“ເລື່ອງງ່າຍໆ” ຜົນງານຫຼ້າສຸດຈາກ Vegghy (ເວັກກີ້) ສິລະປິນລາວເຈົ້າຂອງເພງ “ດີທີ່ສຸດ” ທີ່ເລົ່າເລື່ອງລາວຂອງເສັ້ນທາງຄູ່ຮັກທີ່ເຖິງແມ່ນຈະເຈັບທັງສອງຝ່າຍແຕ່ກໍຍອມຮັບວ່າຄວາມສຳພັນນີ້ບໍ່ໄດ້ອາດໄປຕໍ່ໄດ້ອີກແລ້ວ ນີ້ບໍ່ແມ່ນເພງຂອງການກ່າວໂທດໃຜແຕ່ຄືບົດເພງຂອງການ “ຍິນດີໃນວັນອຳລາ ” ທີ່ເຕັມໄປດ້ວຍຄວາມເຈັບປວດ,ຄວາມເຂົ້າໃຈ ແລະ ການອວຍພອນໃຫ້ກັນໂຊກດີໃນການເດີນທາງຕໍ່ຈາກນີ້. ດ້ວຍຈັງຫວະເພງສະຕິງລາວທີ່ໃຫ້ມູດຊ້າ ແລະ ດົນຕີໜ້ອຍຊິ້ນທີ່ເປັນໂຕຂັບເຄື່ອນຕົວເພງເຮັດໃຫ້ “ເລື່ອງງ່າຍໆ” ກາຍເປັນເພງເສົ້າສວຍງາມທີ່ເຮັດໃຫ້ເຮົາຍອມຮັບໄດ້ວ່າ ບາງຄວາມຮັກກໍມີໜ້າທີ່ພຽງຜ່ານມາເພື່ອໃຫ້ບົດຮຽນ ແລະ ຄວາມຊົງຈຳດີໆ. ເພງນີ້ຈະເຮັດໃຫ້ຄົນທີ່ເຄີຍພະຍາຍາມຮັກສາຄວາມຮັກສຸດຫົວໃຈແຕ່ສຸດທ້າຍກຊຕ້ອງປ່ອຍມື ເຂົ້າໃຈວ່າຄວາມຈິງບາງຢ່າງມັນງ່າຍພຽງນັ້ນເອງ.ໂດຍ:...