|
Getting your Trinity Audio player ready...
|
ມ່ວນ ນຳເອົາພາບບັນຍາກາດກິດຈະກຳດີໆທີ່ໄວໜຸ່ມໃນນະຄອນຫຼວງວຽງຈັນ ຮ່ວມໂຕກັນເຮັດສິ່ງດີໆໃຫ້ແກ່ສັງຄົມ ໂດຍການເລາະເກັບຂີ້ເຫຍື້ອຢູ່ທີ່ແຄມຂອງ ເຊິ່ງໂຄງການນີ້ຈັດຂຶ້ນໂດຍ “ອົງກອນອິດສະຫຼະ Go2Green” ຮ່ວມມືກັບ “ໂຮງແຮມ Eastin Hotel Vientiane” ສ້າງຊຸມຊົນນີ້ຂຶ້ນເພື່ອປູກຝັງຈິດສຳນຶກໃນການອະນຸລັກຮັກສາສິ່ງແວດລ້ອມໃຫ້ແກ່ໄວໜຸ່ມລາວ.
ກິດຈະກຳນີ້ໄດ້ຈັດຂຶ້ນເປັນຄັ້ງທີ 2 ແລ້ວ, ໂດຍທາງໂຮງແຮມ Eastin Hotel Vientiane ມີຈຸດປະສົງຢາກສ້າງແນວຄວາມຄິດ “ການຮັກສາສິ່ງແວດລ້ອມທີ່ເລີ່ມຈາກພື້ນທີ່ນ້ອຍໆອ້ອມຂ້າງ” ແລະ ໃນອະນາຄົດກໍຢາກຂະຫຍາຍພື້ນທີ່ກິດຈະກຳອອກໄປໃນເຂດອື່ນໆຂອງຕົວເມືອງ ນະຄອນຫຼວງວຽງຈັນ ອີກດ້ວຍ.

Go2Green ແລະ Eastin Hotel Vientiane ໄດ້ດຳເນີນງານດ້ວຍທຶນສ່ວນຕົວໃນການຊຸກດັນກິດຈະກຳດ້ານສິ່ງແວດລ້ອມ ພ້ອມທັງໄດ້ຈັດກຽມອຸປະກອນຕ່າງໆເຊັ່ນ: ເສື້ອສຳລັບຜູ້ເຂົ້າຮ່ວມ, ຖົງຂີ້ເຫຍື້ອ, ຖົງມື ແລະ ອຸປະກອນທີ່ໃຊ້ໃນກິດຈະກຳທັງໝົດ.
Eastin Hotel Vientiane ວາງແຜນຈະສືບຕໍ່ກິດຈະກໍານີ້ຕໍ່ໄປ ເພື່ອສ້າງສັງຄົມທີ່ສະອາດ, ສົດໃສ ແລະ ຍືນຍົງ. ກິດຈະກຳນີ້, ຖືວ່ານີ້ເປັນຈຸດເລີ່ມຕົ້ນທຳອິດໃນການສ້າງແຮງບັນດານໃຈໃຫ້ຄົນຮຸ່ນໃໝ່ ລວມເຖິງແຂກທີ່ເຂົ້າມາພັກ ແລະ ນັກທ່ອງທ່ຽວ ໄດ້ມີສ່ວນຮ່ວມຮັກສາໂລກຂອງເຮົາໄປດ້ວຍກັນ.
