ກະແສ AI ໃນການນຳມາປະກອບໃຊ້ໃນການຮຽນ ຫຼື ການເຮັດວຽກໃນປີ 2026 ຖືວ່າຍັງດີບໍ່ມີຕົກ ເພາະຫຼາຍໆຄ້າຍກໍຍັງແຂ່ງຂັນກັນພັດທະນາລູກຫຼິ້ນໃໝ່ໆຢູ່ສະເໝີ.
ເປີດໂຕຟີເຈິ Auto Browse ຈາກ Google Chrome
ໃນສ່ວນຂອງ Google Chrome ກໍໄດ້ເປີດໂຕຟີເຈິ Auto Browse ໂດຍການນຳ Gemini AI ມາເຮັດວຽກຊ່ວຍຜູ້ໃຊ້ງານຢູ່ເທິງເວັບໄຊແບບອັດຕະໂນມັດ ຈາກປົກກະຕິເວລາເຮົາໃຊ້ງານແມ່ນຕ້ອງເປີດເວັບ, ຄົ້ນຫາ ແລະ ອ່ານ-ສະຫຼຸບເອງທຸກຂັ້ນຕອນ ເຮັດໃຫ້ເສຍເວລາໃນການຫາຂໍ້ມູນຫຼາຍ.
ແລ້ວຟີເຈິ Auto Browse ຈະເຂົ້າມາຊ່ວຍ ແລະ ເຮັດຫຍັງໄດ້ແດ່ ກັອດຈິ ຈະເລົ່າສູ່ຟັງເດີ. ຄວາມສະບາຍທີ່ເຮົາຈະໄດ້ພົບໃນສິ່ງທຳອິດເມື່ອເຮົາໄດ້ໃຊ້ Auto Browse.
- ມັນຈະຊ່ວຍຄົ້ນຫາຂໍ້ມູນແທນເຮົາ
- ຊ່ວຍປຽບທຽບລາຄາ ແລະ ແນະນຳຕົວເລືອກທີ່ດີກວ່າໃຫ້
- ຊ່ວຍຈັດຕະຕະລາງນັດໝາຍ
- ລົງທະບຽນແບບຟອມອອນລາຍ
- ສະຫຼຸບຂໍ້ມູນຈາກຫຼາຍໆເວັບໄຊໃຫ້
ເຄັດລັບເດັດທີ່ຈະເຮັດໃຫ້ AI ສະຫຼາດເພີ່ມຂຶ້ນ
ການທີ່ຈະເຮັດໃຫ້ AI ມັນຕອບສະໜອງການໃຊ້ງານຂອງເຮົາໄດ້ດີ ກໍມີເຄັບລັບຢູ່ ແລະ ບໍ່ຍາກຢ່າງທີ່ທຸກຄົນກັງວົນກັນແນ່ນອນ. ໃນສ່ວນການໃຊ້ງານ Auto Browse ກໍຕ້ອງມີການ Deep Integration ກັບແອັບອື່ນໆກ່ອນ.
ເພາະຖ້າ Auto Browse ໄດ້ເຊື່ອມຂໍ້ມູນກັບ Gmail, Calendar, Maps, YouTube, Google Shopping ແລະ Google Flights, ການເຊື່ອມຕໍ່ກັບແອັບພວກນີ້ກໍເພື່ອໃຫ້ AI ສາມາດນຳຂໍ້ມູນນຈາກແອັບທີ່ເຮົາໃຊ້ໃນການຕັດສິນໃຈ ແລະ ເຮັດວຽກຕໍ່ໄດ້ຕາມແວດລ້ອມທີ່ເຮົາໃຊ້ງານຫຼາຍຂຶ້ນ.
ປັດຈຸບັນ, Auto Browse ໄດ້ເປີດໃຫ້ໃຊ້ໃນບາງປະເທດ ແລະ ຜູ້ທີ່ໃຊ້ງານ Google AI Pro ແຕ່ກໍຈະຄ່ອຍໆຂະຫຍາຍໃຫ້ຜູ້ໃຊ້ທົ່ວໂລກໄດ້ໃຊ້ໄປເທື່ອລະເຂດ.