Highlights
- ເປັນການຮ່ວມຮ້ອງເພງທີ່ມີເອກະລັກຂອງ TEMPLE-BOY ແລະ ການແຣັບຈາກ KINWAY ສິລະປິນຊາວໄທ ທີ່ເຮັດໃຫ້ເພງນີ້ມີສະເໜ່ ແລະ ຟັງໄດ້ແບບບໍ່ຮູ້ສຶກເບື່ອ.
- ເຖິງວ່າຈະເປັນເພງອົກຫັກທີ່ເວົ້າເຖິງຄວາມຮ້ອນທໍລະມານໃນໃຈຈາກການຖືກຖິ້ມ ແຕ່ເພງນີ້ກໍມີເມໂລດີ້ທີ່ຟັງສະບາຍ ເໝາະກັບບັນຍາກາດອາກາດຮ້ອນໆໃນຊ່ວງນີ້.
- ເນື້ອຫາເພງສະທ້ອນເຖິງຄວາມເຈັບປວດທາງຈິດໃຈ ແລະ ການພະຍາຍາມທຸກວິທີທາງເພື່ອບັນເທົາຄວາມເສົ້າ ແລະ ລົບລ້າງຄວາມຊົງຈຳທີ່ຍັງຄົງຕາມຫຼອກຫຼອນ.
ມ່ວນຊວນຟັງ ມີເພງມາແຊຣ໌ໃຫ້ທຸກຄົນໄດ້ຟັງກັນອີກແລ້ວ, ເພງ ອາກາດມັນຮ້ອນ ໂດຍ TEMPLE-BOY ft KINWAY ກໍຍັງເໝາະກັບອາກາດຊ່ວງນີ້ແບບສຸດໆ ເຖິງເພງນີ້ຈະເປັນເພງອົກຫັກແຕ່ທຳນອງ ແລະ ເມໂລດີ້ກໍຟັງງ່າຍ.
ເດືອນ ກໍລະກົດ 2025, TEMPLE-BOY ຍັງໄດ້ເປັນໜຶ່ງໃນສິລະປິນລາວທີ່ເດີນທາງໄປສະແດງຢູ່ເວທີ Sabaidee Fest ທີ່ເປັນເທດສະການດົນຕີ-ວັດທະນະທຳ ຂອງຊາວອາຊີຕາເວັນອອກສ່ຽງໃຕ້ ຢູ່ສະຫະລັດອາເມລິກາ.
ມ່ວນຊວນຟັງ ຂໍກັບເຂົ້າມາໃນສວ່ນຂອງເພງ ອາກາດມັນຮ້ອນ ຂອງ TEMPLE-BOY ກ່ອນເດີ ເຊິ່ງໃນເພງນີ້ເຖິງວ່າຈະເປັນເພງເສົ້າ ແຕ່ເນື້ອຮ້ອງ ແລະ ໂທນສຽງທີ່ມີເອກະລັກຂອງລາວກໍເຮັດໃຫ້ຟັງໄດ້ແບບບໍ່ເບື່ອເລີຍ, ປະກອບກັບໄດ້ KINWAY ແຣັບເບີຊາວໄທມາຮ່ວມຮ້ອງ ຍິ່ງເພີ່ມຄວາມກົມກ່ອມລົງໃນເພງເປັນຢ່າງດີ.
ເພງນີ້ແມ່ນໄດ້ເລົ່າເຖິງຄວາມຮູ້ສຶກເສົ້າຈາກການຖືກຖິ້ມ ທ່າມກາງບັນຍາກາດທີ່ເຮັດໃຫ້ມີຄວາມຮ້ອນທີ່ອາດຈະໝາຍເຖິງອາກາດ ຫຼື ຄວາມຮ້ອນໃນໃຈກໍໄດ້.
ເນື້ອຫາຂອງເພງຍັງໄດ້ເນັ້ນຢ້ຳເຖິງຄວາມເຈັບປວດທາງຈິດໃຈ ແລະ ກໍພະຍາຍາມທຸກວິທີທາງໃນການຊ່ວຍໃຫ້ບັນເທົາຄວາມປວດຊ້ຳນີ້ຫຼຸດລົງ ແລະ ຢາກລົບພາບຈຳໃນອະດີດທີ່ຍັງຄົງຕາມຫຼອກຫຼອນເຖິງວ່າເວລາຈະຜ່ານໄປດົນປານໃດກໍຕາມ.