“ຢູ່ທີມແມ່ ແລ້ວແມ່ຈະພານ້ອງໄປເປັນແຊ້ມເອງ” – ຕ໋ອດ ລີນ່າ

ແບ່ງປັນ

“ຢູ່ທີມແມ່ ແລ້ວແມ່ຈະພານ້ອງໄປເປັນແຊ້ມເອງ” – ຕ໋ອດ ລີນ່າ

05 February 2025 160

ແມ່ກໍຄືແມ່ ຕົວແມ່ຂອງວົງການມາແລ້ວ! ໂຄຊຕ໋ອດ ລີນ້າ Diva ແຫ່ງວົງການບັນເທິງລາວ ພ້ອມກັບປະສົບການຫຼາຍກວ່າ 10 ປີ ທັງເປັນນັກສະແດງ ນັກຮ້ອງ ນາງແບບ ພິທິກອນ ນັກພັດທະນາບຸກຄະລິກະພາບ ແລະ ນັກປັ້ນມືທອງ ພ້ອມແລ້ວທີ່ຈະປັ້ນໄອດໍ້ຄົນໃໝ່!

ໃຜທີ່ຢູ່ທີມແມ່ ຕ໋ອດ ຕ້ອງຮີບສະໝັກກັນແລ້ວກັບຊ່ອງທາງສະໝັກ

1. Oishi Teen Idol School Roadshow

ລົງຕາມຫາ ແລະ ຮັບສະໝັກນ້ອງໆຫລາຍກວ່າ 8 ໂຮງຮຽນທົ່ວນະຄອນຫຼວງວຽງຈັນ ສາມາດສະໝັກ ແລະ ຮ່ວມຄັດເລືອກທີ່ໂຮງຮຽນທີ່ເຂົ້າຮ່ວມໄດ້ ເລີ່ມອອກຕາມຫາໄອດໍ້ຈາກໂຮງຮຽນທຳອິດ 04 ກຸມພາ 2025 ນີ້.
2. Online Audition 

ການສະໝັກໄດ້ຜ່ານການສົ່ງວິດີໂອແນະນຳຕົວ ພ້ອມດ້ວຍຄວາມສາມາດພິເສດຂອງທ່ານ (ຄວາມຍາວບໍ່ເກີນ 2 ນາທີ) ມາທີ່ແຟນເພສ Oishi Drink Station ເລີ່ມຕັ້ງແຕ່ 04 ກຸມພາ 2025 ຫາ 15 ກຸມພາ 2025.

ປະກາດຜົນຜູ້ຜ່ານການຄັດເລືອກວັນທີ 16 ກຸມພາ 2025 ທີ່ເພຈ Oishi Drink Station
ກຽມຕົວໃຫ້ພ້ອມ ເພາະນີ້ຄືປີສຸດທ້າຍຂອງ OISHI TEEN IDOL!

ອ່ານຕື່ມ:  ຕາຕະລາງ School Roadshow ໃນ 6 ໂຮງຮຽນ ຂອງນະຄອນຫຼວງວຽງຈັນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.