ໃຜທີ່ມັກເບິ່ງຊີຣີສ໌ແຟນຕາຊີເລິກລັບ ຊວນໃຫ້ຫຼົງໄຫຼໄປກັບການໄຂຄະດີເລື່ອງລາວຂອງ Wednesday Addams ສາວໂກທິກ (Gothic) ສາຍມືດມົນຈາກຕະກຸນຄອບຄົວສຸດປະຫຼາດ The Addams Family ຕ້ອງລອງເບິ່ງເລີຍ, ຮັບຮອງວ່າບໍ່ຜິດຫວັງແນ່ນອນ. ໃນເລື່ອງແມ່ນໄດ້ເວົ້າເຖິງຕົວລະຄອນເອກຂອງເລື່ອງ Wednesday ສາວນ້ອຍມືດມົນປາກແຊບ, ດ້ວຍຄວາມທີ່ເປັນໂຕແສບຈຶ່ງໄດ້ຖືກສົ່ງຕົວເຂົ້າຮຽນຢູ່ Nevermore Academy ໂຮງຮຽນທີ່ລວມເອົາຄົນພິເສດ ແລະ ຄົນປະຫຼາດຈາກທົ່ວສາລະທິດມາໄວ້ໃນບ່ອນດຽວກັນ ແຕ່ກໍມີເຫດໃຫ້ຕ້ອງເຂົ້າໄປພົວພັນກັບເລື່ອງປິດສະໜາຄາດຕະກຳສຸດເລິກລັບ-ປະຫຼາດ ທີ່ທັງເປັນຕາຢ້ານຈົນເຮັດຂົນລຸກ,...