Weak Hero ແມ່ນຊີຣີສ໌ທີ່ຖືກດັດແປງມາຈາກ Webtoon ເຊິ່ງເປັນແນວແອັກຊັນ, ດຣາມ່າ ແລະ ຄວາມສຳພັນມິດຕະພາບລະຫວ່າງໝູ່ເພື່ອນໃນໂຮງຮຽນ ທີ່ມ່ວນຕ້ອງຂໍບອກເລີຍວ່າເລື່ອງນີ້ສາກຕໍ່ສູ້ແມ່ນມັນສຸດ ແລະ ນັກສະແດງຫຼັກຢ່າງພະເອກກໍສະແດງຄວາມຮູ້ສຶກອອກມາໃຫ້ອາລົມມືດມົນປົນອຶດອັດໄດ້ຢ່າງເລີກເຊິ່ງ. ໃນຕອນທີ່ກຳລັງເບິ່ງຊີຣີສ໌ເລື່ອງນີ້ກໍເຮັດໃຫ້ຮູ້ສືກອິນຕາມສຸດໆ, ທັງເມື່ອຍ ແລະ ດິ່ງໄປກັບຊີນການສະແດງທີ່ຖ່າຍທອດຜ່ານຕົວລະຄອນທີ່ມີຊື່ວ່າ Yeon Si-eun ທີ່ງານສາຍຕາແມ່ນດີອາລົມທຸກຢ່າງລາວລ້ວນເລົ່າອອກມາຈາກທາງສາຍຕາທັງໝົດ ແລະ ເລື່ອງນີ້ຍັງໄດ້ສະທ້ອນບັນຫາການບູລລີ້ກັນໃນໂຮງຮຽນ ແລະ ການໃຊ້ຄວາມຮຸນແຮງໃນໂຮງຮຽນ. Weak...