ໃນກຸ່ມໝູ່ມັນກໍຈະມີໝູ່ຄົນໜຶ່ງທີ່ພໍເວລານັດລວມຕົວກັນເທື່ອໃດ, ກໍຈະມາຊ້າຕະຫຼອດ ຫຼື ກໍມາຕອນໝູ່ໃກ້ຈະກັບກັນໆໝົດແລ້ວ ແລະ ມັນກໍບໍ່ແມ່ນພຽງແຕ່ຄັ້ງທຳອິດເພາະຫຼິ້ນນຳກັນມາຫຼາຍປີກໍຍັງເປັນຄືເກົ່າຕະຫຼອດບໍ່ມີປ່ຽນແປງ. ຍິ່ງພໍນັດກັນເປັນກຸ່ມໝູ່ເພື່ອນທີ່ຈະມີການເດີນທາງໄປທ່ຽວນຳກັນເທື່ອໃດ ກໍ່ມາຊ້າ ແລະ ເກືອບຈະບໍ່ທັນການເດີນທາງທຸກຄັ້ງໄປ, ພໍເປັນແບບນີ້ຫຼາຍໆຄັ້ງມັນອາດຈະເປັນການສະສົມຄວາມບໍ່ພໍໃຈ ແລະ ເຮັດໃຫ້ຈິດໃຈເຈົ້າຮູ້ສຶກເກີດຄວາມອຸກອັ່ງໄດ້, ທຸກຄົນຄິດຄືກັນບໍ? ວ່າມັນຄວນພໍໄດ້ແລ້ວກັບການມາຊ້າ ຫຼື ເຮັດໃຫ້ໝູ່ທຸກຄົນຕ້ອງມາລໍຖ້າແບບນີ້. ແລ້ວພວກເຮົາຈະຈັດການກັບສະຖານະການນີ້ໄດ້ແນວໃດ? ເພື່ອບໍ່ຢາກໃຫ້ໝູ່ຮູ້ສຶກບໍ່ດີ ແລະ ຕ້ອງປັບປຸງເລື່ອງພຶດຕິກຳນີ້, ມື້ນີ້ມ່ວນເລີຍຊອກຫາວິທີຮັບມືດີໆມາແຊຣ໌ໃຫ້ທຸກຄົນລອງນຳໄປປັບໃຊ້ກັນເບິ່ງເດີ. 1....