ຄິດຫຼາຍ, ວິຕົກກັງວົນ ແລະ ໃສ່ໃຈຄວາມຮູ້ສຶກຄົນອື່ນຫຼາຍເກີນໄປ ທຸກຄົນເປັນແບບນັ້ນກັນບໍ່? ພ້ອມກັບມີຄວາມຮູ້ສຶກວ່າການໃຊ້ຊີວິດໃນແຕ່ລະມື້ມັນຄືເມື່ອຍແທ້? ຈົນເຮັດໃຫ້ຄວາມຮັກ, ຄວາມສຳພັນ ຫຼື ສິ່ງທີ່ຢູ່ອ້ອມຕົວເຮົາມັນສົ່ງຜົນກະທົບຕໍ່ຈິດໃຈຂອງເຮົາໂດຍບໍ່ຮູ້ຕົວ ແລະ ບໍ່ເປັນໄປຕາມໃຈຕ້ອງການ. ຍ້ອນພວກເຮົາມັກເບິ່ງຂ້າມສະພາບຈິດໃຈຂອງເຮົາເອງ ທາງອົງການສຸຂະພາບຈິດໂລກຈຶ່ງໄດ້ກຳນົດເອົາວັນທີ 10 ຕຸລາ ຂອງທຸກໆປີ ເປັນ “ວັນສຸຂະພາບຈິດໂລກ World Mental Health Day”...