ສາວອາຫຼັບເຂົາບໍ່ອວດແບຣນເນມກັນ ແຕ່ເຂົາຟາດກັນດ້ວຍວິທີນີ້

ແບ່ງປັນ

ສາວອາຫຼັບເຂົາບໍ່ອວດແບຣນເນມກັນ ແຕ່ເຂົາຟາດກັນດ້ວຍວິທີນີ້

ໂດຍ: Tonmai Phoutthasack Tonmai Phoutthasack
24 March 2026 7

ຮູ້ຫຼືບໍ່ວ່າ? ເວລາທີ່ສາວອາຫຼັບອອກງານ ສິ່ງທີ່ເຂົາເຈົ້າໃຊ້ “ຟາດ” ກັນໃຫ້ຮູ້ແພ້ຮູ້ຊະນະ ບໍ່ແມ່ນແຕ່ເຄື່ອງແບຣນເນມ, ເສື້ອຜ້າ, ໜ້າຜົມ ຫຼື ລົດຫຼູ ເພາະຂອງເຫຼົ່ານັ້ນໃຜໆກໍມີໄດ້. ແຕ່ສິ່ງທີ່ຍົກລະດັບໃຫ້ເໜືອກວ່າ ແລະ ເບິ່ງແພງແບບມີລະດັບກໍຄື “ກິ່ນ”.

ໃນສັງຄົມອາຫຼັບ, ກິ່ນຫອມຄືການສະແດງເຖິງ ລົດສະນິຍົມຊັ້ນສູງ, ຊາດຕະກຸນ, ຄວາມພິຖີພິຖັນ ແລະ ຄວາມຮັ່ງມີທີ່ປະເມີນຄ່າບໍ່ໄດ້ (Cultural & Ultimate Status).

ສະນັ້ນ ຖ້າຈະໄປງານສັງຄົມ ພິທີສຳຄັນ ຫຼື ງານແຕ່ງງານ ສາວໆເຫຼົ່ານີ້ເຂົາຟາດກັນຕັ້ງແຕ່ຍ່າງເຂົ້າງານ ໂດຍວັດກັນບ່ອນທີ່ວ່າ ໃຜທີ່ຍ່າງກາຍແລ້ວ ມີກິ່ນຫອມຕົກຄ້າງໃນອາກາດໄດ້ດົນທີ່ສຸດ ຄົນນັ້ນຄືຜູ້ຊະນະ ເພາະໃນວັດທະນະທຳອາຫຼັບ, ການຍ່າງຜ່ານແລ້ວຖິ້ມຄວາມຫອມທີ່ຟຸ້ງກະຈາຍເອົາໄວ້ ຄືການປະກາດບາລະມີ ແລະ ລາສີຂອງບຸກຄົນນັ້ນ, ຍິ່ງກິ່ນມີຄວາມຊັບຊ້ອນ, ນຸ່ມເລິກ ແລະ ຕິດທົນດົນປານໃດ ຍິ່ງບົ່ງບອກເຖິງຄຸນນະພາບຂອງເຄື່ອງຫອມລາຄາມະຫາສານ ທີ່ພວກນາງໃຊ້ປະທິນຜິວ ແລະ ອົບຊຸດອາບາຍະ (Abaya).

ດັ່ງນັ້ນ, ນ້ຳຫອມແບຣນທົ່ວໄປທີ່ໃຜໆກໍຊື້ໄດ້ ຈຶ່ງເບິ່ງທຳມະດາເກີນໄປ, ສາວອາຫຼັບຈຶ່ງມີວິທີ “ປະໂຄມ” ຄວາມຫອມໃຫ້ເຖິງໃຈ ເພື່ອປະກາດສັກດາ ຫຼື ໄວ້ມັດໃຈຊາຍໜຸ່ມ ດ້ວຍ ສິລະປະການເລເຍີກິ່ນ (The Art of Layering) ເພື່ອເພີ່ມມິຕິ ແລະ ຄວາມຕິດທົນ ໂດຍເລີ່ມຕັ້ງແຕ່ການອາບນ້ຳ ທາງໂລຊັ້ນຫອມຕ່າງໆ ສິດນ້ຳຫອມ ແຕ່ເທົ່ານັ້ນຍັງບໍ່ພໍຍັງມີເຄັດລັບຕໍ່ໄປນີ້ທີ່ເອົາໄປໃຊ້ກັນໄດ້ກໍຄື

ອ່ານຕື່ມ:  ມາເຊັກ Personal Color ກັບເຄັດລັບເລືອກໂທນສີຊຸດໃຫ້ເຂົ້າກັບສີຜິວທີ່ໃສ່ແລ້ວປັງ!

