ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ
Muan Listen - ມ່ວນຊວນຟັງ

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

ແບ່ງປັນ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ 3 ປີກ່ອນ ແລະໄດ້ເດີນເຂົ້າສູ່ໂລກການສະແດງ ແລະ ກັບຄືນສູ່ການເປັນນັກດົນຕີ, ໂດຍໄດ້ປ່ອຍຊິງເກີ້ນທຳອິດຂອງລາວ “Zero times anything is zero” ໂດຍປັດຈຸບັນສັງກັດຢູ່ທີ່ຄ້າຍ Kicks Records.

ຫຼັງຈາກທີ່ອາລະບໍາທຳອິດ “Like You Never Left” ປະສົບຄວາມສຳເລັດແບບສຸດໆ, ໜຸ່ມ ກັນຊາລີ (guncharlie) ຫຼື ເສດຖະພົງ ເອວະສຸກ ຈາກຄ້າຍ Kicks Records ກໍບໍ່ໃຫ້ແຟນໆໄດ້ຖ້າດົນ! ໄດ້ກັບມາພ້ອມຊິງເກິລທຳອິດຈາກອາລະບໍາທີສອງ ກັບເພງເນື້ອຫາເສົ້າໆ ດົນຕີແນວ Indie Pop / Bedroom Pop ປະສົມກິ່ນອາຍຄວາມເປັນ Alternative ໃນຜົນງານເພງທີ່ມີຊື່ວ່າ “ເຕີບໂຕໂດຍບໍ່ມີຂ້ອຍ (End Of My Turn)” ທີ່ໄດ້ “ແມັກ The Darkest Romance ” ມາຮ່ວມງານນຳອີກຄັ້ງ.

ເປັນເພງທີ່ແຕ່ງຂຶ້ນຈາກຄວາມຮູ້ສຶກຂອງ guncharlie ເລົ່າຄວາມຮູ້ສຶກຂອງຄົນທີ່ຕ້ອງຍອມ “ປ່ອຍ” ຄົນທີ່ຮັກໄປ ເພື່ອໃຫ້ເຂົາໄດ້ໄປຢູ່ໃນບ່ອນທີ່ດີກວ່າ ແລະ ເຕີບໂຕໄດ້ຢ່າງເຕັມທີ່ໃນອ້ອມກອດຂອງຄົນອື່ນ ແລະ ມັນອາດຈະເປັນການສະແດງຄວາມຮັກຄັ້ງສຸດທ້າຍທີ່ເຮັດໃຫ້ໄດ້ຈາກຄົນທີ່ເຄີຍຮັກກັນ.

ເຕີບໂຕໃຫ້ດີ ແລະ ຂ້ອຍຄົນນີ້ ຈະຍິນດີກັບເຈົ້າໃຫ້ໄດ້

ສໍາລັບ MV ເພງນີ້, ຖືເປັນຄັ້ງທຳອິດທີ່ guncharlie ຮັບບົດບາດການສະແດງທີ່ ຈິງຈັງ ສຸດໆ, ເຖິງຂັ້ນ ຈົ່ງໜວດ ຈາກທີ່ບໍ່ເຄີຍເຮັດມາກ່ອນ ເພື່ອ MV ນີ້ໂດຍສະເພາະ! ໃນຕົວຂອງ MV ເລົ່າເຖິງຜູ້ຊາຍຄົນໜຶ່ງທີ່ເລີ່ມຮູ້ສຶກວ່າແຟນກຳລັງ ນອກໃຈ, ລາວເລີຍຕັດສິນໃຈຕາມຫາຄຳຕອບຂອງຄວາມຮູ້ສຶກນັ້ນຈົນໄດ້ເຫັນຄວາມຈິງ. ຈົນສຸດທ້າຍ, ລາວກໍຍອມຮັບ ແລະຕັດສິນໃຈປ່ອຍໃຫ້ແຟນໄປເຕີບໂຕໃນອ້ອມກອດຂອງຄົນອື່ນ

ເຈົ້າດອກໄມ້ທີ່ງົດງາມ ເຖິງເວລາທີ່ຕ້ອງບອກລາ ໃຫ້ເຈົ້າເຕີບໂຕໂດຍບໍ່ມີຂ້ອຍ

ເຊິ່ງຕອນນີ້ທຸກຄົນສາມາດໄປຟັງ “ເຕີບໂຕໂດຍບໍ່ມີຂ້ອຍ” (End Of My Turn)” ໄດ້ແລ້ວໃນທຸກແພລດຟອມສະຕຣີມມິງເພງ ແລະ ສາມາດເບິ່ງ Music Video ໄດ້ແລ້ວທີ່ YouTube: Kicks Records.

