ຫຼາຍໆຄົນຄົງຄຸ້ນເຄຍ ແລະ ຕ້ອງເຄີຍໄດ້ຟັງເພງຂອງນັກຮ້ອງສາວຄົນນີ້ “ນັດດາວ ທອນບັນດິດ”(Nutdao Thonebundit), ປັດຈຸບັນອາຍຸ 22 ປີ, ແຕ່ທຸກຄົນຮູ້ບໍ່ວ່າລາວບໍ່ໄດ້ພຽງແຕ່ຮ້ອງເພງ, ແຕ່ຍັງມີອາຊີບເປັນແມ່ຄ້ານຳອີກ, ຖືວ່າເປັນຄົນທີ່ບໍ່ເຄີຍຢຸດພັກ ແລະ ເຮັດຫຍັງຫຼາຍຢ່າງອີຫຼີ່. ອີກບົດບາດໜຶ່ງທີ່ບໍ່ເວົ້າເຖິງເລີຍແມ່ນບໍ່ໄດ້, ເພາະເປັນປະເດັນຫຼັກທີ່ມ່ວນຈະເລົ່າໃຫ້ຟັງສຳລັບມື້ນີ້ກໍຄື ການເປັນໜຶ່ງໃນນັກສະແດງ ສຸກໃຈ It’s Okay the series ຂອງນັດດາວ, ເຊິ່ງມັນໄດ້ມີຄວາມທ້າທາຍຫຼາຍເພາະໄດ້ຮັບບົດເປັນຄົນທີ່ມີສະພາວະອາການຂອງ ”Panic...