Highlights
- ສຳຜັດມິຕິໃໝ່ ສິລະປະ ແລະ ຕຳນານຮ່ວມສະໄໝ ພົບຄວາມອະລັງການຂອງລະຄອນເວທີເຕັ້ນ “ສັງສິນໄຊ”
- ລະເບີດຄວາມມັນໄປກັບການແຂ່ງຂັນບານເຕະ, ການປະກວດ Cosplay ແບບຈັດເຕັມ ແລະ ເວທີ K-Pop Cover Dance ສຸດເດືອດ.
- ປິດທ້າຍຄວາມປະທັບໃຈດ້ວຍຄອນເສີດຈາກ 3 ສິລະປິນລາວ LuhWvn, NAPHA YAGANAGI ແລະ UKNOWHATIMEAN.
ງານ UYD ເທດສະການໄວໜຸ່ມ 2026 ຈັດເຕັມກິດຈະກຳທີ່ຫຼາກຫຼາຍຕະຫຼອດ 5 ມື້ ເພື່ອຕອບໂຈດທຸກຄວາມມັກຂອງຄົນຮຸ່ນໃໝ່.
ງານນີ້ໄດ້ລວມທຸກພະລັງຂອງໄວໜຸ່ມລາວມາໄວ້ໃນບ່ອນດຽວບໍ່ວ່າຈະເປັນ ການສະແດງລະຄອນເວທີເຕັ້ນສຸດອະລັງການ “ສັງສິນໄຊ“, ການແຂ່ງແຕ່ງໂຕ Cosplay, ການແຂ່ງ K-Pop Cover Dance, ການແຂ່ງຂັນຟ້ອນຮ່ວມສະໄໝ, ຊົມຄອນເສີດຈາກສິລະປິນລາວ ແລະ ແຂ່ງຂັນກີລາ.
ກິດຈະກຳທັງໝົດຈະຈັດຢູ່ທີ່ ຫໍວັດທະນະທຳແຫ່ງຊາດ (National Cultural Hall), ນະຄອນຫຼວງວຽງຈັນ ນີ້ເອງ, ໃຜມັກກິດຈະກຳໃດໃຫ້ເລືອກມື້ໄວ້ ແລ້ວຊວນໝູ່ໄປເລີຍ!
ຊົມການສະແດງລະຄອນເວທີເຕັ້ນ “ສັງສິນໄຊ”
ງານເທດສະການໄວໜຸ່ມ ຊວນທຸກຄົນໄປສຳຜັດມິຕິໃໝ່ຂອງຕຳນານ “ສັງສິນໄຊ” ຜ່ານລະຄອນເວທີເຕັ້ນທີ່ອະລັງການ ດ້ວຍການປະສົມປະສານສິລະປະການເຕັ້ນ ແລະ ວັນນະຄະດີລາວ ສູ່ສາຍຕາທຸກຄົນ.
ຈອງປີ້ເຂົ້າເບິ່ງ (ຮອບທີ 2 ແລະ ຮອບທີ 3): https://tickget.la/
- ວັນສຸກ ທີ 6 ມີນາ 2026, ເວລາ 18:00 – 21:00 ໂມງ. (ຮອບທີ 2)
- ວັນອາທິດ ທີ 8 ມີນາ 2026, ເວລາ 18:00 – 21:00 ໂມງ. (ຮອບທີ 3)

ແຂ່ງບານເຕະ STREET FOOTBALL & FOOTBALL FREESTYLE
UYD LEAGUE 2026 ແມ່ນເປັນບ່ອນປ່ອຍຂອງກັບການແຂ່ງ Street Football ສຸດເດືອດ ແລະ Football Freestyle ທີ່ຈະໄດ້ສະແດງທັກສະຂັ້ນເທບ, ໄດ້ລະເບີດພະລັງ ແລະ ເຮັດໃຫ້ທຸກຄົນຮູ້ວ່າໄວໜຸ່ມລາວແມ່ນສຸດເກັ່ງ.
ເຂົ້າເບິ່ງການແຂ່ງຂັນ ຟຣີ!
- ວັນທີ 4-8 ມີນາ 2026, ເວລາ 16:00 ເປັນຕົ້ນໄປ.

