ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ບໍ່ມັກຂ້ອຍ ບໍ່ເປັນຫຍັງ ເພາະນັ້ນຄືປັນຫາຂອງເຈົ້າ! DICE ສົ່ງຊິງເກິນໃໝ່ “Swipe Up” ຖ່າຍທອດຕົວຕົນທີ່ໃຫຍ່ຂຶ້ນກວ່າເກົ່າ
Muan Listen - ມ່ວນຊວນຟັງ

ບໍ່ມັກຂ້ອຍ ບໍ່ເປັນຫຍັງ ເພາະນັ້ນຄືປັນຫາຂອງເຈົ້າ! DICE ສົ່ງຊິງເກິນໃໝ່ “Swipe Up” ຖ່າຍທອດຕົວຕົນທີ່ໃຫຍ່ຂຶ້ນກວ່າເກົ່າ

DICE ກັບມາທວງພື້ນທີ່ຄວາມໝັ້ນໃຈໃນຊິງເກິນໃໝ່ 'Swipe Up' ພ້ອມດົນຕີສຸດເດືອດທີ່ໃຫຍ່ຂຶ້ນ ຖ້າບໍ່ມັກກໍພຽງແຕ່ປັດຖິ້ມ

ແບ່ງປັນ

“If you don’t like me, that is not my problem. If you don’t like me, fine. That’s yours.”

ປະໂຫຍກສັ້ນໆ ແຕ່ແຮງຈັດ ນີ້ຄືໃຈຄວາມສຳຄັນຂອງ “Swipe Up” ຊິງເກິນໃໝ່ຫຼ້າສຸດຈາກ DICE ຈາກສັງກັດ Sonray Music ທີ່ຫາກໍປ່ອຍ MV ອອກມາໃຫ້ແຟນໆໄດ້ຮັບຊົມກັນ ແລະສິ່ງທີ່ເຫັນໄດ້ຢ່າງຊັດເຈນຄື ການເຕີບໃຫຍ່ຂອງວົງ ທັງໃນດ້ານດົນຕີ, ຄວາມຄິດ ແລະ ພະລັງການເພີຟອມຂອງເມັມເບີທັງ 10 ຄົນ.

“Swipe Up” ເປັນເພງສະໄຕລ໌ Electronic Dance ທີ່ປະສົມປະສານ Hip Hop ພ້ອມກິ່ນອາຍຂອງ Hyperpop ເຮັດໃຫ້ອາລົມເພງມີຄວາມດຸດັນ, ທັນສະໄໝ ແລະເຕັມໄປດ້ວຍເອເນີຈີ. ຈຸດເດັ່ນທີ່ໜ້າຈື່ຈຳອີກຢ່າງຄື ການນຳ Motif ຈາກບົດເພງຄລາສສິກ Moonlight Sonata (3rd Movement) ຂອງ Beethoven ມາດັດແປງໃສ່ໃນຊ່ວງ Bridge ຊ່ວຍຍົກພະລັງຂອງເພງໃຫ້ທະລຸຈຸດພີກ ທັງເດືອດ, ທັງມັນ ແລະ ຟັງແລ້ວຕິດຫູສຸດໆ.

ໃນດ້ານເນື້ອເພງ “Swipe Up” ເວົ້າເຖິງການຮັບມືກັບສາຍຕາ ແລະ ຄຳຕັດສິນຈາກຄົນອື່ນ ໂດຍເລີ່ມຈາກ “ພາຍໃນໃຈຂອງເຮົາເອງ” ບໍ່ຈຳເປັນຕ້ອງໄປໃຫ້ຄ່າກັບທຸກຄຳຄິດເຫັນ ຫຼື ຄອມເມັນລົບໆ ເພາະຖ້າບໍ່ມັກ… ກໍພຽງແຕ່ “Swipe” ຜ່ານໄປ. ມັນແມ່ນປັນຫາຂອງເຂົາ ບໍ່ແມ່ນຂອງເຮົາ. ແນວຄິດນີ້ສະທ້ອນໃຫ້ເຫັນການເຕີບໃຫຍ່ທາງຄວາມຄິດຂອງ DICE ຢ່າງຊັດເຈນ ແລະ ກ້າສົ່ງສານຫາຜູ້ຟັງໃນແບບທີ່ຊື່ສັດກັບຕົວເອງ.

