ສີລິນາ ພະອາໄພ ຫຼື ຫມິວ, ອາຍຸ 28 ປີ ພື້ນຖານເປັນຄົນປາກເຊ. ຫມິວເປັນນັກກີລາແລ່ນ-ລານ ໄລຍະສັ້ນ 100-200 ແມັດ, ຈຸດເລິ່ມຕົ້ນຂອງການເປັນນັກກີລາແລ່ນ-ລານ ຂອງຫມິວແມ່ນເລິ່ມແຕ່ປີ 2010. ປະມານອາຍຸໄດ້ 12 ປີ ພໍ່ຂອງຫມິວໄດ້ພາໄປແລ່ນຂ້າມຂົວນ້ຳຂອງປາກເຊເກືອບທຸກມື້,ແລ່ນບໍ່ໄດ້ກໍຍ່າງ ແລະ ຄ່ອຍໆແລ່ນຈົນສາມາດແລ່ນ ໄປ-ກັບ ຂົວນັ້ນໄດ້....