ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຢາກໃຫ້ລົມຊ່ວຍພັດເຈົ້າມາ ປະໂຫຍກອ້ອນວອນຂອງຄົນທີ່ຍັງບໍ່ລືມ ຟັງເພງ “ວອນສາຍລົມ” ຈາກ GX2
Muan Listen - ມ່ວນຊວນຟັງ

ຢາກໃຫ້ລົມຊ່ວຍພັດເຈົ້າມາ ປະໂຫຍກອ້ອນວອນຂອງຄົນທີ່ຍັງບໍ່ລືມ ຟັງເພງ “ວອນສາຍລົມ” ຈາກ GX2

ແບ່ງປັນ
Getting your Trinity Audio player ready...

“ພຽງຢາກຈະຂໍ ໃຫ້ລົມຊ່ວຍພັດເຈົ້າມາ”

ອາກາດເຢັນໆກັບລົມພັດຜ່ານມາເຮັດໃຫ້ເຮົາຄິດຮອດຄົນຮັກເກົ່າ, ມື້ນີ້ມ່ວນເລີຍຈະມາແນະນຳເພງໃໝ່ ຂອງສິນລະປິນ GX2 (P’Good Tslt) ເຈົ້າຂອງຜົນງານເພງດັງຂ້າມປະເທດ “ໃສ່ໃຈໄດ້ແຕ່ມອງ” ຖືວ່າເປັນຕຳນານເພງຮິດຂອງຄົນລາວ.

ເຊິ່ງຕອນນີ້ຍອດວິວກໍໃກ້ຈະທະລຸ 200 ລ້ານວິວແລ້ວ ແລະ ຫຼ້າສຸດໃນວັນທີ່ 8 ກັນຍາ 2024, GX2 ກໍໄດ້ປ່ອຍຜົນງານເພງໃໝ່ອອກມາຄື “ວອນສາຍລົມ”.

ໂດຍເນື້ອເພງ “ວອນສາຍລົມ” ເວົ້າເຖິງການທີ່ເຮົາຄິດຮອດຄອງຄອຍຖ້າຄົນຮັກທີ່ເລີກກັນໄປແລ້ວ, ເຖິງສິພະຍາຍາມລືມເທົ່າໃດກໍລືມບໍ່ໄດ້ເຮັດໃຫ້ຕ້ອງອ້ອນວອນໃຫ້ສາຍລົມພັດກັບມາ, ເຊິ່ງຈັງຫວະເພງຈະເນີບໆເລື້ອຍໆປະສານກັບສຽງເປຍໂນຊຶ້ງໆຊວນໃຫ້ເຄີ້ມຕາມຈົນເຮີດພຸ້ນລະ.

ສຳລັບສະຖານທີ່ຖ່າຍທຳໃນເອັມວີແມ່ນຢູ່ທີ່ ຕາດເຍືອງ ເມືອງປາກຊ່ອງ ແຂວງຈຳປາສັກ, ເພງຊື້ງໆກັບທຳມະຊາດພູຜາປ່າໄມ້ທີ່ສວຍງາມຂອງທາງພາກໃຕ້ເຮົາເຮັດໃຫ້ອາລົມເພງ ແລະ ພາບປະກອບເຂົ້າກັນໄດ້ຢ່າງດີ.

ພາບລວມບັນຍາກາດສະບາຍໆມີໝອກ, ມີຝົນປຽກຊຸ່ມເຮັດໃຫ້ເຫງົາສຸດໆ ແລະ ເພງນີ້ກໍເຮັດໃຫ້ເກີດຄວາມຮູ້ສຶກຕ້ອງການຢາກສົ່ງເພງນີ້ໃຫ້ກັບຄົນນັ້ນ, ແຕ່ມັນຄົງເປັນໄປບໍ່ໄດ້.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ເຄີຍແອັບຮັກໃຜແລ້ວບໍ່ກ້າບອກບໍ? ຊວນຫວນກັບໄປຟັງເພງຈາກປີ 2018 "ຮັກແຕ່ບໍ່ກ້າບອກ" ເວີຊັ່ນ Yes Bands
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.