ສ້າງປະຫວັດສາດ “Golden” ຈາກ KPop Demon Hunters ກາຍເປັນເພງເຄປັອບທຳອິດທີ່ຄວ້າລາງວັນ Grammys

ແບ່ງປັນ

ສ້າງປະຫວັດສາດ “Golden” ຈາກ KPop Demon Hunters ກາຍເປັນເພງເຄປັອບທຳອິດທີ່ຄວ້າລາງວັນ Grammys

02 February 2026 91

ກາຍເປັນປາກົດການຄັ້ງສຳຄັນ ເມື່ອສຽງເພງ “Golden” ບົດເພງປະກອບແອນິເມຊັນສັນຊາດເກົາຫຼີ “KPop Demon Hunters” ສາມາດເອົາຊະນະໃຈຄະນະກຳມະການ ແລະ ສ້າງປະຫວັດສາດເປັນ ເພງເຄປັອບ (K-Pop) ເພງທຳອິດ ທີ່ຄວ້າລາງວັນຈາກເວທີ Grammy Awards ມາຄອງໄດ້ຢ່າງສົມສັກສີ ໃນການປະກາດລາງວັນຄັ້ງທີ 68 ປະຈຳປີ 2026.

ເພງ “Golden” ໄດ້ຮັບການປະກາດຊື່ໃຫ້ເປັນຜູ້ຊະນະໃນສາຂາ Best Song Written for Visual Media (ເພງດີເດັ່ນທີ່ຂຽນຂຶ້ນສຳລັບ Visual Media) ເຊິ່ງເປັນສາຂາທີ່ລວມເອົາເພງປະກອບຮູບເງົາ, ຊີຣີ ແລະ ແອນິເມະຊັນລະດັບໂລກມາປະເຊີນໜ້າກັນ.

ການໄດ້ຮັບລາງວັນນີ້ບໍ່ພຽງແຕ່ເປັນໄຊຊະນະຂອງທີມງານເທົ່ານັ້ນ ແຕ່ຍັງເປັນການຢືນຢັນວ່າ ດົນຕີເຄປັອບໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນຂອງວັດທະນະທຳປັອບລະດັບສາກົນຢ່າງແທ້ຈິງ.

ຄວາມສຳເລັດຂອງ “Golden” ບໍ່ໄດ້ມາດ້ວຍຄວາມບັງເອີນ, ແຕ່ເປັນຜົນງານຈາກການຮ່ວມມືຂອງນັກຂຽນເພງ ແລະ ໂປຣດິວເຊີສີມືດີ ນຳໂດຍ Teddy Park ເຈົ້າພໍ່ເພງຮິດຈາກ THEBLACKLABEL ທີ່ແຟນໆ ຮູ້ຈັກກັນດີ. ນອກຈາກນີ້ຍັງມີທີມງານຄຸນນະພາບອີກ ເຊັ່ນ: Ejae, Joong Gyu Kwak, Yu Han Lee, Hee Dong Nam, Mark Sonnenblick ແລະ Jeong Hoon Seo.

ອ່ານຕື່ມ:  Felix - Stray Kids ບໍລິຈາກ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ເນື່ອງໃນວັນເກີດ

ທີມງານຊຸດນີ້ໄດ້ອອກແບບດົນຕີທີ່ປະສົມປະສານລະຫວ່າງຄວາມທັນສະໄໝຂອງ K-Pop ບວກກັບຈັງຫວະທີ່ຕື່ນເຕັ້ນ ເພື່ອໃຫ້ສອດຄ່ອງກັບເນື້ອເລື່ອງຂອງແອນິເມະຊັນ KPop Demon Hunters ທີ່ໂດ່ງດັງໄປທົ່ວໂລກຕະຫຼອດປີ 2025.

ນອກຈາກນີ້, ໜຶ່ງໃນປັດໄຈທີ່ເຮັດໃຫ້ເພງນີ້ກາຍເປັນທີ່ຮູ້ຈັກໃນວົງກວ້າງ ຄືເນື້ອຮ້ອງວັກ Hook ສຸດຕິດຫູທີ່ວ່າ “We’re going Up Up Up”, ດ້ວຍຄວາມໄວຣໍ, ເຮັດໃຫ້ເດັກນ້ອຍ ແລະ ແຟນເພງຫຼາຍຄົນໄດ້ຍິນຜິດເປັນ “ເວໂກເວລັອບ” ຈົນກາຍເປັນ Meme ດັງໃນໂລກໂຊຊຽວ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.