໃຫ້ດີກວ່ານີ້ ບໍ່ຕ້ອງລີລາ  ຖ້າມັນບໍ່ດີ ດຽວຂ້ອຍກັບໄປນອນຕໍ່.

ມາແລ້ວ, Imel ສາວນ້ອຍສຽງຫວານປ່ອຍເພງໃໝ່ ແລະ ນີ້ແມ່ນເພງທີ່ສອງຂອງລາວທີ່ມີຊື່ວ່າ “Oh why (ບໍ່ຕ້ອງລີລາ)” ໃນແນວດົນຕີ City Pop ທີ່ພໍຟັງໃນເທື່ອທຳອິດ ກໍຕ້ອງຄິດຮອດສິລະປິນສາວຢ່າງ Imel ຂຶ້ນມາທັນທີເລີຍ ເພາະຮູບແບບແນວດົນຕີ ແລະ ສຽງຮ້ອງໃສໆທີ່ມີເອກະລັກນີ້ທີ່ເຮັດໃຫ້ຄົນຟັງຈື່ລາວໄດ້ດີ.

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ.

ໃນເນື້ອຫາຂອງເພງນີ້ແມ່ນເປັນການບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ. ແຕ່ຄົນນັ້ນ, ກໍຍັງບໍ່ມີຄວາມກ້າພໍໃນການສານຄວາມສຳພັນໃຫ້ເລີກເຊິ່ງຂຶ້ນຕື່ມ ເພງ Oh why (ບໍ່ຕ້ອງລີລາ) ເລີຍເປັນການບອກໃຫ້ຄົນໆນັ້ນຟ້າວບອກມາໃຫ້ຊັດເຈນໂດຍບໍ່ຕ້ອງລີລາ ເພາະຄວາມຮູ້ສຶກທີ່ມີຢູ່ມັນກົງກັນຫຼາຍຂະໜາດນີ້.

ເພງນີ້ກໍໄດ້ແຮງບັນດານໃຈຈາກຕົວ Imel ເອງ ທີ່ເຄີຍບໍ່ມີຄວາມກ້າ ແລະ ຂີ້ອາຍ ຄືກັນ, ເລີຍໄດ້ຖ່າຍທອດຄວາມຮູ້ສຶກອອກມາເປັນບົດເພງທີ່ກົງກັບໃຜຫຼາຍໆຄົນທີ່ຕ້ອງການກ້າວຜ່ານຄວາມກົງວົນໃຈ ພ້ອມສ້າງຄວາມກ້າຫານ ແລະ ຊັດເຈນກັບຄວາມຮູ້ສຶກໂຕເອງຕໍ່ໃຜຈັກຄົນໜຶ່ງ.

Imel ຍັງຝາກມາບອກທຸກຄົນທີ່ຍັງບໍ່ກ້າວ່າ “ຖ້າຮູ້ສຶກ ຢ່າລີລາຫຼາຍ ດຽວເຂົາບໍ່ຖ້າລະໃດ” ໂອ້! ແບບນີ້ພວກເຮົາຕ້ອງຮີບຟ້າວເລີຍໃດ ຊ້າຫຼາຍດຽວຈະອົດເດີ.

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ...

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.