ເຈິແບບນີ້ຈະຍອມໃຫ້ຫຼອກ ເພາະຜີໜ້າຮັກ ຊວນຟັງເພງໃໝ່ຈາກ Clozer “ຫຼອກ PEEK A BOO”

ແບ່ງປັນ

ເຈິແບບນີ້ຈະຍອມໃຫ້ຫຼອກ ເພາະຜີໜ້າຮັກ ຊວນຟັງເພງໃໝ່ຈາກ Clozer “ຫຼອກ PEEK A BOO”

03 November 2025 71

ເຖິງຈະຜ່ານວັນ Halloween ມາແລ້ວ, ແຕ່ມ່ວນກໍຢາກມາເກັບຕົກສິ່ງທີ່ເກີດຂຶ້ນ ພ້ອມມາເລົ່າໃຫ້ທຸກຄົນຟັງກັບຜົນງານເພງໃໝ່ຂອງ Clozer ທີ່ມີຊື່ວ່າ: “ຫຼອກ PEEK A BOO”.

ໃນຕອນທຳອິດທີ່ ມ່ວນ ໄດ້ຍິນຊື່ເພງນີ້ ກໍນຶກວ່າຕ້ອງເປັນເພງທີ່ຊວນ ຫຼອນ-ລະທຶກຂວັນ ກັນແນ່ນອນ ແຕ່ປະກົດວ່າ ບໍ່ເປັນຕາຢ້ານຢ່າງທີ່ຄິດ ແລະ ພວກເຮົານັ້ນໄດ້ຖືກເຊີໄພ້ (Surprise) ຈາກ Clozer ແລ້ວນັ້ນເອງ ເພາະເພງນີ້ມີຄວາມໜ້າຮັກແບບສຸດໆ.

ເພງນີ້ມີຈັງຫວະທີ່ຟັງງ່າຍ ແລະ ພາສາທີ່ໃຊ້ກໍບໍ່ຊັບຊ້ອນ, ເຮັດໃຫ້ຄົນຟັງສາມາດຮ້ອງ ແລະ ເຕັ້ນຕາມໄດ້, ໃຜທີ່ກຳລັງຖືກໜຸ່ມໆ Clozer ແລະ ຜີສຸດໜ້າຮັກໃນ MV ເຮັດໃຫ້ໃຈເຕັ້ນ ແລະ ຕົກຂຸມຮັກໂດຍບໍ່ຮູ້ໂຕ.

ອ່ານຕື່ມ:  "ສາທຸ" ໂດຍ Hopee Tii ແຣັບເປີ ລາວ-ອາເມຣິກາ ບໍ່ພຽງແຕ່ປຸກໃຈ ແຕ່ໃຫ້ "ພອນ" ທຸກທ່ອນ

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.