ເອົາໃຈສາຍເຕັ້ນໃນເພງ “ເຕັ້ນກັບເຈົ້າ” ທີ່ມີກິ່ນອາຍດົນຕີແນວຮິບຮັອບ – ລາຕິນ

ແບ່ງປັນ

ເອົາໃຈສາຍເຕັ້ນໃນເພງ “ເຕັ້ນກັບເຈົ້າ” ທີ່ມີກິ່ນອາຍດົນຕີແນວຮິບຮັອບ – ລາຕິນ

06 April 2026 11

Highlights

  • ການຮວມໂຕຂອງ 3 ສິລະປິນ-ແຣັບເປີ LIL SMOKE x BSP TROPI ft BUNLUNG ໃນຜົນງານເພງ BAILA CONTIGO (ເຕັ້ນກັບເຈົ້າ).
  • ເປັນເພງສະໄຕລ໌ Reggaeton ຫຼື Latin Pop ທີ່ເນັ້ນຈັງຫວະບີດ (Beat) ໜັກແໜ້ນທີ່ປະສົມປະສານກັບການແຣັບ ແລະ ທ່ອນຮ້ອງຢ່າງລົງຕົວ ເໝາະສຳລັບສາຍທີ່ມັກເຕັ້ນຕາມຈັງຫວະດົນຕີ.
  • ເນື້ອຫາສື່ເຖິງການຊວນກັນອອກໄປປົດປ່ອຍຄວາມຮູ້ສຶກ ແລະ ເພີດເພີນກັບຄວາມສຸກເທິງ Floor ເຕັ້ນ, ສ້າງບັນຍາກາດຄຶກຄັກໃຫ້ກັບງານປາຕີ້.


ມ່ວນຊວນຟັງ ມີເພງໃໝ່ມາແຊຣ໌ໃຫ້ທຸກຄົນຟັງກັບເພງ BAILA CONTIGO (ເຕັ້ນກັບເຈົ້າ) ແລະ ນີ້ຍັງເປັນການຮວມໂຕຂອງສິລະປິນ-ແຣັບເປີຄື LIL SMOKE x BSP TROPI ft BUNLUNG ເຊິ່ງພວກເຂົາໄດ້ປ່ອຍເພງທີ່ເໝາະກັບການໃຊ້ໄວ້ເປີດເຕັ້ນໃນຊ່ວງເທດສະການປີໃໝ່ລາວເຮົານີ້ເລີຍ.

ໃຜທີ່ມັກເພງແນວ Club Music ຫຼື Dance Music (ເພງສຳລັບການເຕັ້ນໃນຄລັບ) ຕ້ອງລອງຟັງ ເພາະເນື້ອຫາຂອງເພງ ແລະ MV ໄດ້ບັນຍາຍເຖິງການເຊີນຊວນກັນອອກໄປເຕັ້ນຢູ່ເທິງເວທີ (floor) ແລະ ຊວນດື່ມດໍ່າກັບຄວາມສຸກໄປກັບຈັງຫວະດົນຕີທີ່ເຮັດໃຫ້ເພີດເພີນແບບເຕັມທີ່.

ຊື່ເພງ BAILA CONTIGO ໃນພາສາສະເປນທີ່ແປວ່າ “ເຕັ້ນກັບເຈົ້າ” ເຊິ່ງສື່ເຖິງສະໄຕລ໌ດົນຕີປະເພດ Reggaeton ຫຼື Latin Pop ທີ່ເນັ້ນຈັງຫວະບີດ (Beat) ທີ່ໜັກແໜ້ນ ທີ່ປະສົມກັບແນວ Hip-Hop (ຮິບຮັອບ) ແລະ ກະຕຸ້ນໃຫ້ເກີດການໂຍກຍ້າຍເຄື່ອນໄຫວ.

ອ່ານຕື່ມ:  DEKSAVAN ປ່ອຍເພງຮັກສຸດຫວານ "PILL ແມ່ນເຈົ້າ" ພ້ອມເທຄວາມສົດໃສໃຫ້ຄົນຟັງ

ໃນເພງມີການໃຊ້ທ່ອນແຣັບສະຫຼັບກັບທ່ອນຮ້ອງທີ່ມີຈັງຫວະມ່ວນໆເຮັດໃຫ້ອາລົມຂອງເພງມີຄວາມເທ່. ຄຳຮ້ອງສ່ວນໃຫຍ່ກໍເນັ້ນການສ້າງອາລົມທີ່ຄຶກຄັກ ແລະ ການປົດປ່ອຍຄວາມຮູ້ສຶກຜ່ານການເຄື່ອນໄຫວຂອງຮ່າງກາຍ ແລະ ການເຕັ້ນໃນງານປາຕີ້.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.