ອີກບໍ່ພໍເທົ່າໃດມື້ກໍຈະໝົດປີ 2025 ແລ້ວ… ໃຜຫຼາຍຄົນເລີ່ມວາງແຜນໃນການສະຫຼອງປີໃໝ່ ແຕ່ສຳຫຼັບຜູ້ຂຽນແລ້ວມັນຄືຊ່ວງເວລາທີ່ໄດ້ມານັ່ງທົບທວນໂຕເອງວ່າ “ທີ່ຜ່ານມາເຮົາໃຊ້ຊີວິດໄດ້ດີແລ້ວບໍ່?” ຖ້າຖາມວ່າປີນີ້ເປັນຈັ່ງໃດ? ສຳລັບບາງຄົນ ມັນຄືປີແຫ່ງການ “ແລ່ນ”. ແລ່ນຕາມຄວາມຝັນ, ແລ່ນຕາມເປົ້າໝາຍທີ່ຕັ້ງໄວ້ຕັ້ງແຕ່ຕົ້ນປີ. ບາງມື້ກໍດີໃຈທີ່ທຸກຢ່າງເປັນໄປຕາມທີ່ເຮົາຄິດ ແຕ່ກໍມີຫຼາຍມື້ທີ່ນັ່ງຮ້ອງໄຫ້ຄົນດຽວ ເພາະໂລກແຫ່ງຄວາມຈິງມັນບໍ່ໄດ້ງ່າຍຄືທີ່ຄິດ. ເຊື່ອວ່າຫຼາຍໆຄົນເຄີຍກົດດັນໂຕເອງວ່າຕ້ອງ “ໄປໃຫ້ສຸດ”, ຕ້ອງ “ສຳເລັດ” ເທົ່ານັ້ນ. ໃຊ້ຊີວິດແບບມີຄຳຖາມຕະຫຼອດວ່າ “ຂ້ອຍຕ້ອງເຮັດດີປານໃດ ເຖິງຈະດີກວ່າຕອນນີ້?“...
ເມື່ອຄວາມຮັກຕ້ອງມາເຖິງທາງແຍກ, ບາງຄຳຕອບກໍອາດຈະບໍ່ເຄີຍມີໃນໂລກນີ້, ໄດ້ແຕ່ຍອມຮັບວ່າ “ອາດເປັນເພາະເຮົາຍັງໄຮ້ດຽງສາ” ຫຼືນີ້ເປັນສິ່ງທີ່ ຕານຸ ວັນນະສິນ ຕ້ອງການບອກຜ່ານບົດເພງ “ຄຳຕອບ | Naive” ຫຼັງຈາກທີ່ຜ່ານໄປ 2 ເດືອນ ກໍບໍ່ໃຫ້ແຟນໆຕ້ອງໄດ້ຖ້າດົນ ຕານຸ ວັນນະສິນ ກໍໄດ້ປ່ອຍອີກໜຶ່ງບົດເພງໃນ Ep Album: The Rhythmarries ອາລະບ້ຳທີ່ຈະເລົ່າເລື່ອງຈັງຫວະຂອງຊີວິດເພື່ອນຳພາທຸກຄົນໄປຮຽນຮູ້...
ຊວນຟັງ “404” ຂອງ ຕານຸ ວັນນະສິນ ເພງທີ່ຊວນຄິດວ່າ ຄວາມຮັກທີ່ບໍ່ຖືກຕອບສະໜອງ ຄວນຢູ່ຕໍ່ ຫຼືຖອຍອອກມາ?
ຄິດວ່າຫຼາຍຄົນຄົງຈະໄດ້ຟັງກັນແລ້ວ ສຳລັບເພງໃໝ່ຂອງໜຸ່ມ “ຕານຸ ວັນນະສິນ” ແລະ “Gomen” ກັບບົດເພງ “ຝົນ” ແລະ ຊື່ໃນພາສາອັງກິດແມ່ນ Last ເຊິ່ງໄດ້ປ່ອຍໃຫ້ໄດ້ຮັບຊົມຮັບຟັງໃນວັນທີ 6 ເມສາ 2022 ທີ່ຜ່ານມານີ້. ບົດເພງນີ້ສະທ້ອນເຖິງ ຄວາມເສົ້າເສຍໃຈໃນເວລາຝົນຕົກ ພຽງເພື່ອເພິ່ມເວລາໄດ້ຢູ່ກັບຄົນທີ່ຮັກໃຫ້ດົນທີ່ສຸດ ກ່ອນຈະຕ້ອງຈາກລາ ຄືກັບວັກໜຶ່ງຂອງເພງທີ່ວ່າ “ຍິ່ງຝົນຕົກແຮງເທົ່າໃດຍິ່ງດີ ເຈົ້າຈຶ່ງຢູ່ບ່ອນນີ້...
ຕານຸ ບອກວ່າຕົນເອງຄືນັກຮ້ອງ-ນັກດົນຕີ ບໍ່ເຄີຍມີຄວາມຄິດວ່າຕົນເອງເປັນສິລະປິນ ເພາະຍັງບໍ່ທັນຈັບຕ້ອງໄດ້ວ່າຄຳນັ້ນມີຄວາມໝາຍວ່າແນວໃດ. ນີ້ຄືເລື່ອງລາວໃນ #MuanTheInterview! ມາລົມຍ້ອນກັບໄປຍັງຈຸດເລີ່ມຕົ້ນຂອງ ຕານຸ ວັນນະສິນ ຕັ້ງແຕ່ທີ່ເລີ່ມເຂົ້າສູ່ເສັ້ນທາງຂອງການຮ້ອງເພງ, ການປ່ອຍຊິງເກິນທຳອິດ “ເຫຼືອໄວ້ແຕ່ນໍ້າຕາ” ແລະ ຊິງເກິນອື່ນໆອອກມາ ໄປຈົນອາລະບຳຫຼ້າສຸດ “Aftergrow” ກ່ອນທີ່ຈະກ້າວສູ່ການຈັດຄອນເສີດໃຫຍ່ທຳອິດໃນຊີວິດຂອງລາວ “Let There Be Light Concert”. ....