ໜ້າຫຼັກ Muan.la - ສາລະບັນເທີງ Update Felix – Stray Kids ບໍລິຈາກ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ເນື່ອງໃນວັນເກີດ
Update

Felix – Stray Kids ບໍລິຈາກ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ເນື່ອງໃນວັນເກີດ

ແບ່ງປັນ
Getting your Trinity Audio player ready...

Felix ສະມາຊິກຂອງ Stray Kids ກຸ່ມສິລະປິນ KPOP ຈາກເກົາຫຼີໃຕ້ ບໍລິຈາກເງິນ 100 ລ້ານວອນ ຊ່ວຍເດັກນ້ອຍລາວ ຜ່ານໂຄງການໃນປະເທດລາວ ເນື່ອງໃນວັນຄ້າຍວັນເກີດຂອງລາວ.

ໃນວັນທີ 15 ກັນຍາ 2025, Felix ສະມາຊິກວົງ Stray Kids ໄດ້ບໍລິຈາກເງິນຈຳນວນ 200 ລ້ານວອນ ຫຼື ປະມານ 144,000 ໂດລາສະຫະລັດ ໃຫ້ກັບອົງການຈັດຕັ້ງສາກົນຕ່າງໆ. ໃນນັ້ນ ຈຳນວນ 100 ລ້ານວອນ ແມ່ນບໍລິຈາກໃຫ້ກັບອົງການ Unicef ແລະ World Vision.

ຈຳນວນເງິນດັ່ງກ່າວ ຈະຖືກແບ່ງເປັນ 50 ລ້ານວອນ ສຳລັບ Unicef ທີ່ຈະໃຊ້ເຂົ້າໃນໂຄງການນໍ້າສະອາດ ແລະ ສົ່ງເສີມໂພຊະນາການໃນລາວ ແລະ ອີກ 50 ລ້ານວອນສຳລັບ World Vision ເຊິ່ງຈະຖືກໃຊ້ເຂົ້າໃນໂຄງການສົ່ງເສີມສຸຂະພາບເດັກໃນລາວ.

ລາວໄດ້ໃຫ້ສຳພາດຜ່ານສື່ວ່າ ຕົນເອງຮູ້ສຶກເຕີມເຕັມຈາກການທີ່ສາມາດແບ່ງປັນຄວາມຮັກທີ່ແຟນເພງໄດ້ມອບໃຫ້ກັບລາວ ເພື່ອຊ່ວຍປົກປ້ອງອະນາຄົດຂອງເດັກນ້ອຍ ທັງພາຍໃນ ແລະ ນອກປະເທດເກົາຫຼີໃຕ້.

“ຂ້ອຍຫວັງເປັນຢ່າງຍິ່ງວ່າ ເດັກນ້ອຍທຸກຄົນຈະສາມາດຝັນໃຝ່ໄດ້ຢ່າງອິດສະລະ,” ລາວກ່າວ.

ນີ້ບໍ່ແມ່ນຄັ້ງທຳອິດທີ່ລາວໄດ້ບໍລິຈາກເພື່ອຊ່ວຍເຫຼືອເດັກນ້ອຍແບບນີ້, ປີກ່ອນລາວກໍເຄີຍບໍລິຈາກໃຫ້ກັບ Unicef ແລະ World Vision ໃນໂອກາດວັນຄ້າຍວັນເກີດຂອງລາວເຊັ່ນກັນ.

ນອກຈາກນັ້ນ, ໃນເດືອນກຸມພາ 2024, ລາວໄດ້ເດີນທາງມາປະເທດລາວເພື່ອຮ່ວມກິດຈະກຳສົ່ງເສີມສຸຂະພາບຊຸມຊົນຮ່ວມກັບ Unicef ຢູ່ພາກໃຕ້.

ນັບວ່າເປັນເລື່ອງລາວດີໆທີ່ Felix ໄດ້ມອບໃຫ້ກັບເດັກນ້ອຍລາວ ສົມກັບທີ່ແຟນເພງທົ່ວໂລກຮັກແພງລາວ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.