ອ່ານຕື່ມ:  ຖ້າຄວາມຄິດຮອດ ເປັນເລື່ອງຜິດກົດໝາຍອ້າຍຄົງຕາຍແນ່ນອນ ຊວນຟັງເພງ "ເມົາຄວາມເຈັບປວດ" ຈາກ SenJx & XXXVVIIV

ຂຽນໂດຍ
Tonmai Phoutthasack -

ຄອນເທັນຄຣີເອເຕີ ສາຍອິນດີ້ ຜູ້ມັກໃນເລື່ອງເລົ່າທີ່ຫຼາຍຄົນເບິ່ງຂ້າມ

ບົດຄວາມທີ່ກ່ຽວຂ້ອງ

ໃຜເຄີຍຖືກຖິ້ມຈະເຂົ້າໃຈຄວາມເຈັບນີ້ດີກັບ”ຖິ້ມໄວ້ (Leave it)” ຈາກ XZERO

ໃຜທີ່ກຳລັງຮູ້ສຶກເສົ້າ, ຜິດຫວັງ, ແລະ ບໍ່ສາມາດກ້າວຜ່ານເລື່ອງລາວຄວາມຮັກເກົ່າໆ ທີ່ເຈັບປວດໄປໄດ້, “ຖິ້ມໄວ້ (Leave it)” ຈາກສິລະປິນ XZERO ແມ່ນອີກບົດເພງທີ່ເປັນຄືກະຈົກສະທ້ອນຄວາມຮູ້ສຶກເຫຼົ່ານັ້ນໄດ້ຢ່າງເຈັບປວດ ດ້ວຍຈັງຫວະດົນຕີທີ່ໜັກແໜ້ນແນວ...

Remy Highbros ປ່ອຍເພງ Thousand Miles ບົດເພງທີ່ສ້າງຈາກສຽງຫົວໃຈເຖິງຄົນຮັກ

Thousand Miles ເພງນີ້ໄດ້ເລົ່າເລື່ອງລາວຄົນໆໜຶ່ງທີ່ໄດ້ອອກເດີນທາງຕາມຫາຝັນ ແລະ ລາວກໍໄດ້ເຈິຮັກແທ້ທີ່ທັງສອງມີຄວາມຮັກ ແລະ ເປົ້າໝາຍໃນສິ່ງດຽວກັນ. ໃນສ່ວນຂອງເພງມີຄວາມໂດດເດັ່ນດ້ານດົນຕີແບບ Country Music ປະສົມປະສານເນື້ອງຮ້ອງລາວ ແລະ...

ເຂົ້າໃຈຄວາມຮັກຫຼາຍຂຶ້ນຜ່ານບົດເພງ “ຄຳຕອບ | Naive”-Tanu Vannasin

ເມື່ອຄວາມຮັກຕ້ອງມາເຖິງທາງແຍກ, ບາງຄຳຕອບກໍອາດຈະບໍ່ເຄີຍມີໃນໂລກນີ້, ໄດ້ແຕ່ຍອມຮັບວ່າ “ອາດເປັນເພາະເຮົາຍັງໄຮ້ດຽງສາ” ຫຼືນີ້ເປັນສິ່ງທີ່ ຕານຸ ວັນນະສິນ ຕ້ອງການບອກຜ່ານບົດເພງ “ຄຳຕອບ | Naive” ຫຼັງຈາກທີ່ຜ່ານໄປ...

ເຈິແບບນີ້ຈະຍອມໃຫ້ຫຼອກ ເພາະຜີໜ້າຮັກ ຊວນຟັງເພງໃໝ່ຈາກ Clozer “ຫຼອກ PEEK A BOO”

ເຖິງຈະຜ່ານວັນ Halloween ມາແລ້ວ, ແຕ່ມ່ວນກໍຢາກມາເກັບຕົກສິ່ງທີ່ເກີດຂຶ້ນ ພ້ອມມາເລົ່າໃຫ້ທຸກຄົນຟັງກັບຜົນງານເພງໃໝ່ຂອງ Clozer ທີ່ມີຊື່ວ່າ: “ຫຼອກ PEEK A BOO”. ໃນຕອນທຳອິດທີ່...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.