ໃຜຍັງບໍ່ເບິ່ງຟ້າວເລີຍ! ສ່ອງຜົນງານລະຄອນໄທ ກິ່ນມາລີ ທີ່ມີສາວລາວ ແອນນາ ແລະ ນູ່ນີ່ ຮ່ວມສະແດງ

ມ່ວນຊວນເບິ່ງ, ນຳລະຄອນເລື່ອງ ກິ່ນມາລີ (กลี่นมาลี) ມາແບ່ງປັນໃຫ້ທຸກຄົນຮູ້ຈັກ ແລະ ຈະພາໄປຮຽນຮູ້ກັບສາດການປຸງຂອງເຄື່ອງຫອມທີ່ມີສະເໜ່ ແລະ ໜ້າສົນໃຈ ດ້ວຍການຖ່າຍທອດສິລະປະການເຮັດນ້ຳອົບ-ນ້ຳປຸງ (ນ້ຳຫອມ) ຫຼື ເຄື່ອງຫອມໄທໃນສະໄໝກ່ອນຜ່ານເນື້ອຫາພາຍໃນເລື່ອງ.
ພວກເຮົາຈະບໍ່ໄດ້ສຳຜັດພຽງແຕ່ຄວາມເພີດເພີນມ່ວນຊື່ນໃນຕອນເບິ່ງລະຄອນນີ້ເທົ່ານັ້ນ ແຕ່ເຮົາຍັງຈະໄດ້ເຫັນເລື່ອງລາວປະຫວັດສາດດ້ານການເຮັດເຄື່ອງຫອມ.
ທີ່ດີໄປກວ່ານັ້ນກໍຄື ເລື່ອງນີ້ຍັງມີນັກສະແດງສາວລາວອີກສອງຄົນຄົນຄື “ແອນນາ ວັນນະພາ (Anna Vannapha) ແລະ ນູ່ນີ່ ກຸມພົນພັກດີ (Noony Koumphonphakdee)” ທີ່ໄດ້ຮ່ວມສະແດງ ພ້ອມຮັບບົດບາດເປັນທາດໃນເຮືອນແມ່ພະເອກອີກດ້ວຍ.

ພາບ: Anna Vannapha
ກິ່ນມາລີ ແມ່ນລະຄອນໄທແນວພີຣຽດ (Period) ຍ້ອນຍຸກທີ່ຢູ່ໃນເປັນສະໄໝທີ່ບ້ານເມືອງກຳລັງກ້າວເຂົ້າສູ່ຄວາມທັນສະໄໝ ແລະ ການປ່ຽນແປງທາງວັດທະນະທຳໃນເລື່ອງຈະມີກິ່ນອາຍທີ່ມີຄວາມໂຣແມນຕິກປະສົມດຣາມ່າ.
ເຊິ່ງນາງເອກຂອງເລື່ອງນີ້ກໍແມ່ນ ມາລີ ຍິງສາວທີ່ມີພອນສະຫວັນ ແລະ ສະຫຼາດ ພ້ອມທັງມີຄວາມຮູ້ໃນດ້ານການປຸງເຄື່ອງຫອມ ແລະ ການປຸງຢາ. ມາລີ ຕ້ອງປະເຊີນກັບຈຸດປ່ຽນໃນຊີວິດທີ່ເຮັດໃຫ້ລາວຕ້ອງເຂົ້າໄປພົວພັນກັບຄວາມຂັດແຍ້ງພາຍໃນວັງ ແລະ ຕະກຸນຂຸນນາງໃຫຍ່.
ໃນຂະນະດຽວກັນ, ມາລີ ກໍໄດ້ພົບກັບ ຫຼວງນະລິນ ຂຸນນາງໜຸ່ມຜູ້ເຄັ່ງຄັດໃນລະບຽບວິໄນ ແຕ່ກໍມີຈິດໃຈດີ ແລະ ມີຄວາມອ່ອນໂຍນ.
ຄວາມແຕກຕ່າງທີ່ລົງໂຕລະຫວ່າງຄວາມຫົວທັນສະໄໝຂອງ ມາລີ ແລະ ຄວາມເປັນລະບຽບແບບແຜນເກົ່າຂອງ ຫຼວງນະລິນ ກໍ່ໃຫ້ເກີດເປັນຄວາມຜູກພັນ ແລະ ຄວາມຮັກ ທ່າມກາງອຸປະສັກທາງຊົນຊັ້ນ, ຄວາມອິດສາ ແລະ ຄວາມລັບໃນອະດີດທີ່ເຊື່ອງໄວ້ພາຍໃຕ້ກິ່ນຫອມຂອງດອກໄມ້.
ລະຄອນເລື່ອງ ກິ່ນມາລີ ກໍຈົບແລ້ວເດີທຸກຄົນ, ສາມາດເຂົ້າໄປເບິ່ງຄືນຍ້ອນຫຼັງເພື່ອໃຫ້ກຳລັງໃຈ ແອນນາ, ນູ່ນີ່ ແລະ ນັກສະແດງຄົນອື່ນໆໄດ້ທີ່ຊ່ອງ one31 ໄດ້ແລ້ວເດີ (ມີທັງໝົດ 14 ຕອນ).