ຄວາມຮັກທີ່ດີມັກມາພ້ອມກັບນໍ້າໜັກທີ່ເພີ່ມຂຶ້ນ ທຸກຄົນສັງເກດບໍ່ວ່າ ໃຜກໍຕາມທີ່ກຳລັງຕົກຫຼຸມຮັກຈົນອອກມາບໍ່ໄດ້ມີທ່າອ່ຽງທີຈະນໍ້າໜັກຂຶ້ນໂດຍບໍ່ຮູ້ໂຕ. ງານວິໄຈຂອງ National Center of Biotechnology ເຜີຍວ່າ, ສາເຫດທີ່ເຮັດໃຫ້ເປັນແບບນັ້ນກໍຍ້ອນ ‘ຄວາມສຸກ ແລະ ຄວາມສະບາຍໃຈ ທີ່ພວກເຂົາໄດ້ຮັບຈາກຄວາມສຳພັນ, ພວກເຂົາຮູ້ສຶກດີກັບຄວາມສຳພັນ, ຮູ້ສຶກໝັ້ນຄົງ ແລະ ມີຄວາມສຸກທີ່ຈະກ້າວຕໍ່ໄປກັບຄົນຂອງໃຈ. ການມີຄວາມຮັກທີ່ຫມັ້ນຄົງສົ່ງຜົນໃຫ້ຄິດວ່າ, ບໍ່ຕ້ອງດູແລໂຕເອງໃຫ້ດີປານນັ້ນກໍໄດ້ ເພາະຕອນທີ່ໂສດ, ຄົນສ່ວນຫຼາຍມັກຈະພະຍາຍາມເຮັດໃຫ້ຕົນເອງດູດີຕະຫຼອດເວລາ. ແລ້ວຄູ່ຮັກຫຼາຍຄູ່ກໍມັກຊວນກັນໄປຫາຫຍັງກິນ,...