ທຸກຄົນເຄີຍສົງໄສບໍ່? ເປັນຫຍັງບາງຄົນພຽງແຕ່ໄດ້ຮັບຂໍ້ຄວາມຫວານໆຈາກຄົນຮັກກໍດີໃຈແລ້ວ ແລະ ບໍ່ໄດ້ຕ້ອງການຫຍັງຫຼາຍເລີຍ, ແຕ່ກັບບາງຄົນຕ້ອງມີຂອງຂັວນ, ການກອດ ຫຼື ສໍາຜັດ ຈຶ່ງຈະຮູ້ສຶກເຖິງຄວາມຮັກທີ່ໄດ້ຮັບ. ຄົນເຮົາມີຫຼາກຫຼາຍແບບຄວາມມັກກໍບໍ່ຄືກັນ ແລ້ວເຮົາຈະຮູ້ໄດ້ແນວໃດວ່າຄົນຮັກເຮົາມັກຄືກັນກັບເຮົາລະ? ກັອດຈິ ເລີຍນຳແບບທົດສອບພາສາຮັກ ຫຼື Love Language ແຕ່ລະແບບມາໃຫ້ທຸກຄົນໄດ້ລອງເຮັດຫຼິ້ນໆເບິ່ງ, ແຕ່ຖ້າໃຜຍັງໂສດກໍຫຼິ້ນໄດ້ເດີ ເພື່ອໃຫ້ເຮົາຮູ້ວ່າ Love language ຂອງເຮົາ. Love...
ທຸກຄົນເຄີຍສົງໄສ ແລະ ຄິດຫຼິ້ນໆກັນບໍ່ວ່າ ຖ້າແບ່ງມະນຸດເປັນໝວດໝູ່ສີຕ່າງໆແຕ່ລະຄົນຈະມີນິໄສແບບໃດ, ລັກສະນະພິເສດສະເພາະຕົວທີ່ສາມາດແຍກອອກມາເປັນເສດສີໄດ້ ແລະ ການເຫັນສີໃດໜຶ່ງມັນຈະເຮັດໃຫ້ເຮົາຄິດຮອດເຂົາບໍ?. ທຸກເສດສີນັ້ນລ້ວນແຕ່ມີຄວາມໝາຍໃນຕົວຂອງມັນ ແລະ ສາມາດແຍກນິໄສໃຈຄໍໄດ້ຕົວຢ່າງເຊັ່ນ: ຖ້າເປັນສີເຫຼືອງນັ້ນ ພວກເຮົາຈະແນມເຫັນຄວາມສົດໃສ, ສີຟ້າ ສຸຂຸມສະບາຍໆ ຫຼື ສີແດງທີ່ມີຄວາມຮ້ອນແຮງ ເປັນຕົ້ນ. ແບບທົດສອບຈະມີການຕັ້ງຄຳຖາມ, ປະກອບການເລົ່າເລື່ອງຊວນໃຫ້ຈິນຕະນາການ ໃຫ້ເຈົ້າເລືອກຄຳຕອບທີ່ອອກມາຈາກຄວາມຮູ້ສຶກ ແລະ ເປັນຕົວເຈົ້າທີ່ສຸດ. ແບບທົດສອບນີ້ໃຊ້ເວລາບໍ່ຫຼາຍຫຼັງຈາກຕອບຄຳຖາມແລ້ວກໍຈະຮູ້ໝວດໝູ່ສີທີ່ເປັນຕົວຕົນຂອງເຈົ້າ...