ເລີ່ມຈາກການທານ້ຳມັນຫອມລະເຫີຍເຂັ້ມຂຸ້ນຕາມຈຸດລັບຂອງຮ່າງກາຍບໍ່ວ່າຈະເປັນ ຊອກຄໍ ຫຼື ຂໍ່ມື ເພື່ອໃຫ້ອອຍຊຶມເຂົ້າຜິວ ແລະ ຕິດທົນກວ່າແບບສະເປ, ຕໍ່ມາກັບການອົບຮ່ຳດ້ວຍຄວັນຫອມໂດຍການນຳ “ບາຄູ” (ໄມ້ຫອມແຊ່ນ້ຳມັນຫອມລະເຫີຍ) ມາຈຸດເທິງເຕົາຖ່ານ ໃຫ້ຄວັນຫອມອົບຕາມເສື້ອຜ້າ ແລະ ເສັ້ນຜົມ ເພື່ອໃຫ້ກິ່ນແຊກຊຶມເຂົ້າທຸກເສັ້ນໄຍ ຕິດທົນຂ້າມວັນ, ແລ້ວກໍການສີດສະເປນ້ຳຫອມປິດທ້າຍແບບ Eau de Parfum ທັບລົງໄປ ເຮັດໃຫ້ເກີດເປັນ “Signature Scent” ຫຼື ກິ່ນສະເພາະຕົວທີ່ບໍ່ມີໃຜຮຽນແບບໄດ້.

ຍິ່ງໄປກວ່ານັ້ນ, ຖ້າຢາກເປັນສາວອາຫຼັບຊັ້ນສູງທີ່ເໜືອຊັ້ນຂຶ້ນໄປອີກ, ການມີເງິນຊື້ກະເປົາແບຣນເນມໃຜກໍເຮັດໄດ້, ແຕ່ການມີ “ກິ່ນປະຈຳຕະກຸນ” ຫຼື ກິ່ນທີ່ສັ່ງປຸງພິເສດຈາກ Master Perfumer ເພື່ອເຈົ້າໂດຍສະເພາະ ໂດຍໃຊ້ສ່ວນປະສົມທີ່ຫາຍາກທີ່ສຸດໃນໂລກ ນັ້ນແຫຼະຄືການສະແດງເຖິງ ສິດທິພິເສດ (Privilege) ແລະ ຊາດຕະກຸນທີ່ແທ້ຈິງ.

ຖ້າ “ແບຣນເນມ” ມີໄວ້ເພື່ອປະກາດຄວາມມັ່ງຄັ່ງທາງເສດຖະກິດ ແລະ ກຳລັງຊື້, ສະນັ້ນ”ກິ່ນຫອມ” ກໍຄືສິ່ງທີ່ໃຊ້ເພື່ອສະແດງລົດສະນິຍົມ ຊາດຕະກູນ ແລະ ຄວາມລະອຽດທີ່ປະເມີນຄ່າບໍ່ໄດ້, ເປັນສິ່ງໃຊ້ເພື່ອປະກາດສັກດາວ່າພວກນາງມີລົດສະນິຍົມ, ມີເທສ (Taste) ແລະ ໃສ່ໃຈລາຍລະອຽດ. ມັນຄືການຟາດກັນແບບຜູ້ດີ ທີ່ບໍ່ຕ້ອງເວົ້າ ຫຼື ສະແດງອອກທາງກາຍ ແຕ່ໃຊ້ “ສະເໜ່ຈາກກິ່ນ” ທີ່ມີລະດັບມາຂົ່ມຂວັນກັນຢ່າງສະຫງ່າງາມ.

ກ່ຽວກັບພວກເຮົາ - About Muan

ມ່ວນ - Muan.Space ຫຼື Muan.la ພື້ນທີ່ຈຸດປະກາຍແຮງບັນດານໃຈ ແລະ ສົ່ງຜົນກະທົບທີ່ດີ ໃຫ້ກັບສັງຄົມຜ່ານເລື່ອງລາວ ເນື້ອຫາສາລະ ບັນເທີງທີ່ສ້າງສັນ. ກໍ່ຕັ້ງຂຶ້ນໃນປີ 2016 ພາຍໃຕ້ບໍລິສັດການຕະຫຼາດ BIZGITAL ຈຳກັດ. 🔴👑☕🦖💼🧭 ມ່ວນ - Muan.Space ຫຼື Muan.la is the Premier Destination for Creative & Entertainment Content in Laos. A business unit of a Digital Marketing Technology, BIZGITAL Company Limited since 2016.