ອ່ານຕື່ມ:  ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

ສ່ວນໃນ MV ກໍເຕັມໄປດ້ວຍພະລັງການເພີຟອມຂອງເມັມເບີທັງ 10 ຄົນ ທີ່ສະແດງຄາຣິສມ່າ ແລະ ຄວາມໝັ້ນໃຈອອກມາແບບບໍ່ກັ້ນ ຕອກຢ້ຳວ່າ DICE ໃນມື້ນີ້ ບໍ່ແມ່ນຄົນເກົ່າອີກຕໍ່ໄປ ແຕ່ເປັນວົງທີ່ຮູ້ວ່າຕົວເອງເປັນໃຜ ແລະ ຢາກເວົ້າຫຍັງກັບໂລກນີ້.

ຖ້າໃຜກຳລັງເມື່ອຍກັບຄຳຕິ, ຄຳວິຈານ ຫຼື ຄອມເມັນທີ່ບໍ່ສ້າງສັນ “Swipe Up” ອາດຈະເປັນເພງທີ່ເຮັດໃຫ້ເຮົາຢຸດ ແລະ ຍິ້ມໃຫ້ກັບຕົວເອງອີກຄັ້ງ ແລ້ວກໍພຽງແຕ່… Swipe ມັນຜ່ານໄປ.

ຂຽນໂດຍ
Chanthasone Insixiangmai - Editor-in-Chief

ຄອນເທັນຄຣີເອເຕີທີ່ເລີ່ມຈາກການຂຽນເນື້ອຫາກ່ຽວກັບ Tech ກ່ອນຈະຫຍັບມາຂຽນກ່ຽວກັບເລື່ອງວົງການບັນເທີງ ແລ້ວສຸດທ້າຍຂຽນມັນໄປທຸກຢ່າງ ຈົນກາຍເປັນຜູ້ຄຸມຄຸນນະພາບຂອງເນື້ອຫາທັງໝົດໃນ Muan (ຖ້າມີບ່ອນໃດຜິດ ນັ້ນແມ່ນຄວາມຜິດຂ້ອຍທີ່ເບິ່ງບໍ່ທົ່ວ 55). ມັກເອົາເລື່ອງຕ່າງໆທີ່ພົບໃນຊີວິດປະຈຳວັນມາເລົ່າຕໍ່ເພື່ອໃຫ້ເຂົ້າກັບ ມ່ວນ, ກົງກັບຄວາມສົນໃຈຂອງຜູ້ອ່ານ ແລະ ເຂົ້າໃຈງ່າຍ. ມັກຖ່າຍຮູບ ແລະ Pop Culture.

ບົດຄວາມທີ່ກ່ຽວຂ້ອງ

ຄວາມຫວັງດີທີ່ບໍ່ມີຫວັງໄດ້ໄປຕໍ່ guncharlie ສິນລະປິນຈາກໄທກັບເພງ ເຕີບໂຕໂດຍບໍ່ມີຂ້ອຍ

“guncharlie (ກັນ ຊາລີ)” ຫຼື “ກັນ-ເສດຖະພົງ ເອວະສຸກ” ນ້ອງຮ້ອງ-ນັກສະແດງຈາກປະເທດໄທ, ຜູ້ທີ່ເຄີຍເຂົ້າແຂ່ງຂັນໃນລາຍການ The Rapper 2 ເມື່ອ...

TROUBLE: ເພງ Debut ຂອງ 3 ໜຸ່ມ VOC – Sub-unit ຈາກ PROXIE

VOC Sub-Unit ຫຼ້າສຸດຈາກ PROXIE ປ່ອຍເພງ “TROUBLE” ເພງທີ່ເຕັມໄປດ້ວຍພະລັງ ແລະ ຄວາມໝັ້ນໃຈ ເພື່ອຍົກລະດັບ T-POP ສູ່ລະດັບສາກົນ.

ເປີດຕົວ “VOC” Sub-Unit ຫຼ້າສຸດຈາກ PROXIE ພ້ອມສັ່ນສະເທືອນວົງການ T-POP ກຽມລຸຍເສັ້ນທາງອິນເຕີ

Victor, Onglee ແລະ Chokun ຈາກ PROXIE ເປີດຕົວ Sub-Unit ໃໝ່ “VOC” ໄດ້ຮ່ວມງານກັບ THEBLACKLABEL...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.