ການແຂ່ງຂັນຟ້ອນລາວປະຍຸກ
ສືບສານສິລະປະລາວຜ່ານການແຂ່ງຂັນຟ້ອນລາວປະຍຸກ Lao Traditional Dance Competition ສຳຜັດເອກະລັກຄວາມງາມທີ່ອ່ອນຊ້ອຍ ແລະ ສະຫງ່າງາມ ປະສົມເຂົ້າກັບຈິນຕະນາການໃໝ່ໆຂອງໄວໜຸ່ມ.
ເຂົ້າເບິ່ງການແຂ່ງຂັນ ຟຣີ!
- ວັນພະຫັດ ທີ 5 ມີນາ 2026, ເວລາ 17:00 ເປັນຕົ້ນໄປ.

ການແຂ່ງຂັນແຕ່ງ Cosplay
ນີ້ແມ່ນການລວມພົນຂອງຊາວ UYD Cosplay ທີ່ ຈະມາປ່ອຍຂອງ ແຕ່ງໂຕເປັນຕົວລະຄອນທີ່ມັກແບບ ຈັດໜັກ-ຈັດເຕັມ ພ້ອມກິດຈະກຳໃໝ່ໆທີ່ຫຼາກຫຼາຍ ຊວນທຸກຄົນມາພົບກັນທີ່ງານເລີຍ.
ເຂົ້າເບິ່ງການແຂ່ງຂັນ ຟຣີ!
- ວັນສຸກ ທີ 6 ມີນາ 2026, ເວລາ15:00 ເປັນຕົ້ນໄປ.

ການແຂ່ງຂັນເຕັ້ນ Cover Dance Contest
ເວທີນີ້ຈະຮ້ອນເປັນໄຟກັບກິດຈະກຳ UYD Cover Dance Contest 2026 ເວທີທີ່ສາຍ K-POP ຕ້ອງມາກອງກັນຢູ່ບ່ອນນີ້ ດ້ວຍການປ່ອຍທັກສະການເຕັ້ນຂັ້ນເທບ ແລະ ປະກາດສັກດາຄວາມເປັນໜຶ່ງໃນວົງການ Cover Dance ລາວ.
ເຂົ້າເບິ່ງການແຂ່ງຂັນ ຟຣີ!
- ວັນສຸກ ທີ 7 ມີນາ 2026, ເວລາ 17:00 ເປັນຕົ້ນໄປ.

ຊົມຄອນເສີດຈາກສິລະປິນລາວ
ປິດທ້າຍຄວາມປະທັບໃຈກັບກິດຈະກຳສຸດທ້າຍ ດ້ວຍຄອນເສີດທີ່ໄດ້ນຳ 3 ສິລະປິນໄວໜຸ່ມລາວ ມາຖ່າຍທອດຄວາມຮູ້ສຶກຜ່ານສຽງເພງ ພົບກັບ LuhWvn, NAPHA YAGANAGI ແລະ UKNOWHATIMEAN.
ເຂົ້າເບິ່ງຄອນເສີດ ຟຣີ!
- ວັນອາທິດ ທີ 8 ມີນາ 2026, ເວລາ 19:00 ເປັນຕົ້ນໄປ.

ຢ່າພາດ! ມາປົດປ່ອຍພະລັງ ແລະ ສ້າງຄວາມຊົງຈຳສຸດພິເສດໄປນຳກັນໃນງານ UYD 2026. ບໍ່ວ່າເຈົ້າຈະເປັນສາຍໃດ ງານນີ້ມີຄົບ! ຊວນໝູ່ໃຫ້ພ້ອມ ແລ້ວມາເຈີກັນທີ່ຫໍວັດທະນະທຳແຫ່ງຊາດ 04–08 ມີນານີ້… ໃຜບໍ່ມາຖືວ່າພາດ!
- ສະຖານທີ່: ຫໍວັດທະນະທຳແຫ່ງຊາດ (National Cultural Hall) https://maps.app.goo.gl/7vg3R4zMpKrgsZu36