ໜ້າຫຼັກ Muan.la - ສາລະບັນເທີງ Muan Listen - ມ່ວນຊວນຟັງ ຟັງເພງ “ແອບມັກຄົນມີແຟນ” ສິລະປິນລາວຈາກແດນໃຕ້ Bao Seang ft. Ple B.D.A & Icesky
Muan Listen - ມ່ວນຊວນຟັງ

ຟັງເພງ “ແອບມັກຄົນມີແຟນ” ສິລະປິນລາວຈາກແດນໃຕ້ Bao Seang ft. Ple B.D.A & Icesky

ແບ່ງປັນ
Getting your Trinity Audio player ready...

“ແອບມັກຄົນມີແຟນເຮັດແນວໃດຈະໄດ້ສວມແຫວນ ເພາະວ່າເຈົ້າມີຄົນຄວງແຂນຢູ່ແລ້ວ”

ເຈົ້າເຄີຍແອບມັກຄົນມີແຟນບໍ? ຖ້າໃຫ້ຮັກກໍບໍ່ແມ່ນແນວເປັນແບບນີ້ກໍເສົ້າແຫຼະນໍແບບນີ້. ມື້ນີ້ມ່ວນເລີຍມາຊວນທຸກຄົນມາລອງຟັງເພງຂອງສິລະປິນຈາກແດນໃຕ້ຄົນນີ້ກັນກັບເພງ “ແອບມັກຄົນມີແຟນ” ຈາກ Bao Seang ft. Ple B.D.A & ICESKY ທີ່ມີຈັງຫວະຟັງສະບາຍໆ ແລະ ແຕ່ເນື້ອຫາກໍເຈັບຢູ່ຄືກັນ.

ເນື້ອຫາໃນເອັມວີກໍເຂົ້າໃຈງ່າຍບໍ່ມີຫຍັງຊັບຊ້ອນ, ເວົ້າເຖິງຄວາມສຳພັນທີ່ແອບມັກຍິງຄົນໜຶ່ງແຕ່ລາວມີແຟນຢູ່ແລ້ວໄດ້ແຕ່ແອບເບິ່ງຈິນຕະນາການວ່າຈະໄດ້ແຕ່ງງານກັນ. ໃຜທີ່ມັກຟັງເພງທີ່ຍ່ອຍງ່າຍ ແລະ ເອັມວີທີ່ບໍ່ມີຫຍັງຊັບຊ້ອນຕ້ອງໄດ້ລອງຟັງເພງນີ້ເດີ.

ໂດຍ: ທີມບັນນາທິການ Muan

ອ່ານຕື່ມ:  ເຄີຍແອັບຮັກໃຜແລ້ວບໍ່ກ້າບອກບໍ? ຊວນຫວນກັບໄປຟັງເພງຈາກປີ 2018 "ຮັກແຕ່ບໍ່ກ້າບອກ" ເວີຊັ່ນ Yes Bands
ຂຽນໂດຍ
Khainapha Chanthathilath - Content Creator

ເປັນຜູ້ສ້າງຄອນເທັ້ນທີ່ມັກການທ່ອງທ່ຽວ ແລະ ເລື່ອງລາວທີ່ໜ້າສົນໃຈຂອງວັດທະນຳທຳທ້ອງຖິ່ນ, ທຳມະຊາດ, ຄວາມງົດງາມທີ່ແສນທຳມະດາໃນຊີວິດປະຈຳວັນ, ມັກດື່ມກາແຟດຳ, ມັກເລົ່າເລື່ອງລາວຜ່ານໂຕໜັງສື, ຮູບຖ່າຍ ແລະ ວິດີໂອສັ້ນ.

ບົດຄວາມທີ່ກ່ຽວຂ້ອງ

ອະໄວຍະວະທີ 33 ບົດເພງແທນໃຈຄົນທີ່ຕັດບໍ່ຂາດ ເພາະຂາດເຂົາກໍເໝືອນຂາດໃຈ ໂດຍ MP-HIT ft 3Baby

ເມື່ອຄົນຮັກປຽບເໝືອນ "ອະໄວຍະວະທີ 33" ທີ່ສຳຄັນຕໍ່ຮ່າງກາຍ. ສຳຜັດຄວາມເສົ້າຜ່ານບົດເພງຈາກ MP-HIT ft 3Baby ທີ່ກົງກັບຊີວິດຈິງຂອງໃຜຫຼາຍຄົນ ທີ່ບໍ່ສາມາດຕັດເຂົາອອກຈາກຊີວິດໄດ້ ເຖິງວ່າຈະເຈັບປວດພຽງໃດ.

ຖ້າຮູ້ສຶກຢ່າລີລາຫຼາຍດຽວເຂົາບໍ່ຖ້າ ເພງຂອງຄົນຂີ້ອາຍ Oh why ບໍ່ຕ້ອງລີລາ ຈາກ Imel

Oh why (ບໍ່ຕ້ອງລີລາ) ແມ່ນເພງທີ່ສອງຂອງ Imel ແລະ ຍັງເປັນເພງທີ່ມີເລື່ອງລາວທີ່ເຊື່ອມໂຍງມາຈາກເພງ Trust issues (ຄອຍຖາມ) ທີ່ເປັນເພງທຳອິດຂອງລາວ. ເພື່ອບອກຄວາມຮູ້ສຶກເຖິງຄົນໆໜຶ່ງທີ່ເຮົາເອງເບິ່ງອອກວ່າກຳລັງມີຄວາມຮູ້ສຶກໃຫ້ກັນ.

ໂອບກອດໂຕເອງໃຫ້ຫຼາຍຂຶ້ນໃນມື້ທີ່ອ່ອນແອຜ່ານບົດເພງ “1998”-Tanu Vannasin ft. Vanins

ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ....

Miracle Music ຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່ ຕະຫຼອດປີ

ວົງການ L-POP ຟົດຟື້ນແນ່ນອນ ເພາະ Miracle Music ກຽມຈັດໜັກປີ 2026: ປະກາດແຜນໃຫຍ່ ຜົນງານໃໝ່-ສິລະປິນໃໝ່-ຄອນເສີດໃຫຍ່!

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.