ໜ້າຫຼັກ Gadzila Google ອັບເດດເພີ່ມ Gemini AI ເຂົ້າໃນ Google Docs ແລະ Google Sheets
Gadzila

Google ອັບເດດເພີ່ມ Gemini AI ເຂົ້າໃນ Google Docs ແລະ Google Sheets

ແບ່ງປັນ
Getting your Trinity Audio player ready...

ຫຼ້າສຸດ Google ມີການອັບເດດເພີ່ມ Gemini ຜູ້ຊ່ວຍ AI ຂອງ Google ເຂົ້າໃນແພລັດຟອມ Google Docs ແລະ Google Sheets ແລ້ວ.

Google ຍັງໄດ້ລະບຸວ່າ Gemini ໃນ Google Docs ແລະ Google Sheets ນັ້ນ, ບໍ່ໄດ້ໃຊ້ຂໍ້ມູນສ່ວນຕົວຂອງຜູ້ໃຊ້ງານທີ່ມີຢູ່ເພື່ອເຝິກ, ພັດທະນາ AI ເພາະລະບົບແມ່ນໄດ້ຄວບຄຸມປ້ອງກັນໄພຄວາມສ່ຽງ ແລະ ຍັງມີຄວາມປອດໄພສູງ.

ເລີ່ມເປີດໃຫ້ໃຊ້ໃນບາງພື້ນທີ່ແລ້ວໂດຍສະເພາະຜູ້ໃຊ້ Google Workspace ເຊັ່ນ: ບັນຊີອົງກອນ ແລະ ສະຖາບັນການຮຽນ-ການສອນ. ສຳລັບຜູ້ໃຊ້ທົ່ວໄປອາດເລີ່ມທະຍອຍເປີດໃຫ້ໃຊ້ງານໄດ້ໃນໄວໆນີ້ ໂດຍສາມາດກົດເປີດໃນ Settings ເມື່ອມີຕົວເລືອກ.

ການເພີ່ມຟີເຈີຣ໌ Gemini AI ນີ້ແມ່ນເຮັດໃຫ້ຜູ້ໃຊ້ສະດວກສະບາຍຫຼາຍຂຶ້ນ, ເຮັດໃຫ້ການເຮັດບັນຊີ ຫຼື ວຽກການຂຽນຈະບໍ່ເປັນເລື່ອງຍາກອີກຕໍ່ໄປ, ມື້ນີ້ກັອດຈິເລີຍຈະພາທຸກຄົນມາເບິ່ງວ່າມີຫຍັງໃໝ່ເພີ່ມເຂົ້າມາກັນແດ່.

ໃນ Google Docs

– ຊ່ວຍຂຽນເອກະສານພື້ນຖານເຊັ່ນ: ຈົດໝາຍ, ບົດລາຍງານ, ບົດຄວາມ ແລະ ອື່ນໆ.

– ແນະນຳການແກ້ໄຂພາສາ ຫຼື ປັບປຸງໂຄງສ້າງເນື້ອຫາ.

– ສະຫຼຸບເອກະສານ ຫຼື ດຶງຂໍ້ມູນສຳຄັນອອກມາໄດ້.

– ຊ່ວຍຄິດໄອເດຍ/ຫົວຂໍ້ໃໝ່ໆ ໃນວຽກຂຽນ.

ໃນ Google Sheets

– ຊ່ວຍສ້າງສູດອັດຕະໂນມັດເຊັ່ນ: SUM, IF, VLOOKUP ແລະ ອື່ນໆ.

ອ່ານຕື່ມ:  SAMSUNG GALAXY S25 SERIES ບໍ່ແມ່ນພຽງແຕ່ມືຖື ແຕ່ເປັນຜູ້ຊ່ວຍສ່ວນຕົວເຮັດໃຫ້ຊີວິດສະບາຍຂຶ້ນ

– ແນະນຳການຈັດຮູບແບບຕາຕະລາງໃຫ້ດູດີ ແລະ ອ່ານງ່າຍ.

– ວິເຄາະຂໍ້ມູນ ຫຼື ສ້າງກຣາຟໄດ້ໄວຂຶ້ນ.

– ຕັ້ງຄຳຖາມ ແລະ ໃຫ້ Gemini ຊ່ວຍຄຳນວນ ຫຼື ສະຫຼຸບໃຫ້.

ໂດຍ: ທີມບັນນາທິການ Gadzila

ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ເຕື່ອນໄພ ຊີຣີສ໌ແນວຕັ້ງ ກັບດັກມິດສາຊີບລວງເອົາເງິນໃນບັນຊີ

ພວກມິດສາຊີບກຳລັງໃຊ້ຄວາມໜ້າສົນໃຈຂອງຊີຣີສ໌ສັ້ນແນວຕັ້ງ ມາເປັນເຫຍື່ອຫຼອກລໍ້ໃຫ້ເຮົາຕົກຂຸມພາງ ລວງເອົາເງິນໃນບັນຊີຂອງເຮົາຜ່ານ 3 ກົນອຸບາຍທີ່ຕ້ອງລະວັງ.

Meta ຈະເກັບເງິນສາຍແປະລິ້ງໃນໂພສ Facebook ໂດຍທີ່ຜູ້ໃຊ້ຕ້ອງຈ່າຍເງິນເພື່ອຊື້ Meta Verified

ຜູ້ໃຊ້ງານ Facebook ຈະຖືກຈຳກັດສິດໃນການແປະລິ້ງ ແລະ ຖ້າໃຜບໍ່ຈ່າຍເງິນລາຍເດືອນໃຫ້

ອາວະສານສາຍແຄັບໜ້າຈໍ Messenger ອັບເດດໃໝ່ ໃຜແຄັບແຊັດລະບົບຈະແຈ້ງເຕືອນທັນທີ

Meta ອອກຟີເຈີໃໝ່ໃຫ້ສາມາດຕັ້ງຄ່າ Disappearing Messages ເພື່ອແຈ້ງເຕືອນໃຫ້ຮູ້ທັງສອງຝ່າຍວ່າໃຜທີ່ມັກແຄັບແຊັດເຮົາໃນ Messenger.

ເຕືອນໄພ: ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນ

ລະວັງມິດສາຊີບປອມເປັນຄົນຮູ້ຈັກ ຕົວະໃຫ້ໂອນເງິນຜ່ານ Facebook ຫຼື WhatsApp ຮູ້ທັນກົນໂກງ, ຮັບມືດ້ວຍຄວາມມີສະຕິ ແລະ ການກວດສອບຂໍ້ມູນຢ່າງລະມັດລະວັງ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.