Muan Scoop

ບົດຄວາມກ່ຽວກັບວົງການບັນເທີງ, ຜູ້ຄົນ, ສັງຄົມຄົນເຮັດວຽກສາຍບັນເທີງ ແລະ ຄຣີເອທີບ.

12 ບົດຄວາມ

ເພງຮິດຂ້າມເວລາທີ່ບໍ່ເຄີຍເກົ່າ

ຍ້ອນກັບໄປເກືອບ 20 ປີກ່ອນ, ເຊື່ອເລີຍວ່າໜຶ່ງໃນເພງທີ່ຢູ່ໃນຄວາມຊົງຈຳຂອງຜູ້ຄົນ ບໍ່ວ່າຈະເປັນຄູູ່ຮັກທີ່ໃຊ້ເພງນີ້ໃນວັນພິເສດ ຫຼື ຄົນທີ່ເຄີຍມີຊ່ວງເວລາດີໆໃນຍຸກນັ້ນຄົງໜີບໍ່ພົ້ນເພງ “ຫວານ” ຂອງວົງ CELLS ແນ່ນອນ ເຊິ່ງເປັນຕຳນານບົດເພງທີ່ສ້າງປະກົດການໃນວົງການເພງລາວມາແລ້ວ. ເຖິງແມ່ນວ່າການເວລາຈະຜ່ານມາເປັນສິບໆປີ, ເພງນີ້ກໍຍັງໄດ້ຮັບຄວາມນິຍົມ ແລະ ຖືກນຳມາຫຼິ້ນໃນງານຕ່າງໆຢ່າງຕໍ່ເນື່ອງ. ນີ້ອາດເປັນຍ້ອນຫຼາຍປັດໄຈທີ່ເຮັດໃຫ້ເພງນີ້ຍັງຄົງສົດໃໝ່ ແລະ ຢູ່ໃນໃຈຂອງຜູ້ຟັງຢ່າງເຮົາຢູ່ສະເໝີ ດ້ວຍເນື້ອເພງທີ່ຟັງງ່າຍເຂົ້າເຖິງກຸ່ມຜູ້ຟັງທຸກຍຸກເປັນອາລົມພື້ນຖານທີ່ຄົນທຸກຍຸກທຸກສະໄໝສາມາດເຂົ້າໃຈໄດ້ ແລະ ທຳນອງທີ່ເໝາະກັບບັນຍາກາດ. ເຖິງແມ່ນວ່າເພງຈະປ່ອຍອອກມາດົນແລ້ວ...

ພາຮູ້ຈັກ ‘ເກັ່ງ ຫະຣິດ’ ໜຸ່ມໄທຜູ້ແຈ້ງເກີດຈາກຮູບເງົາສຸດເດືອດ ວິມານໜາມ

ເກັ່ງ – ຫະຣິດ ບົວຍ້ອຍ ນາຍແບບ-ນັກສະແດງໜຸ່ມໜ້າໃໝ່ຂອງໄທ ທີ່ໜ້າຈັບຕາ ແຈ້ງເກີດຈາກຜົນງານຮູບເງົາຈາກຄ້າຍ GDH ເລື່ອງ ວິມານໜາມ ກັບບົດບາດສຸດເຂັ້ມຂຸ້ນໃນບົດຂອງ ຈິ່ງນະ ຈົນກາຍມາເປັນທີ່ເວົ້າເຖິງໃນໂລກອອນລາຍ. ນັກສະແດງຄົນນີ້ແມ່ນໃຜ, Muan ຈະພາທຸກຄົນໄປຮູ້ຈັກພ້ອມກັນ. ເກັ່ງ ຈົບການສຶກສາສາຂາວິຊາການສຶກສາ ຂະແໜງວິຊາພາສາໄທ ຈາກວິທະຍາໄລການສຶກສາ ມະຫາວິທະຍາໄລພະເຍົາ. ລາວເລີ່ມເປັນທີ່ຮູ້ຈັກຈາກຄລິບທີ່ເປັນກະແສໃນຂະນະທີ່ກຳລັງເຮັດໜ້າທີ່ເປັນຄູຝຶກສອນ ຈົນເຮັດໃຫ້ມີຜູ້ຕິດຕາມເປັນຈຳນວນຫຼາຍ....

ຈາກຊີວິດທີ່ຍາກລຳບາກ ສູ່ການສະແດງປິດ OLYMPICS VANNDA ແຣັບເປີ້ສຸດເທ້ຈາກກຳປູເຈຍ

ການແຂ່ງຂັນໂອລິມປິກ 2024 ທີ່ ປາຣີສ ຖືວ່າໄດ້ປິດຕົວລົງຢ່າງຍິ່ງໃຫຍ່ ແລະ ສວຍງາມ, ໃນພິທີປິດຍັງມີການສະແດງສິລະປະວັດທະນາທຳ ແລະ ປະຫວັດສາດຂອງປະເທດຝຣັ່ງອີກດ້ວຍ. ນອກຈາກນັ້ນ ກໍຍັງມີລາຍການການສະແດງດົນຕີ ທີ່ ໄດ້ລວບລວມເອົາສິລະປິນຈາກທົ່ວທຸກມຸມໂລກ ໃຫ້ໄດ້ມີສ່ວນຮ່ວມຂຶ້ນມາສະແດງໃນພິທີປິດງານໂອລິມປິກ 2024 ນີ້ ເຊິ່ງຖືວ່າມີເລື່ອງລາວໜ້າຍິນດີ ແລະ ໄດ້ເປັນທີ່ຍອມຮັບຈາກຜູ້ຄົນທົ່ວໂລກ ເພາະໄດ້ມີສິລະປິນນັກຮ້ອງຈາກກຳປູເຈຍ ປະເທດເພື່ອນບ້ານຂອງເຮົາທີ່ໄດ້ຖືກເຊີນຂຶ້ນຮ້ອງເພງໃນພິທີປິດງານນີ້ອີກດ້ວຍ. VannDa...

ກວ່າຈະມາເປັນ Hannah 4EVE ເສັ້ນທາງຊີວິດໃນວົງການບັນເທີງລາວ ກ່ອນຈະກ້າວສູ່ສິລະປິນ T-POP

ແຮ່ນນ້າ ໂລເຊັ່ນບູ້ມ (Hannah Rosenbloom) ໜຶ່ງໃນສະມາຊິກຂອງວົງ 4EVE ຂອງໄທ ແຕ່ກ່ອນທີ່ຈະມາຮອດຈຸດນີ້, ສາວນ້ອຍຄົນນີ້ກ້າວຂາເຂົ້າສູ່ເສັ້ນທາງບັນເທີງໃນລາວໃນຖານະນາງແບບ, ນັກເຕັ້ນ, ນັກຮ້ອງ ແລະ ນັກສະແດງ ເວົ້າໄດ້ວ່າເຮັດມາເກືອບທຸກຢ່າງ. ມື້ນີ້ muan.la ຈະພາໄປຮູ້ຈັກກັບເສັ້ນທາງຊີວິດຂອງ ແຮ່ນນ້າ ໃນແວດວົງວຽກງານບັນເທີງ ກ່ອນຈະມາເປັນສິລະປິນວົງເກີກຣຸບລະດັບແຖວໜ້າຂອງໄທ. ແຮ່ນນ້າ ໂລເຊັ່ມບູ້ມ ເກີດເມື່ອປີ...

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.